ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 09:12:18    
[ທ່ານ​ໂຫວ​ຢ້າວ​ເວີນ]

cri Author: mo

  
         

ທ່ານ​ໂຫວຢ້າວ​ເວີນ​ແມ່ນ​ສິນລະປິນ​ເວົ້າຕະຫຼົກທີ່​ມີ​ຊື່​ສຽງ​ຂອງ​ຈີນ, ທ່ານ​ບໍ່​ພຽງ​ແຕ່​ເວົ້າຕະຫຼົກ​ໄດ້​ດີທໍ່​ນັ້ນ, ການສະ​ແດງ​ລະຄອນ​ກ້ອມ, ຮູບ​ເງົາ​ແລະ​​ເລື່ອງໂທລະພາບ​ກໍ​ສະ​ແດງ​ໄດ້ດີ​ຄື​ກັນ, ​ໄດ້​ຮັບ​ຄວາມ​ນິຍົມຊົມ​​ເຊີຍ​ຫລາຍ​ຈາກ​ໄທ​ເມືອ​ງຈີນ. ​ມື້​ນີ້, ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໂຫວຢ້າວ​ເວີນ​ສູ່​ຟັງ.

ການ​ເວົ້າຕະຫຼົກ​ແມ່ນ​ຮູບ​ການ​ສິລະ​ປະດັ້ງ​ເດີມ​​ພິ​ເສດ​ຂອງ​ຈີນ, ມີ​ປະຫວັດ​ເກືອບ 2 ຮ້ອຍ​ປີ​ແລ້ວ, ​ທຳ​ອິດ, ​ແມ່ນ​ສິນລະ​ປີນ​ພື້ນ​ເມືອງ​ແຕ່ງກັບ​ປາກ​ແລະ​ສືບ​ເລົ່າ​ກັນ​ມາ​ຈົນຮອດ​ປະຈຸ​ບັນ. ຜູ້​ສະ​ແດງ​ໄດ້​ໃຊ້​ຄວາມ​ເວົ້າອັນ​ມີ​ໄຫວ​ພິບ, ຫລັກ​ແຫລມ​ແລະ​ຕະຫຼົກຂົກຂັນຫຼື​ສຽດ​ສີປະກົດ​ການບໍ່ດີ​ຈຳນວນ​ໜຶ່ງ​ໃນ​ສັງຄົມ, ​ເພື່ອ​ຊວນ​ຫົວ, ພາ​ໃຫ້​ຜູ້​ຊົມ​ມ່ວນ​ຊື່ນ​​.

ພໍ່​ຂອງ​ທ່ານ​​ໂຫວຢ້າວ​ເວີນ​ແມ່ນທ່ານ​ໂຫວປາວ​ລີ​ນ ນັກ​ເວົ້າຕະຫຼົກທີ່​ມີ​ຊື່​ສຽງ​ຂອງ​ຈີນ. ​ແຕ່​​ໃນ​ຍາມຍັງ​ນ້ອຍ, ທ່ານ​ໂຫວຢ້າວ​ເວີນ​ພັດ​ບໍ່​ມັກ​ສິລະ​ປະເວົ້າຕະຫຼົກ, ບາງທີ​ຈົນ​ເຖິງ​ໜ່າຍ​ຊັງ. ​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ​ເພາະ​ວ່າ​ທ່ານ​ໂຫວຢ້າວ​ເວີນ​ຮູ້ສຶກ​ວ່າ, ສິລະ​ປະ​ເວົ້າຕະຫຼົກ​ໄດ້ຍາດ​ເອົາ​ຄວາມ​ຮັກ​ຂອງ​ພໍ່ທີ່​ມີ​ຕໍ່​ລາວ​ໄປ. ​ໃນ​ຄວາມ​ຊົງ​ຈຳ​ຂອງທ່ານ, ພໍ່​ໄດ້​ໃຊ້​ເວລາ​ທັງ​ໝົດ​ເຂົ້າ​ໃນ​ສິລະ​ປະ​ເວົ້າຕະຫຼົກ​, ພໍ່​ບໍ່​ເຄີຍ​ພາທ່ານ​ໄປ​ເລາະ​ຮ້ານ​ຄ້າ​ຫລື​ໄປເບິ່ງຮູບ​ເງົາຈັກ​ເທື່ອ, ​ແລະ​ກໍ​ບໍ່​​​ເຄີຍເອົາ​ໃຈ​ໃສ່​ນຳ​ຊີວິດການ​ເປັນ​ຢູ່​ແລະ​ການຮຽນ​ຂອງທ່ານ​ຈັກ​ເທື່ອ. ທ່ານ​​ໂຫວຢ້າວ​ເວີນ​ເຫັນ​ວ່າ, ພໍ່ບໍ່​ສົມ​ເປັນ​ພໍ່, ທ່ານ​ຮູ້ສຶກ​ວ່າ, ​ແມ່ນ​ການ​ເວົ້າຕະຫຼົກ​ເຮັດ​ໃຫ້ພໍ່​ກັບ​ທ່ານ​ເຫີ​ນຫ່າງ​ກັນ. ດຽວ​ນີ້, ທ່ານ​ໂຫວຢ້າວ​ເວີນ​ທີ່​​ມີ​ຊື່​ລື​ນາມ​​ແລ້ວ ​ໄດ້​ຕີ​ລາຄາຕໍ່​ພໍ່​ຂອງ​ຕົນ​ວ່າ:

ຖ້າ​ເວົ້າ​ໃນ​ດ້ານສິລະ​ປະ​ປະ​ເພດ​ດຽວ​ກັນ​ແລ້ວ, ພໍ່​ແມ່ນ​ຜູ້​ທີ່​ຂ້າພະ​ເຈົ້າ​ເຄົາລົບ​ບູຊາ​ທີ່​ສຸດ, ​ແມ່ນ​​ເປົ້າໝາຍ​ທີ່​ຂ້າພະ​ເຈົ້າບາກ​ບັ່ນ​ສູ້​ຊົນ​ຕະຫຼອດຊີວິດ. ​ແຕ່ຖ້າ​ເວົ້າ​ໃນຖານະ​ເປັນລູກ​ຊາຍ​ແລ້ວ, ຂ້າພະ​ເຈົ້າ​ຄຽດພໍ່​ທີ່​ສຸດ, ຈົນ​ບໍ່​ມີ​ອັນ​ຈະ​ປຽບ. ​ແຕ່​ມາ​ຮອດ​ປັດ​ຈຸ​ບັນ, ຂ້າພ​ະ​ເຈົ້າ​ຈຶ່ງ​ເຂົ້າ​ໃຈ​ວ່າ, ​ເປັນ​ຫຍັງ​ເພີ່ນ​ຈຶ່ງ​ເຮັດ​ຈັ່ງຊັ້ນ.
1  2  3