ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 21:24:44    
ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ

cri Author: q

ວັນ​ທີ 30 ມິ​ຖຸນາ ປີ 2004,ທ່ານ​ ຫວງ​ອີ້ ຫົວຫນ້າ​ຄະນະ​ຜູ່​ແທນ​ລັດຖະບານ​ຈີນ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດຈີນ​ກັບ ທ່ານ​ອູ​ຢົງ ຫົວ​ຫນ້າ​ຄະ​ນະ​ຜູ່​ແທນ​ລັດ​ຖະ​ບານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ ຫວຽດ​ນາມ​ຕາງ​ຫນ້າ​ປະ​ເທດ​ຕົນ​ເອງ​ໄດ້​ແລກ​ປ່ຽນ​ເອ​ກະ​ສານ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ລະ​ຫວ່າງ​ສ.ປຈີນ​ກັບ​ສ.ສ​ຫວຽດ​ນາມ​ກ່ຽວ​ກັບ​ສັນ​ຍາ​ຂີດ​ແບ່ງ​ເສັ້ນ​ຊາຍ​ແດນ​ຂອງ​ນ່ານ​ທະ​ເລ​ ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ແລະ​ໄລ​ທະ​ຫວີ​ບຢູ່​ອ່າວ​ພາກ​ເຫນືອ​ຂອງ​ສອງ​ປະ​ເທດ​ພ້ອມ​ກັນ​ນັ້ນ,​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສອງ​ປະ​ເທດ​ກໍ​ໄດ້​ແລກ​ປ່ຽນ​ບົດ​ບັນ​ທຶກ​ທີ່​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ສ.ປ.​ຈີນ​ກັບ​ລັດ​ຖະ​ບານ​ສ.ສ​ຫວຽດ​ນາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຫາ​ປາ​ອ່າວ​ພາກ​ເຫນືອ​ມີ​ຜົນ​ບັງ​ຄັບ​ໃຊ້,​ສັນ​ຍາ​ສອງ​ສະ​ບັບ​ດັ່ງ​ກ່າວ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ມື້​ດຽວ​ກັນ.

ວັນ​ທີ 6 ຫາ ວັນ​ທີ 7 ຕຸລາ ປີ 2004 ,ທ່ານ​ເວີນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເ​ປັນ​ທາງ​ການ,​ໃນ​ໄລ​ຍະ​ຢ້ຽມ​ຢາມ,​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີນ​ເຈຍ​ປາວ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພັນ​ວັນ​ໄຄ​ໄດ້​ຈັດການ​ເຈ​ລະ​ຈາ​ກັນ,​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ,ທ່ານ​​ເວີນ​ເຈຍ​ປາວ​ເວົ້າ​ວ່າ,​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ ຫວຽດ ນາມ​ໃນ​ປີ 2003 ​ໄດ້​ບັນລຸ​4 ຕື້ 640 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ໃນ​ປີ 2004,ມີ​ຄວາມ​ຫວັງ​ລື່ນ​ກາຍ 6 ຕື້​ໂດ​ລາ​ສະ​ຫະ​ລັດ,​ເຊື່ອ​ວ່າ​ ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ພ້ອມ​ກັນ,​ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ບັນ​ລຸ​ ເປົ້າ​ຫມາຍ​ທີ່​ຍົກ​ມູນ​ຄ່າ​ການ​ຄ້າ​ເຖິງ 10 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2010,​ທ່ານ​​ເວີນ​ເຈຍ​ປາວ​ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​​ເປີດ​ກວ້າງ​ຂະ​ຫນາດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຍາດ​ເວລາ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງການ​​ຮ່ວມ​ມື​ທີ່​​ໄດ້​ຕົກ​ລົງ​​ກັນ​ແລ້ວ,​ຕັ້ງ​ຫນ້າ​ສົ່ງ​ເສີມ​ແລະ​ສະ​ຫນັບ​ສະ​ຫນູນ​ວິ​ສາ​ຫະ​ກິດ​ຂອງ​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ຍາວ​ນານ​​ໃນ​ຂົງ​ເຂດ​ກໍ່​ສ້າງ ພື້ນ​ຖານ​ໂຄງ​ຮ່າງ​ສຳ​ຄັນ​ແລະ​ໂຄງ​ການ​ອຸດ​ສາ​ຫະ​ກຳ,​ຍົກ​ລະ​ດັບ​ແລະ​ຄຸນ​ນະ​ພາບ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໃນ​ໄລ​ຍະ​ຢ້ຽມ​ຢາມ,​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີນ​ເຈຍ​ປາວ​​ໄດ້ ພົບ​ປະ​ທ່ານ​ນົງ​ດຶກ​ແມັງ​ເລ​ຂາ​ທິ​ການ​ໃຫຍ່ ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ທ່ານ​ເຈິນ​ດຶກ​ເລືອງ​ປະ​ທານ​ປະ​ເທດ​ແລະ​ທ່ານ​ຫງວຽນ​ວັນ​ອັນ​ປະ​ທານ ສະ​ພາ​ແ​ຫ່ງ​ຊາດ​ຫວຽດ​ນາມ,​ຜູ່​ນຳ​ທັງ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຕໍ່​ສອງ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ​ໃນ​ບັນ​ຍາ​ກາດ​ເປີດ​ອົກ​ເປີດ​ໃຈ ມິດ​ຕະ​ພາບ​ແລະ​ຕິດ​ແທດ​ຕົວ​ຈິງ,​ແລະ​ບັນລຸ​ມີ​ຄວາມ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ,​ວັນ​ທີ 8 ຕຸ​ລາ ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ຈີນ​ ​ຫວຽດ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ.

ວັນ​ທີ 19 ພະຈິກ ປີ 2004 ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈິດ​ໄດ້​ພົບ​ປະ​ທ່ານ​ເຈິນ​ດຶກ​ເລືອງ ປະ​ທານ​ປະ​ເທດ​ຫວຽດ​ນາມ​ຢູ່​ຊັງ​ຕີ​ອາ​ໂກ.ສອງ​ຝ່າຍ​ໄດ້​ໂອ້​ລົມ​ກັນ​ດ້ວຍ​ໄມ​ຕິ​ຈິດ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ:​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​​ຫວຽດ ແລະ​ກອງ​ປະ​ຊຸມ​ທີ່​ບໍ່​ເປັນ​ທາງ​ການ​ ອົງ​ການ​ອາ​ເປັກ​ທີ່​ຈະ​ຈັດ​ຂຶ້ນ.
1  2