ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 17:20:43    
ອີຣັກປະສົບ​ການລະ​ເບີດ​ຮ້າຍ​ແຮງ​ແບບ​ນອງ​ເລືອດ​ອີກ​ເທື່ອ​ໜຶ່ງ(ພາບ)

cri Author: MO

ພ້ອມ​ກັນນັ້ນ, ຫາງ​ສຽງ​ອາ​ລັບ​ຊີ້​ອອກ​ວ່າ, ​ເພື່ອ​ປົກ​ປັກ​ຮັກສາ​ສາມັນ​ຊົນ​ອີຣັກ​ໃຫ້​ດີກ​ວ່າ​ເກົ່າ, ຟື້ນ​ຟູຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ​ໂດຍ​ໄວ, ລັດຖະບານ​ຂ້າມ​ຜ່ານ​ໃນ​ອະນາຄົດ​ຕ້ອງ​ທຳ​ຄວາມ​ພະຍາຍາມ​ຍິ່ງ​ຫລາຍ​ກວ່າ​ເກົ່າ: ກ່ອນ​ອື່ນ, ລັດຖະບານ​ຊຸດໃໝ່​ຄວນ​ສົ່ງ​ເສີມ​ໃຫ້​ມຸສລິ​ມນິກາຍ​ຊຸນ​ນິດ​ເຂົ້າຮ່ວມ​ຂະ​ບວນການ​ທາງ​ການ​ເມືອງ, ຫລີກ​ເວັ້ນບໍ່​ໃຫ້​​ແບ່ງ​ແຍກປະ​ເທດຊາດ, ບັ່ນ​ທອນ​ພື້ນຖານ​ການ​ເມືອງ​ຂອງ​ກຳລັງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ນິກາຍ​ຊຸນ​ນິດ; ຖັດມາ, ຍາດ​ແຍ່ງ​ເອົາການ​ຊ່ອຍ​ເຫຼືອສາກົນ​ຍິ່ງ​ຫລາຍ​ກວ່າ​ເກົ່າ​ເພື່ອ​ອົບ​ຮົບ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ, ຍົກ​ກຳລັງ​ສູ້​ລົບ​ຂອງ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ສູງ​ຂຶ້ນ​ໂດຍ​ໄວ; ສາມ, ຊຳລະ​ການ​ພົວພັນ​ກັບປະ​ເທດ​ອ້ອມ​ຂ້າງ​ຕ່າງໆ​​ເຊັ່ນ​ຊີ​ເລຍ​ແລະ​ອີ​ຣານ​ເປັນຕົ້ນ​ໃຫ້​ດີ, ດຳ​ເນີນ​ການ​ຮ່ວມ​ມື​ກັບປະ​ເທດ​​ໃກ້​ຄຽງ​ຢ່າງ​ຍາວ​ນານ​ແລະ​ແທ້​ຈິງ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ແລະ​ຂົງ​ເຂດ​ອື່ນໆ.


ໃນເມືອງ​ຮີ​ລາ​ທີ່​ໄກ​ຈາກ​ເມືອງ​ແບກ​ແດດ​ ນະຄອນຫລວງ​ອີຣັກ​ໄປ​ທາງ​ທິດ​ໃຕ້​ປະມານ 100 ກິລາ​ແມັດ, ຄົນ​ທັງຫລາຍ​ພວມ​ຊ່ອຍ​ກອບກູ້​ຜູ້​ຊາຍ​ທີ່​ຖືກ​ບາດ​ເຈັບ​ໃນ​ການລະ​ເບີດ.


ໃນເມືອງ​ຮີ​ລາ​ທີ່​ໄກ​ຈາກ​ເມືອງ​ແບກ​ແດດ​ ນະຄອນຫລວງ​ອີຣັກ​ໄປ​ທາງ​ທິດ​ໃຕ້​ປະມານ 100 ກິລາ​ແມັດ​, ຜູ້​ຊາຍ​ທີ່​ຖືກ​ບາດ​ເຈັບ​ໃນ​ການລະ​ເບີດ​ນັ້ນຖືກ​ສົ່ງ​ໄປ​ໂຮງໝໍ​ຢ່າງ​ຮິບ​ດ່ວນ.
1  2  3  4  5