ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 17:20:43    
ອີຣັກປະສົບ​ການລະ​ເບີດ​ຮ້າຍ​ແຮງ​ແບບ​ນອງ​ເລືອດ​ອີກ​ເທື່ອ​ໜຶ່ງ(ພາບ)

cri Author: MO

ຮ່ອງ​ຮອຍຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ, ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກຍັງ​ຄົງ​ຂ້ຽວຂາດ​ຢູ່. ວັນ​ທີ 28 ກຸມພາ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກອອກ​ຖະ​ແຫລງການ​ກ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 27 ກຸມພາ, ທະຫານ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ຖືກ​ຫລອນ​ໂຈມ​ຕີ​ເສຍ​ຊີວິດ​ຢູ່​ບ່ອນ​ກວດກາ​ຄົມມະນາຄົມ​ແຫ່ງ​ໜຶ່ງ​ຂອງ​ແບກ​ແດດ. ຕາມ​ສະຖິຕິ, ​ແຕ່​ສົງຄາມ​ອີຣັກປີ 2003 ​ເປັນຕົ້ນມາ, ​ໄດ້ມີ​ທະຫານ​ອ​າ​ເມ​ລິ​ກາ​ປະມານ 1500 ຄົນ​ເສຍ​ຊີວິດ​ຢູ່​ອີຣັກ. ມື້​ດຽວ​ກັນ, ຢູ່​ເມືອງ​ມູ​ໄຊ​ອີ​ບ ທີ່​ຫ່າງ​ຈາກ​​ເມືອງ​ຮີ​ລາ​ໄປ​ທາງ​ທິດ​ເໜືອ​ປະມານ 30 ກິ​ໂລ​ແມັດ​ນັ້ນກໍ​ໄດ້​ເກີດ​ເຫດການ​ຫລອນ​ໂຈມ​ຕີ​ດ້ວຍລະ​ເບີດ​ລົດຍົນ​ທີ່​ແນ​ໃສ່​ບ່ອນກວດກາ​ຂອງ​ຕຳ​ຫລວດ, ຢ່າງ​ໜ້ອຍ​ເຮັດ​ໃຫ້ຕຳຫລວດ 1 ຄົນ​ເສຍ​ຊີວິດ, ຫລາຍ​ຄົນ​ບາດ​ເຈັບ.

ການລະ​ເບີດ​ຢູ່​ເມືອງ​ຮີລາ​ແມ່ນ​ເກີດ​ຂຶ້ນ​ໃນ​ໂອກາດ​ລັດຖະບານ​ຂ້າມ​ຜ່ານ​ຂອງ​ອີຣັກ​ໃກ້​ຈະ​ສ້າງຕັ້ງຂຶ້ນ. ບຸກຄຸນ​ວິ​ເຄາະ​ເຫັນ​ວ່າ, ພາຍຫລັງ​ອີຣັກຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກ, ກຳລັງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ໄດ້​ຫລອນ​ໂຈມ​ຕີ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ ທະຫານ​ຕຳຫລວດ​ອີຣັກ ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ​ສາມັນ​ຊົນ​ອີຣັກທີ່​ເຮັດ​ວຽກ​​​ໃຫ້ລັດຖະບານນັ້ນຢ່າງ​ເນື່ອງນິດ, ພວກ​ເຂົາ​ເຈົ້າບໍ່​ຍອມຖ້າ​ຕາຍ​ໃນ​ການ​ອ້ອມ​ປາບ​ຂອງ​ທະຫານ​ປະສົມ​ອາ​ເມ​ລິ​ກາ​ອີຣັກ, ຍິ່ງ​​ໄປ​ກວ່າ​ນັ້ນ​ແມ່ນ​ເພື່ອ​ຂັດຂວາງ​ຂະ​ບວນວິວັດ​ສ້າງ​ສາ​ອີຣັກຄືນ​ໃໝ່​. ບຸກຄົນ​ວິ​ເຄາະ​ຄາດ​ຄະ​ເນ​ວ່າ, ກຳລັງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີຣັກອາດ​ຈະ​ກໍ່​ການ​ຫລອນ​ໂຈມ​ຕີ​ຢ່າງຮຸນ​ແຮງ​ກວ່າ​ເກົ່າ​ໃນ​ໄລຍະ​​ໄວໆ​ນີ້.

ແຕ່​ຫາງ​ສຽງ​ອາ​ລັບ​ຊີ້​ອອກ​ວ່າ, ບໍ່​ວ່າການ​ຫລອນ​ໂຈມ​ຕີ​ຮຸນ​ແຮງ​ປານ​ໃດ, ຂະ​ບວນການ​ສ້າງສາ​ອີຣັກຄືນ​ໃໝ່​ແມ່ນ​​ຂັດຂວາງ​ໄວ້​ບໍ່​​ໄດ້, ຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ອີຣັກ​ທີ່​ຈະ​ບັນລຸ​ຄວາມ​ປອດ​ໄພ​ແລະ​ສັນຕິພາບນັ້ນ​ແມ່ນ​ຫວັ່ນ​ໄຫວ​ຄອນ​ແຄນບໍ່​ໄດ້. ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ​ໄດ້ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ​ໄດ້​ສະ​ແດງ​​ໃຫ້ເຫັນ​ວ່າ, ຢູ່​ອີຣັກ, ປະຊາຊົນ​ຢາກ​ມີ​ຄວາມ​ສະຫງົບ​ສຸກ, ພວກ​ເຂົາ​ເຈົ້າມີ​ຄວາມ​ປາຖະໜາ​ຢ່າງ​​ແຮງ​ກ້າ​ຢາກ​ມີຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ.
1  2  3  4  5