ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 15:37:54    
ວິທະຍາສາດ​ໄດ້​ເອົາ​ຫຍັງ​ມາ​ໃຫ້​ພວກ​ເຮົາ

cri Author: q
ທ່ານທາມ​ເຊິ​ນ ນັກ​ຟິຊິກ​ສາດ​ທີ່​ມີ​ຊື່​ສຽງ​ເວົ້າວ່າ,​ໃນ​ປັດ​ໄຈ​ທັງ​ຫມົດ​ທີ່​ສາມາດ​ປະ​ກອບ​ສ່ວນ​ໃຫ້​ແກ່​ວິທະຍາສາດ​ນັ້ນ,ການ​ທັບ​ມ້າງ​ທັດສະນະຄະຕິ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ຫມູ່,​ໃນ​ຫົວ​ລ້ຽວ​ຫົວ​ຕໍ່​ສຳຄັນ​ແຫ່ງ​ການ​ຂະຫຍາຍ​ວິທະຍາສາດ​ນັ້ນ,ຍາມ​ໃດ​ກໍ​ແມ່ນ​ຍ້ອນ​ມີ​ຄົນ​ກ້າ​ທັບ​ມ້າງ​ທັດສະນະ​ຄະຕິ​ເດີມ,​ແລ້ວ​ສະ​ເຫ​ນີທັດສະນະ​ຄະຕິ​ໃຫມ່​ທີ່​ມີ​ລັກສະນະ​ປະຕິວັດ​ອອກ​ມາ,ຈິ່ງ​ໄດ້​ພາ​ກຳ​ປັ່ນ​ແຫ່ງ​ວິ​ທະ​ຍາ​ສາດ​ທີ່​ປະສົບ​ສິ່ງກີດ​ຂວາງ​ອັນ​ມະ​ຫາ​ສານ​ນັ້ນ​ແລ່ນ​ໄປ​ສູ່​ທາງ​ທະ​ເລ​ທີ​ມີ​ໄຊ​ສາຍ​ໃຫມ່.

ພວກ​ເຮົາ​ຈົ່ງ​ມາ​ຫວນ​ຄືນ​ການ​ປ່ຽນ​ແປງ​ທັດສະນະ​ຄະຕິ​ອັນ​ສຳຄັນ​ຍິ່ງ​ຫຼາຍ​ເທື່ອ​ທີ່​ເກີດ​ຂຶ້ນ​ໃນ​ສັດຕະວັດ​ທີ 20 .

ເກືອບ​ຫມົດ​ທຸກ​ຄົນ​ໃຜ​ກໍ​ຮູ້​ວ່າ,ຢູ່​ໃຕ້ອຸນຫະພູມ​ປົກກະຕິ​ນັ້ນ,​ໂລຫະ​ແມ່ນ​ກົງ​ດັກ​ເຕີ​ອັນ​ຈົບ​ດີ​ຂອງ​ໄຟຟ້າ,​ເຄື່ອງປັ້ນດິນ​ເຜົາ​ແລະ​ພຼາສ໌ຕິກ​ແມ່ນ​ສິ່ງ​ກັນ​ໄຟຟ້າ,​ເມື່ອ​ປີ 1911,ທ່ານ​ອອນ​ເນັສ ນັກ​ຟິ​ຊິກ​ສາດ​ຂອງ​ໂຮນລັງ​ໄດ້​ຄົ້ນ​ພົບ,​ຄວາມ​ຕ້ານ​ໄຟ​ຟ້າ​ຂອງ​ບາ​ຈະ​ຫຼຸດ​ລົງ​ຮອດ​ສູນ​ຢ່າງ​ກະ​ທັນ​ຫັນ​ພາຍ​ໃຕ້​ອຸນຫະພູມ​ລົບ 269​ ອົງ​ສາ,​ຈາກ​ນີ້​ຈິ່ງ​ໄດ້​ມີ​ສັບ​ໃຫມ່​ເກີດ​ຂຶ້ນ​ຄື:​ປາ​ກົດ​ການ​ຊຸບ​ເປີ​ກົງ​ດຸກ​ເຕີ.​ກໍ​ແມ່ນ​ຍ້ອນ​ມີ​ການ​ຄົ້ນ​ພົບ​ດັ່ງ​ກ່າວ,​ທ່ານ​ອອນ​ເນັສ ຈິ່ງ​ໄດ້​ລາງ​ວັນ​ໂນ​ແບນ​ທາງ​ຟິ​ຊິກ​ສາດ​ເມື່ອ​ປີ1913 .​ແຕ່​ຄວນ​ເວົ້າ​ວ່າ,​ການ​ຄົ້ນ​ພົບ​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ເປັນ​ການ​ຊຸກ​ທະ​ລຸ​ອັນ​ຍິ່ງ​ໃຫຍ່​ທາງ​ດ້ານ​ທັດສະນະ​ຄະ​ຕິ.​ອີງ​ຕາມ​ທັດ​ສະ​ນະ​ຄະ​ຕິ​ທາງ​ຟິ​ຊິກ​ສາດ​ທີ່​ມີ​ຢູ່​ແລ້ວ,​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ໃດໆ​ກໍ​ລ້ວນ​ແຕ່​ມີ​ຄວາມ​ຕ້ານ​ໄຟຟ້າ,ຢູ່​ໃສ​ຈະ​ມີ​ຄວາມ​ຕ້ານ​ໄຟ​ຟ້າ​ທີ່​ເປັນ​ເລກ​ສູນ​ຈັກ​ເທື່ອ?

ແຕ່​ນັ້ນມາ,ນັກ​ວິທະຍາສາດ​ປະ​ເທດ​ຕ່າງໆ​ຈິ່ງ​ເລີ່​ມຊອກ​ຫາ​ສິ່ງຊຸບ​​ເປີ​ກົງ​ດຸກ​ເຕີ,ທຳ​ມະ​ດາ​ແລ້ວ,ຄົນ​ທັງຫຼາຍມັກ​ຊອກ​ຫາ​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ໃນ​ອຸປະກອນ​ໂລ​ຫະ​ນີ້​ແມ່ນ​ສອດ​ຄ່ອງ​ກັບ​ເຫດ​ຜົນ​ທຳ​ມະ​ດາ​ແລະ​ສອດ​ຄ່ອງ​ກັບ​ໂລ​ຊິກ,ຖ້າ​ມີ​ຜູ່​ໃດ​ຫາກ​ຍັງ​ຊູຊີຢາກ​ໄປ​ຊອກ​ຫາ​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ຢູ່​ໃນ​ວັດຖຸ​ຕໍ່​ໄຟຟ້າ​ບໍ່​ໄດ້​ຢູ່​ໃນ​ອຸນ​ຫະ​ພູມ​ທຳ​ມະ​ດາ​ແນ່​ນອນ.​ຄົນ​ທັງ​ຫຼາຍ​ຕ້ອງ​ນຶກ​ວ່າ​ເຂົາ​ຜູ່​ນີ້​ເສຍ​ເສັ້ນ,​ເພາະ​ສະ​ນັ້ນ,​ແຕ່​ປີ 1911 ຮອດ ປີ 1985,​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ກໍ​ມີ​ແຕ່​ຄົ້ນພົບ,ອຸປະກອນ​ໂລ​ຫະ​ບາງ​ຊະ​ນິດ​ແມ່ນ​ມີ​ຊຸບ​​ເປີ​ກົງ​ດຸກ​ເຕີ​ວີ​ຕີ​ຢູ່​ໃຕ້​ອຸນ​ຫະ​ພູມ​ໃກ້​ສູນ​ອົງສາ​ເດັດ​ຖານ,ການຄົ້ນຄວ້າ​ຊຸບ​ເປີ​ກົງ​ດຸກ​ເຕີ​ເລີຍ​ປະ​ສົບ​ອຸ​ປະ​ສັກ.

ທ່ານ​ມູ​ເລີ ຊາວ​ສະ​ວິສ​ແລະ​ທ່ານ​ແບກ​ໂນ​ເຈ ຊາວ​ເຢຍລ​ະມັນ​ທີ່​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຊຸຍ​ລິກ ​ແຫ່ງ​ບໍລິສັດ​ການ​ຄ້າ​ເຄື່ອງຈັກ​ສາກົນ​ອາ​ເມ​ລິ​ກາ,ພວກ​ທ່ານ​ຄິດ​ວ່າ,​ເມື່ອ​ໂລ​ຫະ​ໃຊ້​ການ​ບໍ່​ໄດ້​​ແ​ລ້ວ,ຄວນ​ເອົາ​ເຄື່ອງ​ປັ້ນ​ດິນ​ເຜົາ​ມາ​ທົດ​ລອງ​ເບິ່ງ​ຊິ​ບໍ່​ໄ​ດ້ບໍ່?ຢູ່​ໃຕ້​ອຸນ​ຫະ​ພູມ​ທຳ​ມະ​ດາ,​ເຄື່ອງປັ້ນດິນ​ເຜົາ​ແມ່ນ​ຕໍ່​ໄຟ​ຟ້າ​ບໍ່​ໄດ້,​ແຕ່​ໃຜ​ຈະ​ວ່າ​ເມື່ອ​ຢູ່​ໃຕ້​ອຸນ​ຫະ​ພູມ​ຕ່ຳ​ແນ່​ນອນ​ມັນ​ກໍ​ຈະ​ຕໍ່​ໄຟຟ້າ​ບໍ່​ໄດ້?ບັດ​ນັ້ນ,​ພວກ​ເພິ່ນ​ເລີຍ​ຕົກ​ລົງ​ເລີ່​ມດຳ​ເນີນ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ເຊິ່ງ​ຜູ່​ອື່ນ​ບໍ່​ເຄີຍ​ເຮັດ​ມາ​ຈັກ​ເທື່ອ​ຄື:​ໃຊ້​ເຄື່ອງ​ປັ້ນ​ດິນ​ເຜົາ​ເປັນ​ອຸ​ປະ​ກອນ​ຊຸບ​ເປີ​ກົງ​ດຸກ​ເຕີ,​ແຕ່​ຈະ​ພາກັນ​ເຮັດ​ຢູ່​ໃສ?ຢູ່​ສະ​ຖາ​ບັນ​ນີ້​ບໍ່?ບໍ່​ໄດ້,ຖ້າ​ຄົນ​ທັງ​ຫຼາຍ​ຮູ້​ແລ້ວ,​ເຂົາ​ເຈົ້າ​ຈະ​ຫົວຂວັນ​ຈົນ​ໄສ້​ຂົດ​ໄສ້​ໂຂ,​ເລື່ອງ​ນີ້​ຈະ​ຕ້ອງ​ເຮັດ​ແບບ​ມິດໆ,​ບັດ​ນັ້ນ,​ພວກ​ເພິ່ນ​ຈິ່ງ​ເລີ່ມ​ຄົ້ນ​ຄວ້າ​ວຽກ​ນີ້​ຢູ່​ໃນ​ສວນ​ຫລັງ​ບ້ານ​ຂອງ​ໃຜ​ຂອງ​ລາວ,ຖ້າ​ຜູ່​ອື່ນ​ບໍ່​ຮູ້,​ເຮັດ​ບໍ່​ສຳ​ເລັດ​ກໍ​ບໍ່​ມີ​ຫຍັງ​ເສຍ​ຫາຍ.

ເມື່ອ​ເດືອນ​ມັງກອນ​ປີ1986 ,​ໃນ​ທີ່​ສຸດ,ພວກ​ເພິ່ນກໍ​ຄົ້ນພົບ​ເຄື່ອງປັ້ນດິນ​ເຜົາ​ທີ່​ປະສົມ​ໂລ​ຫະ​ຫາຍ​ຊະ​ນິດ​ບໍ່ມີ​ຄວາມ​ຕ້ານ​ໄຟ​ຟ້າ​ຢູ່​ໃຕ້​ອຸນ​ຫະ​ພູມ 30K,​ອຸນ​ຫະ​ພູມ​ດັ່ງ​ກ່າວ​ສູງ​ກວ່າ​ໂລ​ຫະ​ຊຸບ​ເປີ​ກົງ​ດຸກ​ເຕີ​ທີ່​ມີ​ອຸນ​ຫະ​ພູມ​ສູງ ສຸດ​ນັ້ນ​ຕັ້ງ​7​ອົງ​ສາ,​ຫມາຍ​ຄວາມ​ວ່າ​ທັດ​ສະ​ນະ​ຄະ​ຕິ​ເກົ່າ​ໃນ70ກວ່າ​ປີ​ມາ​ນີ້​ໄດ້​ຖືກ​ທັບ​ມ້າງ​ແລ້ວ,ຕໍ່​ມາ,​ໃນ​ເດືອນ​ກຸມ​ພາ​ປີ 1987, ນັກ​ຟິ​ຊິກ​ສາດ​ຈີນ​ແລະ​ອາ​ເມ​ລິ​ກາ​ກໍ​ໄດ້​ຄົ້ນຄວ້າ​ເຮັດ​ອຸປະກອນ​ຊຸບ​ເປີ​ກົງ​ດຸກ​ເຕີ​ທີ່​ມີ​ອຸນ​ຫະ​ພູມ​ຍິ່ງ​ສູງ​ກວ່າ​ຕາມໆ​ກັນ,ອຸ​ປະ​ກອນ​ຊຸບ​ເປີ​ກົງ​ດຸກ​ເຕີ,ທ່ານ​ມູ​ເລີ​ແລະ​ທ່ານ​ແບກ​ໂນ​ເຈ ກໍ​ໄດ້​ລາງ​ວັນ​ໂນ​ແບນ​ທາງ​ຟິຊິກ​ສາດ​ປີ 1987.ປະສົບ​ການ​ຂອງ​ພວກ​ເພິ່ນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຄຶດ​ຢູ່​ສອງ​ຂໍ້​ເປັນ​ຢ່າງ​ຫນ້ອຍ​ຄື:ຫນຶ່ງ​ແມ່ນ​ການຄົ້ນພົບ​ອັນ​ຍິ່ງ​ໃຫຍ່​ທາງ​ວິ​ທະ​ຍາ​ສາດ​ກ່ອນ​ອື່ນ​ແມ່ນ​ມາ​ຈາກ​ການ​ບຸກ​ທະ​ລຸ​ທັດ​ສະ​ນະ​ຄະ​ຕິ,​ສອງ​ແມ່ນ​ເຖິງ​ວ່າ​ດຽວ​ນີ້​ມາ​ຮອດ​ອັນ​ທີ່​ເອີ້ນ​ວ່າ​ຍຸກ​ສະ​ໄຫມ​ວິ​ທະ​ຍາ​ສາດ​ໃຫຍ່​ແລ້ວ​ກໍ​ຕາມ,​ແຕ່​ວິ​ທະ​ຍາ​ສາດ​ນ້ອຍ​ກໍ​ຍັງ​ສາມາດ​ຮັບ​ຫມາກ​ຜົນ​ໃຫຍ່​ໄດ້ຢູ່.
1  2