|
![](/images/spacer.gif) |
(GMT+08:00)
2005-03-22 21:24:44
|
![](/images/shim.gif) |
ການພົວພັນການເມືອງລະຫວ່າງຈີນກັບຫວຽດນາມ
cri
Author: q
ຈີນກັບຫວຽດນາມໄດ້ສ້າງສາຍສຳພັນທາງການທູດເມື່ອວັນທີ 18 ກຸມພາ ປີ 1950ມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນທັງສອງປະເທດຈີນ ຫວຽດມາແຕ່ບູຮານນະການ,ຕອນທ້າຍຊຸມປີ 70 ສະຕະວັດທີ 20 ,ການພົວພັນລະຫວ່າງຈີນ ຫວຽດຊຸດຮ້າຍລົງ,ເດືອນພະຈິກ ປີ 1991,ໂດຍຕາມຄຳເຊີນຂອງທ່ານຈຽງເຈີຫມິນ ເລຂາທິການໃຫຍ່ສູນກາງພັກກອມມູນນິດຈີນໃນຄາວນັ້ນແລະທ່ານລີເຜີງນາຍົກລັດຖະມົນຕີຈີນ,ທ່ານໂດເມື່ອຍເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມ ທ່ານຫໍ້ວັນກຽດ ປະທານສະພາລັດຖະມົນຕີໃນຄາວນັ້ນໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມຈີນ,ສອງຝ່າຍ ປະກາດວ່າສິ້ນສຸດອະດີດ ໄຂອະນາຄົດ,ການພົວພັນລະຫວ່າງສອງພັກ ສອງລັດໄດ້ເປັນປົກກະຕິ,ແຕ່ນັ້ນມາ,ການພົວພັນ ສອງພັກ ສອງລັດໄດ້ຮັບການຟື້ນຟູ ຮອບດ້ານແລະຂະຫຍາຍຕົວລົງສູ່ລວງເລິກ.ຜູ່ນຳທັງສອງປະເທດໄດ້ຢ້ຽມຢາມເຊິ່ງກັນແລະກັນແລະພົບປະກັນຢ່າງເນື່ອງນິດ,ການໄປມາຫາສູ່ກັນດ້ວຍໄມຕິຈິດແລະການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງຝ່າຍໃນຂົງເຂດຕ່າງໆໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.ໃນຕົ້ນປີ1999,ເລຂາທິການໃຫຍ່ຂອງສອງພັກໄດ້ຕົກລົງຂອບການພົວພັນຮ່ວມມືຮອບດ້ານທີ່ໝັ້ນຄົງຖາວອນ ອວ່າຍຫນ້າໄປສູ່ອະນາຄົດມີໄມຕິຈິດຖານບ້ານໃກ້ເຮືອນຄຽງລະຫວ່າງທັງ ສອງປະເທດໃນສະຕະວັດໃຫມ່,ປີ 2000,ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືຮອບດ້ານໃນສະຕະວັດໃຫມ່,ໄດ້ວາງແຜນລະອຽດກ່ຽວກັບການພັດທະນາການພົວພັນມິດຕະພາບຮ່ວມມືລະຫວ່າງສອງຝ່າຍ.
ວັນທີ 20 ພຶດສະພາ ປີ 2004,ທ່ານພັນວັນໄຄ ນາຍົກລັດຖະມົນຕີຫວຽດນາມໄດ້ຢ້ຽມຢາມປະເທດຈີນ,ທ່ານເວີນເຈຍປາວນາຍົກລັດຖະມົນຕີຈີນໄດ້ເຈລະຈາກັບທ່ານພັນວັນໄຄ.ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງຈີນ ຫວຽດ ແລະບັນຫາທີ່ສົນໃຈນຳກັນ.ຝ່າຍຈີນສະເຫນີ:
1 ເພີ່ມທະວີການຢ້ຽມຢາມຊັ້ນສູງ,ຮັດແຫນ້ນການພົວພັນການເມືອງທັງສອງປະເທດຕື່ມອີກ. 2ເຮັດໃຫ້ການຮ່ວມມືດ້ານເສດຖະກິດການຄ້າຮອບດ້ານ ຫຼາຍຂົງເຂດຂອງສອງປະເທດລົງສູ່ລວງເລິກ,ພະຍາຍາມບັນລຸ ຈຸດຫມາຍທີ່ມູນຄ່າການຄ້າລະຫວ່າງປະເທດທັງສອງໃນປີ 2010 ເພີ່ມທະວີຄົບເທົ່າ.
3ເປີດກວ້າງການຢ້ຽມຢາມຂັ້ນທ້ອງຖິ່ນແລະພື້ນເມືອງ,ດຳເນີນການຮ່ວມມືທີ່ມີຫຼາຍຊ່ອງທາງ,ປັບປຸງພື້ນຖານມວນຊົນດ້ານມິດຕະພາບອັນເປັນມູນເຊື້ອຂອງສອງປະເທດໃຫ້ຫມັ້ນຄົງ.
4 ເລັ່ງໃສ່ມະຫາພາກ,ແກ້ໄຂບັນຫາທີ່ຄົງຄ້າງໃນການພົວພັນທັງສອງປະເທດຢ່າງເຫມາະສົມ.
ວັນທີ 21 ພຶດສະພາ ປີ 2004ຢູ່ທີ່ປັກກິ່ງ,ທ່ານຫູຈີນທາວ ປະທານປະເທດຈີນໄດ້ພົບປະທ່ານພັນວັນໄຄ ນາຍົກລັດຖະມົນຕີຫວຽດນາມ. 1 2
|
|
|