ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 16:17:49    
ຕາ​ທິບ​ທີ່​ສັງ​ເກດ​ການ​ເຄື່ອນ​ໄຫວ​ຂອງ​ດວງ​ຕາ​ເວັນ

cri Author: q
ຢູ່​ຕາມ​ຫນ່ວຍ​ໂລກ​ທີ່​ພວກ​ເຮົາ​ພາກັນ​ອາ​​ໃສ​ເພື່ອ​ດຳລົງ​ຄົງ​ຕົວ​ຢູ່​ນີ້,ການ​ເຄື່ອນ​ເຫນັງ​ທຸກ​ອະລິຍະ​ບົດ​ຂອງ​ທຳມະ​ຊາດ,​ແມ່ນ​ພົວພັນ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ​ຢ່າງ​ສະ​ຫນິດ​​ແຫນ້ນ,​ໄພ​ທຳ​ມະ​ຊາດ​ຕ່າງໆ​ເຊັ່ນ:​ນ້ຳນ​ອງ ລົມພ​າ​ຍຸ ​ແຜ່​ນດິນ​ໄຫວ​ແລະ​ອື່ນໆ​ແມ່ນ​ສັດ​ຕູ​ໂຕ​ໃຫຍ່​ທີ່​ສຸດ​ທີ່​ມວນ​ມະນຸດ​ພວກ​ເຮົາ​ພວມ​ຊອກ​ຫາ​ທຸກ​ວິທີ​ຜາບ​ແພ້​ມັນ,​ແຕ່​ທ່ານ​ກໍ​ຮູ້​ບໍ່​ວ່າ,ຈົນ​ມາ​ຮອດ​ດຽວ​ນີ້,​ນັກ​ວິ​ທະ​ຍາ​ສາດ​ທັງ​ຫຼາຍ​ກໍ​ຍັງ​ບໍ່​ທັນ​ພະ​ຍາ​ກອນ​ແຜ່ນ​ດິນ​ໄຫວ​ໃຫ້​ຖືກ​ຕ້ອງ​ແມ່ນ​ຢຳ​ເທື່ອ​ແລ້ວ​ເຮັດ​ໃຫ້​ຊີ​ວິດ​ແລະ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ພາຍ​ມາກ,ບໍ່​ສະ​ເພາະ​ແຕ່​ມີ​ຢູ່​ຕາມ​ຫນ່ວຍ​ໂລກ​ທໍ່​ນັ້ນ,​ຢູ່​ຕາມ​ດວງ​ຕາ​​ເວັນກໍ​ມີ​ປະກົດ​ການ​ແນວ​ນີ້​ຄື​ກັນ,​ເຊິ່ງ​ນັກ​ວິ​ທະ​ຍາ​ສາດ​ທັງ​ຫຼາຍ​ເອີ້ນ​ວ່າ​ຕາ​ເວັນ​ໄຫວ.

ຕາ​ເວັນ​ໄຫວ​ເທື່ອ​ນີ້​ແມ່ນ​ຫນ່ວຍ​ຜູ່​ຊ່ຽວຊານ​ທີ່​ປະ​ກອບ​ດ້ວຍ​ນັກ​ວິ​ທະ​ຍາ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ແຕນ​ຟອດ​ແຫ່ງ​ອາ​ເມ​ລິ​ກາ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ກັຼສ​ໂກ​ແຫ່ງ​ອັງ​ກິດ​ໄດ້​ຊ່ອງ​ເຫັນ​ເມື່ອ​ເດືອນ​ກໍລະກົດ​ປີ 1996 ,ຕາ​ເວັນ​ໄຫວ​ເທື່ອ​ນີ້​ຄວາມ​ແຮງ​ຂອງ​ມັນ​ທໍ່​ກັບ 11,3 ລິກ​ເທີ,ລື່ນ​ກາຍ​ແຜ່ນດິນ​ໄຫວ​ແຮງ​ທີ່​ສຸດ​ເທື່ອ​ຫນຶ່ງ​ຄື​ຂັ້ນ 8,6 ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ການ​ຊູ່​ປະ​ເທດ​ຈີນ​ເມື່ອ​ປີ 1920 ທີ່​ໄດ້​ບັນທຶກ​ໄວ້​ຈົນ​ຮອດ​ປະ​ຈຸ​ບັນ,​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ທີ່​ຊ່ອງ​ເຫັນ​ຕາ​ເວັນ​ໄຫວ​ນັ້ນ​ເວົ້າວ່າ,ຕາ​ເວັນ​ໄຫວ​ເຮັດ​ໃຫ້​ມີ​ກະ​ແສ​ກະທົບ​ສູງ​ຕັ້ງ 3 ກິ​ໂລ​ແມັດ​ປາຍ​ໄດ້​ແຜ່​ຂະຫຍາຍ​ທົ່ວ​ຜິວ,ດວງ​ຕາ​ເວັນ​ດ້ວຍ​ຄວາມ​ໄວ 4 ​ແສນ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ຈົນ​ກິນ​ເວລາ​ຊົ່ວ​ໂມງ​ກວ່າ​ຈຶ່ງ​ຄ່ອຍໆ​ມິດ​ໄປ,ບັນດາ​ນັກ​ວິ​ທະ​ຍາ​ສາດ​ຄາດ​ຄະ​ເນ​ວ່າ,ພະ​ລັງ​ແຮງ​ທີ່​ຕາ​ເວັນ​ໄຫວ​ເທື່ອ​ນີ້​ແຜ່​ອອກ​ມານັ້ນ,ທໍ່​ກັບ 4 ຫມື່ນ​ເທົ່າ​ຂອງ​ແຜ່ນ​ດິນ​ໄຫວ​ຂັ້ນ 8​ຢູ່​ຊານ​ຟຼານ​ສິສ​ໂກ​ແຫ່ງ​ອາ​ເມ​ລິ​ກາ​ເມື່ອ​ປີ 1906 .

ດວງ​ຕາ​ເວັນ​ທີ່​ຫ່າງ​ຈາກ​ຫນ່ວຍ​ໂລກ​ພວກ​ເຮົາ​ປະມານ 150 ລ້ານ​ກິ​ໂລ​ແມັດນັ້ນ​ແມ່ນ​ແຫຼ່ງຄວາມຮ້ອນ​ອັນ​ມະຫາສານ​ແສງ​ແລະ​ຄວາມ​ຮ້ອນ​ທີ່​ກຳ​ເນີ​ດຈາກ​ດວງ​ຕາ​ເວັນ​ໄດ້​ຫໍຼ່ລ້ຽງ​ສິ່ງ​ທີ່​ມີ​ຊີວິດ​ທັງ​ປວງ​ໃນ​ຫນ່ວຍ​ໂລກ,​ແຕ່​ພ້ອມ​ກັນ​ນີ້,ການ​ເຄື່ອນ​​ເຫນັງ​ແຮງ​ຕ່າງໆ​ຢູ່​ຕາມ​ຜິວ​ດວງ​ຕາ​ເວັນ​ເຊັ່ນ​ຕາ​ເວັນ​ໄຫວ​ທີ່​ພວກ​ເຮົາ​ເວົ້າກັນ​ຢູ່​ນີ້​ແມ່ນ​ມີ​ຜົນ​ສະ​ທ້ອນ​ອັນ​ມະ​ຫາ​ສານ​ຕໍ່​ການ​ສະ​ຫນອງ​ພະລັງ​ງານ,​ການ​ສື່​ສານ​ທາງ​ວິ​ທະ​ຍຸ,​ການ​ນຳ​ທາງ​ດາວ​ທຽມ,​ແລະ​ການ​ປ່ຽນ​ແປງ​ຂອງ​ມວນ​ອາກາດ​ເປັນ​ຕົ້ນ​ເພື່ອ​ຄົ້ນ​ຄວ້າ​ຄວາມ​ເລິກ​ລັບ​ຂອງ​ດວງ​ຕາ​ເວັນ​ແລະ​ການ​ເຄື່​ອ​ນ​ໄຫວ​ຂອງ​ມັນ,​ເມື່ອ​ເດືອນ​ທັນ​ວາ​ປີ 1995,ກົມ​ການບິນ​ອາ​ວະ​ກາດ​ເອີ​ລົບ​ກັບ​ການບິນ​ອາ​ວະ​ກາດ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ມື​ກັນ​ຍິ່ງ​ສົ່ງ​ດາວ​ທຽມ​ສັງ​ເກດ​ດວງ​ຕາ​ເວັນ,​ເລີ່​ມດຳ​ເນີ​ນ​ແຜນການ​ສັງ​ເກດ​ວັດ​ແທກ​ດວງ​ຕາ​ເວັນ​ອັນ​ໃຫຍ່​ໂຕ​ທີ່​ສຸດ​ຕັ້ງ​ແຕ່​ມີ​ປະ​ຫວັດ​ສາດ​ຂອງ​ມວນ​ມະນຸດ​ເປັນ​ຕົ້ນ​ມາ.

ດາວ​ທຽມ​ສັງ​ເກດ​ດວງ​ຕາ​ເວັນ​ໄດ້​ປະ​ກອບ​ເຄື່ອງ​ວັດ​ແທກ​ວິ​ທະ​ຍາ​ສາດ 12 ​ເຄື່ອງ,​ໂດຍ​ແບ່ງ​ອອກ​ເປັນ 3 ປະ​ເພດ,ຄື:​ເຄື່ອງ​ສຳຜັດ​ທາງ​ໄກ​ເພື່ອ​ວັດ​ແທກ​ອາ​ກາດ​ຫນາ​ຂອງ​ຕາ​ເວັນ,​ເຄື່ອງ​ວັດ​ແທກ​ລົມ​ແຮງ​ຢູ່​ດວງ​ຕາ​ເວັນ​ແລະ​ເຄື່ອງ​ວັດ​ແທກ​ການ​ສັ່ນ​ສະ​ເທືອ​ນຂອງ​ດວງ​ຕາ​ເວັນ,​ດາວ​ທຽມ​ສັງ​ເກດ​ຕາ​ເວັນ​ແມ່ນ​ຕັ້ງ​ຢູ່​ລະ​ຫວ່າງ​ກາງ​ແຮງ​ດຶງ​ດູດ​ທໍ່​ກັນ​ລະ​ຫວ່າງ​ຫນ່ວຍ​ໂລກ​ກັບ​ດວງ​ຕາ​ເວັນ,ສະນັ້ນ,ມັນ​ຈິ່ງ​ສາມາດ​ຫມູນ​ອ້ອມ​ຕາ​ເວັນ​ດ້ວຍ​ຄວາມ​ໄວ​ແລະ​ຢູ່​ໃນ​ມຸມສາກ​ດຽວ​ກັບ​ຫນ່ວຍ​ໂລກ,ຫມາຍ​ຄວາມ​ວ່າ,ມັນ​ຈະ​ຢູ່​ຕາມ​ຂະ​ຫນານ​ດຽວ​ກັບ​ຫນ່ວຍ​ໂລກ​ແລະ​ດວງ​ຕາ​ເວັນ​ໂດຍ​ຕະ​ຫຼອດ,​ເມື່ອ​​ເປັນ​ແນວ​ນີ້,ມັນ​ຈຶ່ງ​ບໍ່​ຖືກ​ແຮງ​ດຶງ​ດູດ​ລົບ​ກວນ,​ແລ້ວ​ສ່ອງ​ເບິ່ງ​ດວງ​ຕາ​ເວັນ​ໄດ້​ຕະ​ຫຼອດ 24 ຊົ່ວ​ໂມງ,​ຄື​ກັນ​ກັບ​ຕາ​ທິບ​ຂອງ​ຫນ່ວຍ​ໂລກ​ທີ່​ສັງ​ເກດ​ການ​ເຄື່ອນ​ໄຫວ​ຂອງ​ດວງ​ຕາ​ເວັນ.

ໃນ​ສອງ​ປີ​ທີ່​ຜ່ານ​ມາ,ດາວ​ທຽມ​ສັງ​ເກດ​ດວງ​ຕາ​ເວັນ​ໄດ້​ສົ່ງ​ຂ່າວ​ຄາວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຄືນ​ມາ​ໃຫ້​ຫນ່ວຍ​ໂລກ,ວັນ​ທີ 28 ​ເມສາ,​ກົມ​ອະ​ວະ​ກາດ​ເອີ​ລົບ​ໄດ້​ປະ​ກາດ​ການ​ສ່ອງ​ເຫັນ​ຫຼ້າ​ສຸດ​ຂອງ​ດາວ​ທຽມ​ສັງ​ເກດ​ດວງ​ຕາ​ເວັນ​ຢູ່​ຂະ​ແຫນງ​ການ​ວິ​ທະ​ຍາ​ສາດ​ອາ​ວະ​ກາດ​ຫ້ອງ​ທົດ​ລ້ອງ​ແຫ່ງ​ຊາດ​ອັງ​ກິດ,​ໂດຍ​ປະ​ກາດ​ວ່າ,ດາວ​ທຽມ​ສັງ​ເກດ​ດວງ​ຕາ​ເວັນ​ຈະ​ຕໍ່​ອາ​ຍຸ​ປະ​ຈຳ​ການ​ໄປ​ຮອດ​ປີ 2003 ,​ເພື່ອ​ລົງ​ເລິກ​ຄົ້ນ​ຄວ້າ​ໄລ​ຍະ​ການ​ເຄື່ອນ​ໄຫວ​ຂຶ້ນ​ສູ່​ຍອດ​ສູງ​ຂອງ​ຈຸດ​ດຳ​ຮອບ​ໃຫມ່​ໃນ​ດວງ​ຕາ​ເວັນທີ່​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້.​ໃນ​ຫຼາຍ​ປີ​ຕໍ່​ໄປ​ເມືອ​ໜ້າ,​ດາວ​ທຽມ​ດັ່ງ​ກ່າວ​ຍັງ​ຈະ​ຕິດ​ຕາມ​ສັງ​ເກດ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ສະ​ພາບ​ການ​ເຄື່ອນ​ເໜັງ​ແຮງ​ຂອງ​ດວງ​ຕາ​ເວັນ​ຕໍ່​ໄປ,ຂ່າວ​ຄາວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ດວງ​ຕາ​ເວັນ​ທີ່​ໄດ້​ຮັບ​ນັ້ນ,​ຈະ​ສົ່ງ​ຜ່ານ​ຕາ​ຫນ່າງ​ຈຳ​ເພາະ​ໄປ​​ໃຫ້​ແຫ່ງ​ຕ່າງໆ​ໃນ​ໂລກ,​ຊ່ອຍ​ຂະ​ແໜງ​ການ​ພະ​ລັງ​ໄຟ​ຟ້າ​ດາວ​ທຽມ​ແລະ​ຄອມ​ພິວ​ເຕີ​ທີ່​ອາດ​ຈະ​ຖືກ​ຜົນ​ກະ​ທົບ​ນັ້ນຫ້າງ​ກຽມ​ໄວ້​ກ່ອນ.

ຕາມ​ກົມ​ການບິນ​ອະວະກາດ​ເອີ​ລົບ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ,ຫມາກຜົນ​ສຳຄັນ​ຫຼ້າສຸດ​ທີ່​ດາວ​ທຽມ​ສັງ​ເກດ​ດວງ​ຕາ​ເວັນ​ໄດ້​ຮັບ​ນັ້ນ​ແມ່ນ​ໄດ້​ສັງ​ເກດ​ເຫັນ​ລົມ​ບ້າຫມູ​ແບບ​ກົ້ນ​ຫອຍ​ອັນ​ມະ​ຫາ​ສານ​ຢູ່​ຜິວ​ດວງ​ຕາ​ເວັນ,ລົມ​ບ້າຫມູ 10 ກວ່າ​ບ່ອນ​ທີ່​ປະກົດ​ເຫັນ​ນັ້ນ​ໄດ້​ສຸມ​ຢູ່​ຂົ້ວ​ໃຕ້​ແລະ​ຂົ້ວ​ເໜືອ​ຂອງ​ດວງ​ຕາ​ເວັນ​ພັດ​ດ້ວຍ​ຄວາມ​ໄວ,ປະມານ 5 ​ແສນ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.​ປະ​ຈຸ​ບັນ,​ບັນ​ດາ​ວິ​ທະ​ຍາ​ສາດ​ຍັງ​ບໍ່​ທັນ​ຮູ້​ຫຍັງ​ຫຼາຍ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພາ​ໃຫ້​ເກີ​ດລົມ​ຕາ​ເວັນ,​ບັນ​ດາ​ຜູ່​ຊ່ຽວ​ຊານ​ຂອງ​ກົມ​ການ​ບິນ​ອະ​ວະ​ກາດ​ເອີ​ລົບ​ຖື​ວ່າ,ລົມ​ບ້າຫມູ​ໃນ​ດວງ​ຕາ​ເວັນ​ທີ່​ປະ​ກົດ​ເຫັນ​ຫຼ້າ​ສຸດ​ນີ້,​ອາດ​ຈະ​ແມ່ນ​ມູນ​ເຫດ​ສຳ​ຄັນ​ຫນຶ່ງ​ທີ່​ພາ​ໃຫ້​ເກີດ​ລົມ​ຕາ​ເວັນ.
1  2