|
|
(GMT+08:00)
2005-03-22 15:37:54
|
|
ວິທະຍາສາດໄດ້ເອົາຫຍັງມາໃຫ້ພວກເຮົາ
cri
Author: q
ຖ້າຫາກຕັ້ງຄຳຖາມທ່ານວ່າ,ພຼາສຕິກຕໍ່ໄຟຟ້າໄດ້ບໍ່?ທ່ານກໍຈະໃຫ້ຄຳຕອບໃນທັນທີຢ່າງບໍ່ມີຄຶດເຄື່ອງຫຍັງຫມົດວ່າ,ພຼາສຕິກຕໍ່ໄຟຟ້າບໍ່ໄດ້,ຖ້າຕອບແນວນີ້ໃນເມື່ອກ່ອນແມ່ນບໍ່ຜິດ,ແຕ່ໃນຊູ່ມື້ນີ້ຄຳຕອບແນວນີ້ແມ່ນບໍ່ຮອບດ້ານ,ເພາະວ່າມີຄົນໄດ້ຄົ້ນເຮັດພຼາສຕິກທີ່ຕໍ່ໄຟຟ້າໄດ້ແລ້ວ.
ແຕ່ຕົ້ນຊຸມປີ70ໃນສະຕະວັດທີ່ແລ້ວ,ທ່ານຮີເຕຄີຊີລາຄາວາ ນັກວິທະຍາສາດຍີ່ປຸ່ນກໍໄດ້ເລີ່ມຄິດບັນຫາຫນຶ່ງຄື:ຈະເຮັດພຼາສຕິກໃຫ້ຕໍ່ໄຟຟ້າໄດ້ບໍ່?ມີຢູ່ເທື່ອຫນຶ່ງ,ນັກສຶກສາຂັ້ນເຫນືອມະຫາວິທະຍາໄລຂອງທ່ານໄດ້ເອົາຢາເລັ່ງໄປໃສ່ໃນຜົງພຼາສຕິກ,ແລະໃສ່ຫຼາຍເກີນຫຼາຍພັນເທົ່າ,ຜົນທີ່ສຸດເລີຍພາໃຫ້ພຼາສຕິກເກີດມີເຍື່ອບາງໆສີຂາວຫຼືບຫນຶ່ງ,ເມື່ອທ່ານຮີເຕຄີ ຊີລາຄາວາ ເຫັນສີໂລຫະດັ່ງກ່າວຮູ້ສຶກກະຕຸ້ນໃຈທີ່ສຸດ,ແຕ່ພໍແທກເບິ່ງແລ້ວເຫັນວ່າ,ມັນຕໍ່ໄຟຟ້າບໍ່ໄດ້.
ຄວາມຜິດພາດຢ່າງບໍ່ນຶກບໍ່ຝັນເທື່ອນີ້ຊ້ຳພັດເຮັດໃຫ້ທ່ານຮີເຕຄີ ຊີລາຄາວາມີຄວາມຄຶດແນວຫນຶ່ງ,ຄື:ທ່ານໄດ້ປະສົມທາດອີອົດແລະໂບຼມເປັນຕົ້ນໃສ່ໃນພຼາສຕິກ.ຊອກຫາວິທີປ່ຽນແປງສະພາບເອເລັກໂຕຼນິກຂອງພຼາສຕິກ.ປີ1976 ໂດຍຕອບສະຫນອງຄຳເຊີນຂອງທ່ານແອນເລີນ.ເຮັກແລະທ່ານແອນເລີນ-ມາກຕິນມິດ ນັກວິທະຍາສາດອາເມລິກາສອງທ່ານ,ທ່ານຮີເຕຄີ ຊີລາຄາວາ ໄດ້ເດີນທາງໄປອາເມລິກາຮ່ວມມືຄົ້ນຄວ້າແລ້ວໄດ້ສຳເລັດຜົນ,ພວກທ່ານທັງສາມຈຶ່ງໄດ້ຮັບລາງວັນໂນແບນທາງເຄມີສາດປີ 2000.
ພຼາສຕິກຕໍ່ໄຟຟ້າແມ່ນຫມາກຜົນອັນຍິ່ງໃຫຍ່,ບໍ່ພຽງແຕ່ແມ່ນຍ້ອນວ່າມັນມີອະນາຄົດປະຢຸກຢ່າງກວ້າງຂວາງ,ຫາກຍັງໄດ້ເຮັດໃຫ້ພວກເຮົາມີຄວາມສຳນຶກກຶກກອງຢ່າງເລິກເຊິ່ງຫຼາຍ.ມັນກໍແມ່ນມາຈາກການບຸກທະລຸທັດສະນະຄະຕິຄືກັນມາຈາກການທົດລອງວິທະຍາສາດນ້ອຍຄືກັນ,ນອກນີ້,ເລື້ອງນີ້ໄດ້ບອກໃຫ້ພວກເຮົາຮູ້ວ່າ,ຈະເຮັດແນວໃດຈິ່ງຈະເຮັດໃຫ້ການສັງເກດແລະຄຶດຫງຳສະພາບທີ່ປະກົດຂຶ້ນຢ່າງບໍ່ນຶກບໍ່ຝັນ,ເຮັດໃຫ້ການທ້າທາຍກັບກາຍເປັນໂອກາດ.
ວິທະຍາສາດແມ່ນສິ່ງສະຕິສຳປະຊັນຍະແລະສິ່ງໂລຊິກ.ແຕ່ວ່າໃນເມື່ອວິທະຍາສາດເດີມຮອດທາງສາມແຍກແລ້ວມັນກໍຮຽກຮ້ອງໃຫ້ຫຼຸດອອກຈາກໂລຊິກເດີມ,ຮຽກຮ້ອງໃຫ້ມີຈິນຕະນາການວົງເປີດ,ຮຽກຮ້ອງໃຫ້ບຸກທະລຸອອກຈາກທັດສະນະຄະຕິເດີມ,ຮຽກຮ້ອງໃຫ້ມີທັດສະນະຄະຕິໃຫມ່ກຳເນີດເກີດຂຶ້ນຢ່າງສະຫງ່າລາສີ,ໃນເວລາມະນຸດປິນຂຶ້ນເມືອຮອດຈອມສູງໃຫມ່ແຫ່ງວິທະຍາສາດແລ້ວຫຼຽວຄືນໄປເບິ່ງຈຸດເລີ່ມເກົ່າແລ້ວກໍມັກຮູ້ສຶກວ່າ,ທຸກສິ່ງທຸກຢ່າງທີ່ຜ່ານມານັ້ນມັນງ່າຍດາຍໂພດ,ທ່ານດີລັກສະເຫນີວັດຖຸລົບ,ກໍ່ບໍ່ແມ່ນຕື່ມເຄື່ອງຫມາຍລົບໄວ້ຢູ່ຕໍ່ຫນ້າຄຸນນະພາບຫວະ? ທ່ານກິນປີ ສະເຫນີອອກມາວ່າ ວົງຈອນໄຟຟ້າຊຽກກຸຍແອງແຕກເກຼ,ກໍ່ບໍ່ແມ່ນເອົາບາງຊີກສ່ວນເອເລັກໂຕຼນິກມາປະກອບໃສ່ແຜ່ນຊີລີຄອນຫວະ? 5 ທ່ານອື່ນໆເປັນຕົ້ນແມ່ນທ່ານມູເລີແລະທ່ານຮີເຕຄີ ຊີລາຄາວາ ກໍ່ບໍ່ແມ່ນຄຶດເຫັນສິ່ງທີ່ຕໍ່ໄຟຟ້າບໍ່ໄດ້ໃນເມື່ອກ່ອນອາດຈະຕໍ່ໄຟຟ້າໄດ້ຫວະ?ໂຮມເວົ້າເປັນຄຳດຽວແລ້ວ,ກໍ່ບໍ່ມີຫຍັງພິລຶກດອກ,ສົມພໍທ່ານຕິງຈ້າວຈົງ ນັກວິທະຍາສາດຜູ່ມີຊື່ສຽງຈິ່ງເວົ້າແບບຢິກແກມຢອກວ່າ,ການໄດ້ຮັບລາງວັນໂນແບນນັ້ນແມ່ນເລື່ອງງ່າຍທີ່ສຸດ.
ແຕ່ວ່າ,ໃນເວລາທ່ານດີລັກ ທ່ານກິນບີ ທ່ານມູເລີ,ທ່ານແບກໂນເຈ,ທ່ານຮີເຕຄີຊີລາຄາວາຍັງມີອາຈານວິທະຍາສາດໃຫຍ່ໆຫຼາຍທ່ານຈົນນັບບໍ່ຖ້ວນ,ບຸກທະລຸທັດສະນະຄະຕິເກົ່າແລະສະເຫນີທັດສະນະຄະຕິໃຫມ່ທີ່ສະເທືອນໂລກອອກມານັ້ນ,ມີຈັກຄົນໄດ້ອອກມາສະຫນັບສະຫນູນເພິ່ນ?ກົງກັນຂ້າມ,ຄົນສ່ວນຫຼາຍພາກັນຮູ້ສຶກປະຫຼາດໃຈ,ບໍ່ຫນຳຍັງມີຫຼາຍຄົນຄຶດຢູ່ໃນໃຈຜູ່ດຽວວ່າ,ຄົນພວກນີ້ບໍ່ແມ່ນເປັນບ້າແລ້ວຫວະ?ສົມພໍທ່ານຕິງຈ້າວຈົງ ຈິ່ງເວົ້າອີກວ່າ,ຄວາມຜິດໂຕນກັນລະຫວ່າງອາຈານວິທະຍາສາດໃຫຍ່ກັບຄົນເສຍເສັ້ນແມ່ນຫນ້ອຍລົງແລ້ວ.
ມີຄົນເຄີຍເວົ້າທີ່ມີຫຼັກປັດຊະຍາທີ່ສຸດວ່າ,ຖ້າທ່ານຢາກຍ້ອງນັກວິທະ ຍາສາດ,ດີທີ່ສຸດແມ່ນເວົ້າວ່າ,ເປັນຫຍັງຂ້ອຍຈິ່ງບໍ່ໄດ້ຄຶດຮອດເລີຍ?ແມ່ນແທ້,ເລື່ອງງ່າຍໆແນວນີ້,ພວກຂ້ອຍກໍບໍ່ໄດ້ຄຶດຮອດເລີຍ,ແລ້ວປ່ອຍໃຫ້ຜູ່ໄດ້ຮັບລາງວັນໂນແບນແລະອາຈານວິທະຍາສາດໃຫຍ່ຄຶດເຫັນ,ນີ້ແມ່ນຍ້ອນຫຍັງແທ້?ມູນເຫດຕົ້ນຕໍກວ່າຫມູ່ອາດຈະແມ່ນຍ້ອນພວກເພິ່ນກ້າທັບມ້າງທັດສະນະຄະຕິເກົ່າກ້າສະເຫນີທັດສະນະຄະຕີໃຫມ່ອອກມາ,ແລະວາງຄຳຢັ້ງຢືນໃຫ້ແກ່ທັດສະນະຄະຕິວິທະຍາສາດໃຫມ່ດັ່ງກ່າວຢ່າງບໍ່ປະບໍ່ວາງ. 1 2
|
|
|