ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-04 21:14:21    
ຊີ​ວິດ​ການ​ເປັນ​ຢູ່​ຂອງ​ນັກ​ບິນ​ອະ​ວະ​ກາດ​ຢູ່​ອະ​ວະ​ກາດ

cri
ຍ້ອນວ່າ​ສິ່ງ​ແວດ​ລ້ອມ​ດຳລົງ​ຊີວິດ​ຂອງ​ມະນຸດ​ເຮົາ​ຢູ່​ອະວະກາດ​ແມ່ນ​ຕ່າງ​ກັນຫຼາຍກັບ​ສິ່ງ​ແວດ​ລ້ອມ​ດຳລົງ​ຊີວິດ​ຢູ່​ຕາມ​ຜິວ​ຫນ້າ​ຫນ່ວຍ​ໂລກ,​ເພາະສະນັ້ນ,​ເຄື່ອງ​ນຸ່ງ​ຂອງ​ຖື ການ​ກິນ ການ​ຢູ່​ແລະ​ການ​ສັນຈອນ​ຢູ່​ເທິງ​ອະວະກາດ​ຈິ່ງ​ຕ່າງ​ກັບ​ຫນ້າດິນອັນ​ໄດ້​ສ້າງ​ເລື້ອງ​ຫວາດ​ສ້ຽວ​ແລະ​ເລື້ອງ​ອັດສະຈັນ​ຫຼາຍຢ່າງ,​ແຕ່​ວ່າການ​ດຳ​ລົງ​ຊີວິດ​ຢູ່​ເທິງ​ອະວະກາດ​ບໍ່​ພຽງ​ແຕ່​ເປັນ​ເລື່ອງ​ອັດ​ຈະ​ຈັນ​ເພື່ອ​ໃຫ້​ຄົນ​ຄຸຍ​ກັນ​ທໍ່​ນັ້ນ,ຫາກ​ຍັງ​ແມ່ນ​ບັນຫາ​ພຶດຕິ​ກຳ​ອັນ​ເປັນ​ພື້ນຖານ​ກວ່າ​ຫມູ່​ອີກ​ດ້ວຍ.

ດຽວ​ນີ້,​ເຮົາ​ຂໍ​ລົມ​ນຳ​ທ່ານ​ກ່ຽວ​ກັບ​ບ່ອນ​ຢູ່​ກ່ອນ,ຫ້ອງ​ອັດ​ແຈບ​ແມ່ນ​ເຄື່ອງ​ປະກອບ​ໃຫ້​ແກ່​ຊີວິດ​ອັນ​ເປັນ​ພື້ນຖານ​ກວ່າ​ຫມູ່​ແລະ​ເປັນ​ກົກ​ຮາກ​ກວ່າ​ຫມູ່,​ໃນ​ເຮືອ​ເຫາະຈັກກະ​ວານ​ບັນທຸກ​ຄົນ,​ແມ່ນ​ຊ່ອງ​ຫວ່າງ​ເພື່ອ​ໃຫ້​ຄົນ​ດຳລົງ​ຊີວິດ​ຢູ່​ເທິງ​ອະວະກາດ,​ເພື່ອ​ໃຫ້​ຄົນ​ຢູ່​ສະຫວາດສະ​ເຫວີຍ,ສາມາດ​ປັບ​ອຸນຫະພູມ​ໃຫ້​ຢູ່​ໃນ​ລະຫວ່າງ​ແຕ່ 18 ຫາ 25 ອົງສາ,ລະດັບ​ຄວາມ​ຊຸ່ມ​ຢູ່​ໃນ​ລ​ຫວ່າງ​ແຕ່ 30% ຮອດ 70% ​ໂດຍ​ທົ່ວ​​ໄປ,ພາກສ່ວນ​ອາກາດ​ແລະ​ແຮງ​ດັນ​ ​ແມ່ນ​ໃຫ້​ພໍ​ສ່ຳໆ​ກັນ​ກັບ​ຫນ້າດິນ,ນອກ​ນັ້ນ,ຍັງ​ມີ​ເຄື່ອງ​ປະກອບ​ເພີ່ມ​ເຕີມ​ອອກ​ຊີ​ແຊນ​ແລະ​ອາກາດ,​ເຄື່ອງ​ປະກອບ​ຄວບ​ຄຸມ​ກາກ​ບອນ​ດີ​ອອກຊິດ​ແະ​ອາຍ​ທີ່​ມີ​ຜົນ​ຮ້າຍ​ອື່ນໆ,ພ້ອມ​ທັງ​ເຄື່ອງ​ປະກອບ​ໃຫ້​ອາກາດ​ລ່ວງ,​ເຄື່ອງ​ປະກອບ​ຊຳລະ​ຂີ້​ເຫຍື້​ອ,​ເຄື່ອງ​ປະ​ກອບ​ຕ່າງໆ​ທີ່​ຕ້ອງການ​ໃຊ້​ໃນ​ຍາມ​ກິນ​​ເຂົ້າ,ກິນນ້ຳ,​ໃນ​ຍາມ​ຖ່າຍຫນັກ​ຖ່າຍ​ເບົາ​ແລະ​ນອນ,ທຳ​ມະ​ດາ​ແລ້ວ​ຍັງ​ມີ​ການ​ສະຫນອງ​ເຄື່ອງກິນ​ແລະ​ນ້ຳດື່ມ,ສຳລັບ​ຫ້ອງ​ອັດ​ແຈບ​ບັນທຸກ​ຄົນ​ຕ້ອງ​ເຫາະ​ເຫີ​ນຍາວ​ນານ​ນັ້ນຍັງ​ມີ​ເຄື່ອງ​ໃສ່​ນ້ຳທີ່​ຫມູນວຽນ,​ເຄື່ອງ​ປະກອບ​ລື່ນ​​ເລີງລະ​ຫັດກາຍ​ອີກ​ດ້ວຍ.

ຕໍ່​ໄປ​ເຮົາ​ຂໍ​ລົມ​ນຳ​ທ່ານ​ກ່າວ​ການ​ນຸ່ງ​ຖື,​ເມື່ອ​ຄົນ​ເຂົ້າ​ໄປ​ໃນ​ອະວະກາດ​ແລ້ວ,ກໍ​ຈະ​ຫຼີກບໍ່ມົ້ນຢາກ​ຍ່າງ​ອອກ​ຈາກ​ຫ້ອງ​ອັດ​​ແຈບ,​ເຄື່ອງ​ຄ້ຳປະກັນ​ຊີວິດ​ໃນ​ຍາມ​ນີ້​ກໍ​ແມ່ນ​ເຄື່ອງ​ນຸ່ງ​ອະວະກາດສຳລັບ​ເຄື່ອນ​ໄຫວ​ຢູ່​ນອກ​ຫ້ອງ,​ເຄື່ອງ​ນຸ່ງ​ຊະນິດ​ນີ້​ບໍ່​ພຽງ​ແຕ່​ຕ້ອງ​ມີ​ສັບພະ​ຄຸນ​ທັງ​ຫມົດ,ຂອງ​ຫ້ອງ​ອັດ​ແຈບ​ທໍ່​ນັ້ນ,ຫາກ​ຍັງ​ຕ້ອງ​ເພີ່ມ​ເຄື່ອງ​ປະກອບສຳລັບ​ຍ່າງ​ໃນ​ອະວະກາດ,​ແລ​ະ​ເຄື່ອງ​ປະກອບ​ໂທລະ​ຄົມ​ອີກ,ນັ້ນກໍ​ຄື:ຖົງ​ເປ້​ພົ່ນ​ອາຍລະ​ຖົງ​ເປ້​ເຄື່ອງ​ໂທະ​ຄົມ.ຖົງ​ເປ້​ພົ່ນ​ອາຍ​ສາມາດ​ພົ່ນ,ອາຍ​ໄປ​ສູ່ 6 ທິດ​ຄື​ທາງ​ຫນ້າ,ທາງ​ຫລັງ ທັງ​ເທິງ ທາງ​ລຸ່ມ ທາງ​ຊ້າຍ ທາງ​ຂວາ,ຈາກ​ນັ້ນ,ນັກ​ບິນ​ອະວະກາດ​ກໍ​ສາມາດ​ຍ່າງ​ໄປມາ​ຢູ່​ໃນ​ອະະກາດ​ໄດ້,ຍ້ອນ​ວ່າ​ຢູ່​ອະວະ​ກາດ​ບໍ່​ມີ​ອາກາດ​ມາ​ສົ່ງ​ສຽງ​ໃຫ້,ສະນັ້ນຢູ່​ມໍ່​ກັນ​ທີ່​ສຸດ​ກໍ​ຕ້ອງ​ອາ​ໃສ​ຖົງ​ເປ້​ເຄື່ອງ​ໂທລະ​ຄົມ,ລະ​ລົບ​ຮັກສາ​ຊີວິດ​ຕົ້ນຕໍ​ກໍ​ແມ່ນ​ເປ້​ຢູ່​ຫລັງ​ຫັ້ນ,​ເຊິ່ງລວມມີ​ທັງ​ຊີກ​ສ່ວນ​ສຳຄັນ​ຂອງ​ລະບົບ​ອາກາດ,ມັນ​ຫມູນວຽນສິ່ງ​ທີ່​ນັກ​ບິນ​ອະວະກາດ​ຫັນ​ໃຈ​ອອກ,ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ອອກ,​ແລ້ວ​ສົ່ງ​ອອກ​ຊີ​ທີ່​ຕ້ອງການ​ເຂົ້າ​ໄປ​ເພີ່ມ​ໃຫ້.ການ​ກິນ​ເຂົ້າ​ໃນ​ຫ້ອງ​ອັດ​ແຈບ​ຂອງ​ເຮືອ​ເຫາະ​ຈັກກະວານ​ແມ່ນ​ເລື່ອງ​ຕິດ​ໃຈ​ແລະ​ອັນຕະລາຍ,ຖ້າ​ຄາ​ວຽກ,ກໍ​ຈະ​ເອົາ​ອາຫານ​ແລະ​ເຄື່ອງ​ດື່ມ​ແຂວນ​ໄວ້​ຢູ່​ກາງຫາວ,​ແລ້ວ​ເອົາ​ປາກ​ກັດ​ກິນ​ໄປ​​ແຕ່ລະ​ຄຳຫຼືດູດ​ກິນ​,ສ່ວນ​ມື​ສອງ​ເບື້ອງ​ກໍ​ຍັງ​ເຮັດ​ວຽກ​ອື່ນ​ໄດ້.​ແຕ່​ວ່າ​ເສດ​ອາຫານະ​ປິ໋ວ​ແວະໆ​ໄປ​ທົ່ວທີບ,ປີ​ວ​ເຂົ້າມາ​ບັງຕາ​ແລະ​ເຂົ້າ​ໄປ​ໃນ​ຮູດັງ,ຍັງ​ຈະ​ທຳລາຍ​ຮອດ​ໂມງ​ວັດ​ແທກ​ນຳ​ອີກ,​ເພາະສະນັ້ນ,​ໃນ​ການ​ເຄື່ອນ​ໄຫວ​ການບິນ​ອະວະກາດ​ໄລຍະ​ຕົ້ນຈິ່ງ​ເອົາ​ຫານ​ຂອງ​ນັກ​ບິນ​ອະວະກາດ​ເຮັດ​ເປັນ​ຄື​ເຂົ້າ​ແປງ​ກວນ,ຍັງ​ໃສ່​ໃນ​ຫຼອດອ່ອນໆ,​ເວລາ​ຈະ​ກິນ,ຈິ່ງ​ບີບ​ເຂົ້າປາກ​ຄື:ບີບ​ຢາຖູ​ແຂ້ວ,ວິທີ​ກິນ​ເຂົ້າ​ແບບ​ນີ້ ຍ້ອນ​ວ່າ​ຫຼຽວບໍ່​ເຫັນ​ສີ​ແລະ​ຮູບ​ຂອງ​ອາຫານ​ແ​ລະ​ກໍ​ບໍ່​ໄດ້​ດົມ​ກິ່ນ​ຫອມ​ຂອງ​ອາຫານ,​ເພາະສະ​ນັ້ນຈິ່ງ​ເຮັດ​ໃຫ້​ນັກ​ບິນ​ອະວະກາດ​ບໍ່​ຢາກກິນ,​ແຕ່​ວ່າ​ອາຫານ​ຂອງ​ນັກ​ບິນ​ອະວະກາດ​ແລະ​ວິທີ​ກິນ​ໃນ​ປັດຈຸບັນ​ແມ່ນ​ບໍ່​ຕ່າງ​ຫຍັງ​ກັບ​ຢູ່​ຫນ້າດິນ​ແລ້ວ,ອາຫານ​ກໍ​ຫນຽວ​ແດ່​ຈັກ​ຫນ່ວຍ,ມັນ​ຕິດ​ຢູ່​ໃນ​ຈານ​ຢ່າງ​ປິວ​ບໍ່​ອອກ,ສ່ວນ​ຈານ​ນັ້ນກໍ​ຕິດ​ຢູ່​ກັບ​ໂຕະ​​ເລີ​ຍ

1  2