|
|
(GMT+08:00)
2005-03-09 15:27:19
|
|
[ນາງຕ່າວເມລານ]
cri
Author: mo
ຈາກຄະນະສິລະປາກອນເຜົ່າສິບສອງພັ່ນນາ, ຄະນະສິລະປາກອນແຂວງຢຸນນານ, ຮອດຄະນະສິລະປາກອນບົວລະພາປັກກິ່ງ, ນາງຕ່າວເມລານໄດ້ປະຈັກຕາຊາວໂລກດ້ວຍເອກະລັກພິເສດແລະສະເໜສິລະປະອັນໂດດເດັ່ນຂອງຕົນຕະຫລອດມາ. ນາງນອກຈາກໄດ້ສະແດງຢ່າງສວຍງາມໃນດົນຕີຟ້ອນມະຫາກາບປະຫວັດສາດ"ບົວລະພາແດງ"ແລ້ວ, ນາງຍັງໄດ້ສະແດງລາຍການຟ້ອນ"ເຈົ້າຍິງນົກຍຸງ" ຟ້ອນເຜົ່າໄທລື້"ເລື່ອງໄປກາດ"ແລະເລື່ອງ"ສາວນ້ອຍ"ຊຶ່ງລ້ວນແລ້ວແຕ່ເປັນລາຍການຂອງໄທລື້, ອັນໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໄວ້ແກ່ຄົນທັງຫລາຍ.
ທ່ານນາງຕ່າວເມລານເຫັນວ່າ, ນັກຟ້ອນໝົດທຸກຄົນ, ລ້ວນແຕ່ຕ້ອງຮັບເອົາຈຸດພິເສດຂອງການຟ້ອນປະເພດຕ່າງໆຄືກັນກັບແມງເຜິ້ງດູດເອົານ້ຳຫວານ, ແລ້ວເຊື່ອມໂຍງເຂົ້າໃນສິລະປະການຟ້ອນຂອງຕົນ. ສະນັ້ນ, ນາງຈຶ່ງໄດ້ຮຽນເອົາການຟ້ອນຂອງຫລາຍປະເທດ, ແລະມີການຄົ້ນຄວ້າຢ່າງເລິກເຊິ່ງຕໍ່ການຟ້ອນຂອງປະເທດອາຊີອາຄະເນຄືລາວ ມຽນມາແລະໄທເປັນຕົ້ນ.
"ພວກເຮົາມີພາສາແລະຮີດຄອງປະເພນີທີ່ຄ້າຍຄືກັນ, ລ້ວນແຕ່ເຊື່ອຖືສາສະໜາພຸດ. ວັດທະນະທຳຂອງພວກເຮົາກໍຄ້າຍຄືກັນ, ວາດຟ້ອນກໍພໍປານກັນ. ສິລະປິນຂອງບັນດາປະເທດຕ່າງຮ່ຳຮຽນນຳກັນ, ຖອດຖອນເອົາຈຸດດີຈຸດເດັ່ນຂອງກັນ, ກໍຈະສາມາດປະດິດຄິດແຕ່ງສິລະປະທີ່ດີເດັ່ນຍິ່ງຫລາຍກວ່າເກົ່າ."
ທ່ານນາງຕ່າວເມລານເຄີຍໄປຢ້ຽມຢາມແລະສະແດງຢູ່ 30 ກວ່າປະເທດຄືມຽນມາ ໄທ ສິງກະໂປ ແລະເຊັກໂກສະໂລວາກີເປັນຕົ້ນ, ບໍ່ວ່າໄປຮອດບ່ອນໃດລ້ວນແຕ່ໄດ້ຮັບຄວາມຊົມເຊີຍຢ່າງຟົດຟື້ນ. ແຕ່ບໍ່ວ່າໄປຮອດບ່ອນໃດ, ນາງຕ່າວເມລານກໍບໍ່ລືມເຮືອນຍົກພື້ນ, ບໍ່ລືມແມ່ນ້ຳລ້ານຊ້າງ, ບ້ານເກີດທີ່ສວຍງາມຂອງນາງ. ປີ 1994, ທ່ານນາງຕ່າວເມລານຕ່າງໄດ້ຕັ້ງໂຮງຮຽນຄວາມຫວັງສິລະປະຊົນເຜົ່າຕ່າວເມລານຢູ່ເຂດຍ່ອຍສິບສອງພັ່ນນາແລະເຂດຍ່ອຍເຕີຫົງແຂວງຢຸນນານ. ນາງຢາກໃຫ້ບ້ານເກີດຂອງນາງມີນົກຍຸງນ້ອຍທີ່ຍິ່ງສວຍງາມບິນອອກຈາກເຮືອນຍົກພື້ນຫລາຍກວ່າເກົ່າ.
ທ່ານນາງຕ່າວເມລານໄດ້ທຸ່ມເທເຫື່ອແຮງແລະຄວາມຮັກຂອງນາງເຂົ້າໃນການສົ່ງເສີມວັດທະນະທຳຊົນເຜົ່າ. ການອຸທິດຂອງນາງກໍໄດ້ຮັບຄວາມຍ້ອງຍໍແລະຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ. ປີ 1998, ທ່ານນາງຕ່າວເມລານໄດ້ຮັບເລືອກຕັ້ງເປັນກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 9; ປີ 2003, ນາງໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນສະໄໝທີ 10.
"ໜ້າທີ່ຂອງພວກເຮົາກໍແມ່ນລົງເລີກຮາກຖານ, ສ່ອງແສງສະພາບສັງຄົມແລະຄວາມປາຖະໜາຂອງປະຊາຊົນ, ສ່ອງແສງຄວາມຄິດຄວາມຕ້ອງການຂອງປະຊາຊົນ."
ບໍ່ວ່າເປັນກຳມະການສະພາປຶກສາການເມືອງ, ຫລືເປັນຜູ້ແທນສະພາປະຊາຊົນ, ເພື່ອປະຕິບັດໜ້າທີ່ອັນສັກສິດຂອງຕົນ, ທ່ານນາງຕ່າວເມລານໄດ້ລົງໄປບ້ານຕ່າງໆຢູ່ຊາຍແດນແລື້ອຍໆ, ຊອກຮູ້ສະພາບຊີວິດການເປັນຢູ່ແລະຄວາມປາຖະໜາຂອງປະຊາຊົນ, ເອົາໃຈໃສ່ນຳຊີວິດຂອງພວກເຂົາເຈົ້າ. ໃນກອງປະຊຸມເທື່ອນີ້, ນາງກໍໄດ້ສະເໜີຍັດຕິກ່ຽວກັບການເພີ່ມທະວີການສຶກສາຕໍ່ຊາວໜຸ່ມເຍົາວະຊົນຢູ່ເຂດຊົນເຜົ່າສ່ວນໜ້ອຍຕາມຊາຍແດນ, ເພີ່ມງົບປະມານໃນດ້ານການສຶກສາວັດທະນະທຳຂອງເຂດດັ່ງກ່າວ.
"ຂ້າພະເຈົ້າເອົາໃຈໃສ່ນຳພວກເດັກນ້ອຍເຫຼົ່ານີ້." ມາບັດນີ້, ທ່ານນາງຕ່າວເມລານກໍໄດ້ແບ່ງຄວາມຮັກຂອງນາງທີ່ມີຕໍ່ພາລະກິດການຟ້ອນຂອງນາງໄປໃຫ້ເດັກນ້ອຍທັງຫລາຍຢູ່ເຂດຊາຍແດນອີກຢ່າງບໍ່ຮູ້ສຶກຕົວ, ນາງອາຍຸແກ່ແລ້ວ, ແຕ່ອາດຈະຍິ່ງຂຸ້ນວຽກແລະອິດເມື່ອຍກວ່າແຕ່ກ່ອນອີກ. 1 2
|
|
|