ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 22:13:33    
ນິຕິບັນຍັດທ້ອງ​ຖິ່ນ​ໄດ້​ສະ​ໜອງ​ສິ່ງ​ຄ້ຳ​ປະ​ກັນ​ທາງ​ກົດ​ໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຕ່າງໆ​ຂອງ​ຈີນ(ສຽງ)

cri Author: q

ແຂວງ​ກຸ້ຍ​ໂຈ່​ວ ກໍ​ແມ່ນ​ຕັ້ງ​ຢູ່​ພາກຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ,​ໃນ​ປີ2002,​ເມືອງ​ກຸ້ຍ​ຢາງ ​ເມືອງ​ເອກ​ແຂວງ​ກຸ້ຍ​ໂຈ່​ວຖືກ​ກຳນົດ​ຈາກກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​​ໃຫ້​​ເປັນ​ຈຸດ​ທົດ​ລອງ​ສ້າງ​ຕົວ​ເມືອງ​ຊີ​ວະ​ພາບ​ດ້ວຍ​ເສດ​ຖະ​ກິດ​ໝູນ​ວຽນ​​ແຫ່ງ​ທຳ​ອິດ​ຂອງ​ຈີນ.​ສະ​ພາ​ປະ​ຊາ​ຊົນ​​ເມືອງ​ກຸ້ຍ​ຢາງ​ໄດ້​ມອບ​ໝາຍ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ວິ​ທະ​ຍາ​ສາດ​ສິ່ງ​ແວດ​ລ້ອມ​ຈີນ,ຮ່າງ​ກົດ​ຂໍ້​ກຳນົດ​ເມືອງ​ກຸ້ຍ​ຢາງ​ ​ສ້າງຕົວ​ເມືອງ​ຊີວະ​ພາບ​ດ້ວຍ​ເສດ​ຖະ​ກິດ​ໝູນ​ວຽນ,​ແລະ​ໄດ້​ດັດ​​ແກ້​ຫຼາຍ​​ເທື່ອ​ຕາມ​ສະພາບ​ຕົວ​ຈິງ​ຂອງ​​ເມືອງ​ກຸ້ຍ​ຢາງ.ກົດ​ຂໍ້​ກຳ​ນົດ​ດັ່ງ​ກ່າວ​ໄດ້​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ1​ພະຈິກ​ປີ​2004​ເປັນ​ຕົ້ນ​ມາ,​ເຊິ່ງ​ໄດ້​ກາຍ​ເປັນ​ກົດ​ບັນ​ຍັດ​ທ້ອງ​ຖິ່ນກ່ຽວ​ກັບເສດຖະກິດ​ໝູນວຽນ​ສະບັບ​ທຳ​ອິດ​ຂອງ​ຈີນ.ທ່ານ​ຊຸນ​ໂກສ​ຽງ ຫົວ​ໜ້າ​ຄະນະ​ກຳ​ມ​ະການ​ການ​ພັດ​ທະ​ນາ​ແລະ​ການ​ປະຕິ​ຮູ​ບ​ແຂວງ​ກຸ້ຍ​ໂຈ່​ວ​ກ່າວ​ວ່າ:

"​ເສດຖະກິດ​ໝູນວຽນ​ແມ່ນ​ເສັ້ນທາງ​ພັດທະນາ​ແບບ​ຍືນ​ຍົງ​ທີ່​ສອດຄ່ອງ​ກັບ​ສະພາບຕົວ​ຈິງ​​ທີ່​ສຸດໃນ​ປະຈຸ​ບັນ.​ເຖິງ​ວ່າ​ກົດ​ບັນຍັດ​ທ້ອງ​ຖິ່ນ​ກ່ຽວ​ກັບ​ເສດຖະກິດ​ໝູນວຽນ​ຂອງ​ພວກ​ເຮົາ​ແມ່ນ​ຄຸ້ມ​ຄອງ​ວຽກ​ງານ​ທ້ອງ​ຖີ່​ນກໍ​ຕາມ,​ແຕ່​ມັນ​ມີ​ຄວາມ​ໝາຍ​ເປັນ​ແວ່ນ​ແຍງໃຫ້​ແກ່ສະພາ​ປະຊາຊົນ​ແຫ່ງ​ຊາດ​ສ້າງ​ກົດໝາຍ​​ລະດັບ​ຊາດ​ທີ່​ກ່ຽວຂ້ອງ."

ແຕ່​ປີ1998​ມາ​ນີ້,ສະພາ​ປະຊາຊົນ​ແຂວງ​ກຸ້ຍ​ໂຈ່​ວ​ໄດ້​ສ້າງ​ແລະ​ອະນຸ​ມັດ​ກົດ​ບັນຍັດ​ທ້ອງ​ຖິ່ນ​ແລະ​ກົດ​ຂໍ້​ກຳນົດ​ສະ​ເພາະສຳ​ລັບ​ທ້ອງ​ຖິ່ນ​ລວມ98ສະບັບ,ກວມ43%ຂຶ້ນ​ໄປ​ຂອງ​ຍອດ​ຈຳນວນ​ກົດ​ບັນຍັດ​ທ້ອງ​ຖິ່ນ​ແລະ​ກົດ​ຂໍ້​ສະ​ເພາະ​ສຳລັບ​ທ້ອງ​ຖິ່ນ​ທີ່​ມີ​ຜົນ​ສັກສິດ​ໃນ​ປັດຈຸ​ບັນ.ກົດ​ຂໍ້​ກຳນົດ​ປ່າ​​ໄມ້,ກົດ​ຂໍ້​ກຳນົດ​ຄຸ້ມ​ຄອງ​ທີ່​ດິນ,ກົດ​ຂໍ້​ກຳນົດ​ຄຸ້ມ​ຄອງ​ຊັບພະຍາກອນ​ບໍ່​ແຮ່​ເປັນ​ຕົ້ນ​ທີ່​ແຂວງ​ກຸ້ຍ​ໂຈ່​ວວາງ​ອອກ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້​ໄດ້​ຮັບ​ປະສິດ​ທິຜົນ​ຢ່າງ​ເດັ່ນ​ຊັດ.ຕົວຢ່າງ,ຄື​ກົດ​ຂໍ້​ກຳນົດ​ການ​ສຶກສາ​ກິ່ງ​ແຂວງພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ແຂວງ​ກຸ້ຍ​ໂຈ່​ວ​ເຜົ່າ​ປູ​ອີ​ເຜົ່າ​ມົ້ງປົກຄອງ​ຕົນ​ເອງ,​ໄດ້​ຫຼຸດຜ່ອນການ​ຈຳ​ກັດ​ອະ​ຍຸ​ເຂົ້າ​ໂຮງຮຽນ​ປະຖົມ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດພູດ​ອຍຫ່າ​ງ​ໄກ​ສອກຫຼີກ​ ​ເຖິງ​ອາຍຸ9​ປີ.​ແລະ​​ໄດ້ຈັດ​ເອົາ​ເນື້ອ​ໃນ​ຕ່າງໆ​ເຊັ່ນ​ຈັດຫ້ອງ​ຊົນ​ເຜົ່າ,​ຫ້ອງ​ເດັກ​ຍິງ​ແລະ​ການ​ສຶກສາ​ສອງ​ພາສາ​ເປັນ​ຕົ້ນ​ເຂົ້າ​ໃນ​ກົດ​ຂໍ້​ກຳ​ນົດ.​ເຮັດ​ໃຫ້​ອັດ​ຕາ​ເດັກ​ນ້ອຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ເຂົ້າ​ໂຮງຮຽນ​ຂອງ​ເຂດ​ດັ່ງກ່າວ​ໄດ້​ຍົກ​ສູງ​ຂຶ້ນ​ຮອດ​96%.

ໃນ​ກອງ​ປະຊຸມປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນປີ​ນີ້,ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຫຼາຍທ່ານ​ກ່າວ​ວ່າ,ຫວັງ​ໃຫ້​ ​ລັດ​ແລະ​ທ້ອງ​ຖິ່ນ​ຈົ່ງຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ແທນ​ສະພາ​ປະຊາຊົນ​ຢ່າງ​ກວ້າງຂວາງ​ກວ່າ​ເກົ່າ​ໃນ​ການ​ສ້າງ​ກົດໝາຍ​ໃນ​ພາຍ​ໜ້າ,​ເຮັດ​ໃຫ້​ກົດໝາຍ​ຍິ່ງ​ສົມບູນ​ກວ່າ​ເກົ່າ.​ໃນ​ເວລາ​ຕິດ​ຕາ​ກວດກາການປະຕິບັດ​ກົດໝາຍ​,​ຄວນ​ໃຫ້​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ຕິດ​ຕາ​ກວດກາ​ການ​ປະຕິບັດ​ກົດໝາຍ​ຂອງ​​ແຫ່ງ​ຕ່າງໆ​ໃຫ້ຫຼາຍ​ກວ່າ​ເກົ່າ,​ເຮັດ​ໃຫ້​ກົດ​ໝາຍ​ໄດ້​ຮັບ​ການ​ໂຄສະນາ​ແລະ​ການ​ປະຕິບັດ​ໄດ້​ດີກ​ວ່າ​ເກົ່າ.


1  2