[ນາງຈຽງຊີນ---ນັກຮ້ອງຂອງຈີນ](ສຽງ)
cri
Author: mo
ພາຍຫຼັງເຊົາຮຽນແລ້ວ, ນາງຈຽງຊີນທີ່ອາຍຸ 19 ປີໄດ້ໄປຮ້ອງເພງຢູ່ຄາລາໂອເກະ. ເຖິງວ່າແລ່ນໄປແລ່ນມາຢູ່ລະຫວ່າງຄາລາໂອເກະທຸກມື້ເມື່ອຍຫລາຍ, ແຕ່ຍ້ອນສາມາດຫາໄດ້ເງິນລ້ຽງກຸ້ມຕົນເອງ, ນາງຈຽງຊີນຈຶ່ງຮູ້ສຶກມ່ວນຫຼາຍ.
ປີ 1995, ສະເໜພິເສດແລະກຳລັງບົ່ມຊ້ອນອັນມະຫາສານຂອງນາງຈຽງຊີນໃນດ້ານຮ້ອງເພງໄດ້ຖືກໃຈບໍລິສັດແຜ່ນສຽງ, ນາງຈຶ່ງໄດ້ເຊັນສັນຍາກັບບໍລິສັດ. ແຕ່ນັ້ນມາ, ນາງຈຽງຊີນໄດ້ສິ້ນສຸດການຮ້ອງເພງຢູ່ໃນຄາລາໂອເກະເປັນເວລາ 7 ປີ, ແລ້ວກາຍເປັນນັກຮ້ອງແທ້ຈິງຜູ້ໜຶ່ງ. ນາງຈຽງຊີນບໍ່ພຽງແຕ່ຊ່າງແຕ່ງເນື້ອຮ້ອງທຳນອງເພງທໍ່ນັ້ນ, ຍັງເຂົ້າຮ່ວມວຽກງານຮຽບຮຽງດົນຕີທັງໝົດ. ນາງເວົ້າວ່າ, ມີແຕ່ແຕ່ງເນື້ອຮ້ອງທຳນອງເພງເອົາເອງທໍ່ນັ້ນ, ໃນເວລາຂັບຮ້ອງຈິ່ງສາມາດສະແດງເນື້ອໃນແລະຄວາມໝາຍຂອງເພງໄດ້ດີກວ່າເກົ່າ. ນາງເວົ້າວ່າ: ແຕ່ກ່ອນ ຂ້ອຍຮ້ອງເພງ ເພງໃດທີ່ຂ້ອຍມັກ, ຂ້ອຍກໍຮ້ອງແບບກ໌ອກປີ້ເອົາໂລດ. ແຕ່ພາຍລຸນມາ, ຈຶ່ງຄ່ອຍໆຮູ້ວ່າ, ຂ້ອຍຍັງຕ້ອງປະດິດແຕ່ງເອງ, ຄື: ບໍ່ພຽງແຕ່ແຕ່ງເນື້ອເພງ, ແຕ່ງທຳນອງ, ຍັງຕ້ອງແຕ່ງດົນຕີເອງ, ຂ້ອຍຕ້ອງແຕ່ງສິ່ງທີ່ຂ້ອຍຕ້ອງການໃນເວລາຂັບຮ້ອງ.
ນາງຈຽງຊີນບໍ່ພຽງແຕ່ແມ່ນນັກຮ້ອງຜູ້ດີເລີດ, ໃນດ້ານແຕ່ງບົດວັນນະຄະດີກໍມີຄວາມສາມາດດີສົມຄວນ. ນາງບໍ່ພຽງແຕ່ມີຄໍລຳສະເພາະຂອງຕົນໃນໜັງສືພິມວາລະສານທໍ່ນັ້ນ, ຍັງແຕ່ງນະວະນິຍາຍນຳອີກ. ປີ 1999, ນາງຈຽງຊີນໄດ້ປະກາດບົດນະວະນິຍາຍບົດໜຶ່ງຢູ່ອິນເຕີເນັດ, ຊຶ່ງມີຫົວເລື່ອງວ່າ: ໃນວັນເວລາທີ່ຜົມຍາວປິວສະບັດ. ໄດ້ບັນທຶກປະສົບການເຕີບໂຕແລະຄວາມຮັກຂອງຕົນເອງ, ບົດຄວາມເຕັມໄປດ້ວຍອາລົມຈິດທີ່ຈິງໃຈ, ຄຳເວົ້າຫຼ່ຽນໄຫຼ, ເສາະໃສ, ແບບທຳມະຊາດ, ໄດ້ນິຍົມກັນອ່ານຢູ່ອິນເຕີເນັດ.
ນາງຈຽງຊີນເປັນຄົນທີ່ມັກສະແດງຄວາມນຶກຄິດຈິດໃຈຂອງຕົນ, ບໍ່ວ່າຮ້ອງເພງຫຼືແຕ່ງບົດ, ລ້ວນແຕ່ແມ່ນແບບວິທີສະແດງຂອງນາງ. ນາງເວົ້າວ່າ: ເວົ້າສຳລັບຂ້ອຍແລ້ວ, ບໍ່ວ່າການຂຽນ, ຫຼືວ່າການຮ້ອງເພງ, ທະແນມແຕ່ໃຫ້ຂ້ອຍມີໂອກາດ, ຂ້ອຍແມ່ນມັກທີ່ສຸດ. 1 2
|
|