ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 22:13:33    
ນິຕິບັນຍັດທ້ອງ​ຖິ່ນ​ໄດ້​ສະ​ໜອງ​ສິ່ງ​ຄ້ຳ​ປະ​ກັນ​ທາງ​ກົດ​ໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຕ່າງໆ​ຂອງ​ຈີນ(ສຽງ)

cri Author: q

ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ14​ມີນາ.​ຕອນ​ເຊົ້າ​ວັນ​ທີ9​ມີນາ,​ໃນ​ເວລາ​ລາຍ​ງານວຽກ​ງານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຕໍ່​ກອງ​ປະຊຸມ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ3​ສະ​ໄໝ​ທີ10,ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ1​ປີ​ທີ່​ຜ່ານ​ມາ​,​ແມ່ນ​ປີ​ໜຶ່ງ​ທີ່ວຽກ​ງານ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພ້ອມ​ດ້ວຍ​ຄະນະ​ປະຈຳ​ສະພາ​ໄດ້​ມີ​ການ​ຄືບ​ໜ້າ​ອັນ​ສຳຄັນ.ໃນ​ນາມ​ເປັນ​ການ​ຕາບ​ຈູ​ນ​ແຫ່ງ​ນິຕິບັນຍັດຂອງ​ລັດ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ການ​ສ້າງ​ກົດໝາຍ​ທ້ອງ​ຖິ່ນໄດ້ສະໜອງ​ສິ່ງ​ຄ້ຳປະກັນ​ທາງ​ກົດໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມ​ແຫ່ງ​ຕ່າງໆ​ຂອງ​ຈີນ.

ລະບອບ​ສະພາ​ ​ປະຊາຊົນ​ແມ່ນ​ລະບອບ​ການ​ເມືອງ​ກົກ​ຮາກ​ຂອງ​ຈີນ,​ໃນ1ປີຜ່ານມາ,ຄະ​ນະ​ປະ​ຈຳ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສຳ​ຫຼວດພິຈາລະນາ​ຮ່າງ​ກົດໝາຍ,ຄຳ​ອະ​ທິ​ບາຍ​ກົດໝາຍ​ແລະ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນຫາ​ກົດໝາຍ​ລວມ33ສະບັບ,​​ໃນ​ນັ້ນ,​ໄດ້​ຜ່ານ25​ສະບັບ.​ໃນ​ນາມ​ເປັນ​ການ​ຕາບ​ຈູ​ນ​ແຫ່ງ​ນິຕິບັນຍັດຂອງ​ລັດ,​​ໃນ​ການ​ສ້າງ​ກົດໝາຍ​ທ້ອງ​ຖິ່ນໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ສະ​ພາ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ກໍ​ໄດ້​ສ້າງ​ກົດ​ໝາຍ​ກົດ​ບັນ​ຍັດ​ທີ່​ຕ່າງ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ໃຜ​ລາວ​ເປັນ​ຈຳ​ນວນ​ຫຼາຍ​ສົມຄວນ.

ທ່ານ​ນີວຊາວ​ຢາ​ວ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ​ຢຸນນານ ທາງ​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ກ່າວ​ວ່າ:"ນິຕິບັນຍັດທ້ອງ​ຖິ່ນ​ແມ່ນ​ພາລະ​ໜ້າ​ທີ່​ສຳຄັນ​ລາຍ​ໜຶ່ງ​ຂອງ​ສະພາປະຊາຊົນ​ທີ່​ລະບຸ​ໄວ້​ໃນ​ກົດໝາຍ.​ແຂວງ​ຢຸນນານ​ແມ່ນ​ແຂວງ​ທີ່​ມີ​ຫຼາຍຊົນ​ເຜົ່າ​ສ່ວນ​ໜ້ອຍ,ຕໍ່​ແດນ​ກັບປະ​ເທດ​ອາຊ​ຽນຈຳນວນ​ໜຶ່ງ,​ເສດຖະກິດ​ຂ້ອນ​ຂ້າງ​ຫຼ້າ​ຫຼັງ​ໂດຍ​ທຽບ​ຖານ.ກົດ​ບັນຍັດ​ທ້ອງ​ຖິ່ນ​ທີ່​ພວກ​ເຮົາ​ວາງ​ອອກ​ນັ້ນ​ຕົ້ນຕໍ​​ໄດ້​ພິຈາລະນາວ່າ​ຕ້ອງ​ໝູນ​ອ້ອມ​ສີສັນ​ພິ​ເສດ​ຂອງ​ທ້ອງ​ຖິ່ນ,ສອດຄ່ອງ​ກັບ​ສະພາບ​ຕົວຈິງ​ຂອງ​ແຂວງ​ຢຸນນານ,ສາມາດ​ເຮັດ​ໃຫ້​ລະບຽບ​ການ​ສັງຄົມ​ເປັນ​ແບບ​ສະບັບຢ່າງບັງເກີດ​ຜົນ,​ແລະສາມາດ​ຮັບ​ໃຊ້​ພາກ​ສ່ວນ​​ໃຫຍ່​ແຫ່ງ​ການ​ສ້າງສາ​ເສດຖະກິດ​ຕື່ມ​ອີກ."

ແຕ່ປີ2003ຮອດ​ປີ2004,ສະພາປະຊາຊົນ​ແຂວງ​ຢຸນນານ​ໄດ້​ສ້າງ​ແລະ​ອະນຸມັດ​ກົດ​ບັນຍັດ​ທ້ອງ​ຖີ່​ນ14ສະບັບ,ດັດ​​ແກ້4​ສະບັບ,ອະນຸມັດ​ກົດ​ຂໍ້​ກຳນົດສະ​ເພາະສຳລັບ​ເຂດ​ຊົນ​ເຜົ່າ3​ສະ​ບັບ.​ໃນ​ເວລາ​ສ້າງ​ກົດ​ໝາຍ,​ໄດ້​ຮັກ​ສາ​ປະລິມານ​ອັນ​ເໝາະ​ສົມ,ພ້ອມ​ທັງໄດ້​ຖື​ການ​ຍົກ​ສູງ​ຄຸນ​ນະ​ພາ​ບນິຕິ​ບັນຍັດ​ເປັນ​ຫົວ​ຂໍ້​ສຳຄັນ.ທ່ານ​ນີວຊາວ​ຢາ​ວ ຮອງ​ປະທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ຢຸນນານ​ເວົ້າ​ວ່າ:

"ໃນ​ການ​ຊອກ​ຄົ້ນ​ມາ​ເປັນ​ເວລາ2​ປີກ​ວ່າ,​ເພື່ອ​ຍົກ​ຄຸນ​ນະພາ​ບນິຕິບັນຍັດ​ໃຫ້​ສູງ​ຂຶ້ນ,ສະພາ​ປະຊາຊົນ​ທ້ອງ​ຖິ່ນ​ພວ​ກ​ເຮົາ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທົບ​ທວນຄືນ​ການ​ສ້າງ​ກົດໝາຍ,ສະຫຼຸບ​ຖອດຖອນ​ບົດຮຽນ​ແລະ​ຊອກ​ຫາ​ຈຸດ​ອ່ອນ​ຈາກ​ກົດ​ບັນຍັດ​ທີ່​ວາງ​ອອກ​ໃນ​ເມື່ອ​ກ່ອນ,​ເພື່ອ​ສະໜອງ​ບົດຮຽນ​ໃຫ້​ແກ່ການ​ປັບປຸງ​ວຽກ​ງານ​ນິຕິບັນຍັດ."

ທ່ານ​ນີວຊາວ​ຢາ​ວສະ​ເໜີ​ໃຫ້​ຮູ້​ວ່າ,​ເພື່ອ​ເປີດ​ກວ້າງ​ຊ່ອງ​ທາງ​ນິຕິບັນຍັດ,ທະ​ແນມ​ແຕ່​ແມ່ນ​ໂຄງການ​ນິຕິ​ບັນຍັດ​​ທີ່​ໄດ້​ຈັດ​ເຂົ້າໃນ​ແຜນການ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຂວງ​ຢຸນ​ນານ,​ຕ້ອງ​ພິມ​ລົງ​​ໜັງສືພິມ​ແລະ​ປະກາດ​ເທິງ​ເວ​ບ​ໄຊ,​ເພື່ອ​ຂໍຄວາມ​ເຫັນ​ນຳ​ສັງຄົມ,​ແລະ​ດຳ​ເນີນ​ການ​ປະ​ກວດ​ ​ແລະ​ໃຫ້​ລາງວັນ​ແກ່​ໂຄງການ​ນິຕິບັນຍັດ​ແລະ​ຮ່າງ​ກົດ​ບັນຍັດ​ທີ່​ປະກາດ​ຂໍ​ຄວາມ​ເຫັນ​ຢ່າງ​ເປີດ​ເຜີ​ຍ,​​ໄດ້​ເສີມ​ສ້າງ​ນິ​ຕິ​ບັນ​ຍັດ​ແບບ​ປະ​ຊາ​ທິ​ປະ​ໄຕ​ແລະ​ນິ​ຕິ​ບັນ​ຍັດ​ຢ່າງ​ເປີດ​ເຜີຍ.ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ສະ​ໜອງ​ສິ່ງ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ຍົກ​ຄຸນ​ນະພາບ​ນິຕິບັນຍັດ​ໃຫ້​ສູງ​ຂຶ້ນ​ຢ່າງ​ແທ້​ຈິງ.​​ໂດຍ​ພິ​ຈາ​ລະ​ນາ​ເຖິງ​ແຂວງ​ຢຸນນານ​​ເຊິ່ງ​ເປັນ​ແຂວງ​ຊາຍ​ແດນ​ທີ່​ມີຫຼາຍ​ຊົນ​ເຜົ່າ,ການສ້າງ​ກົດໝາຍ​ຊົນ​ເຜົ່າ​ແມ່ນ​ສຳຄັນ​ທີ່​ສຸດ.ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ​ຢຸນນານ​ໄດ້​ຜ່ານ​ແລະ​ປະຕິບັດ​ວິທີ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ​ສ.ປ.ຈີນ​ຂອງ​ແຂວງ​ຢຸນນານ.​ໂດຍ​ແນ​ໃສ່​ສະ​ພາບ​ຕົວ​ຈິງ​ທີ່​ສະຖານະ​ການ​​ເປັນ​ພະຍາດ​ໂຣກ​ເອດ​ສ໌​ຢູ່​ແຂວງ​ຢຸນນານ​ຂ້ຽວ​ຂາດ​ສົມ​ຄວນ,​ແຂວງ​ຢຸນນານ​ໄດ້​ນຳ​ອອກ​ແລະ​ປະ​ຕິ​ບັດ​ວິທີ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ໂຣກ​ເອດ​ສ໌​ແຂວງ​ຢຸນນານ.ພາຍ​ໃຕ້​ປະຖົມ​ປັດ​ໃຈ​ທີ່​ຍຶດ​ໝັ້ນ​ເປັນ​ເອ​ກະ​ພາບ​ກັນ​ກັບ​ລະ​ບອບ​ກົດ​ໝາຍ​ຂອງ​ລັດ,ກົດ​ບັນຍັດ​ທ້ອງ​ຖິ່ນ​ເຫຼົ່ານີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ສີສັນ​ພິ​ເສດ​ຂອງທ້ອງ​ຖີ່​ນ.

ໃນ​ຂະນະ​ດຽວ​ກັນ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ສະພາ​ປະຊາຊົນ​​ແຫ່ງ​ຕ່າງໆ​ຂອງ​ຈີນ​ກໍ​ໄດ້​ຕັ້ງໜ້າ​ຊອກ​ຄົ້ນ​ໃນ​ດ້ານ​ຂອບ​ເຂດ​ສ້າງ​ກົດ​ໝາຍ​ທ້ອງ​ຖິ່ນ.ນອກຈາກ​ຂໍ້​ກຳນົດ​ທີ່​ມີ​ຢູ່​ໃນ​ກົດໝາຍ​​ຂອງ​ລັດ​,ຕ້ອງການ​ອີງ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ,ສ້າງກົດ​ບັນ​ຍັດ​ລັກ​ສະ​ນະ​ປະ​ຕິ​ບັດ​ແລະ​ລັກ​ສະ​ນະ​​ເພີ່ມ​ເຕີບ​ແລ້ວ,ຍັງ​ໄດ້​ສ້າງ​ກົດໝາຍທີ່ລັດ​ຍັງ​ບໍ່​ທັນ​ໄດ້​ນິຕິ​ບັນ​ຍັດ​ນັ້ນ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ.

1  2