ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 17:59:36    
ເພງ​ປະ​ມວນ​ໜຶ່ງ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເມີງ​ເກີ​(ສຽງ)

cri Author: huachunmei

ທີ່​ນີ້, ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ. ​ສະ​ບາຍ​ດີ, ​ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ, ​ຂ້າ​ພະ​ເຈົ້າ​ແມ່ນ​ສົມ​ບູນ, ​ໃນ​ລາຍ​ການ​ນັດ​ພົບ​​ໃນ​ວັນ​ອາ​ທິດ​ພາກ​ນີ້, ​ທ່ານ​ຈະ​ໄດ້​ຟັງ​ເພງ​ປະ​ມວນ​ໜຶ່ງ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເມີງ​ເກີ ນັກ​ຮ້ອງ​ເພງ​​ໄວ​ໜຸ່ມ​ຂອງ​ຈີນ.

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ ​ອີ​ຈົງ​ສິງ ຄວາມ​ຮັກ​ແພງ​ໃນ​ສາຍ​ຝົນ ​ເຊິ່ງ​ຂັບ​ຮ້ອງ​ໂດຍ​ນາງ​ເມີງ​ເກີ. ​ສຽງ​ຂອງ​ນາງ​ເມີງ​​ເກີ​ອ່ອນ​ນວນ, ​ມີ​ຈິດ​ອາ​ລົມ​ລະ​ອຽດ​, ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ອັນ​ລະ​ມ່ອມ​ລະ​ໄມ​ລະ​ຫວ່າງ​ຄູ່​ຮັກ.​​ເນື້ອ​ເພງ​ມີ​ຄວາມ​ໝາຍ​ວ່າ, " ຝົນ​ຕົກ​ຄ່ອຍ​ໆ, ​ລົມ​ພັດ​ອ່ອນ​ໆ, ​ອ້າຍ​ກັ້ງ​ຄັນ​ຮົ່ມ​ຂ້ອຍ​ເມືອ, ​ຍ່າງ​ຂ້າມ​ຂົວ​ຫີນ, ຍ່າງ​ເຂົ້າ​ທາງ​ຮ່ອມ,​ຝົນ​ຮຳ​ເສື້ອ​ອ້າຍ​ປຽກ​ເຄິ່ງ​ຄີງ. ​ໂອ, ​ຝົນ​ເອີຍ, ​ເຈົ້າ​ຈົ່ງ​​ຢ່າ​ເອື້ອນ​ເທື່ອ, ​ໃຫ້​ຂ້ອຍ​ຢູ່​ໃນ​ຄວາມ​ໂອບ​ອ້ອມ​ຂອງ​ຄວາມ​ຮັກ​ໃນ​ສາຍ​ຝົນ."

ປີ 1966 , ​ນາງ​ເມີງ​​ເກີ​ເກີດ​ຢູ່​​ໃນ​ຄອບ​ຄົວ​ວິ​ສະ​ວະ​ກອນ​ຢູ່​​ແຂວງ​ຫູ​ໜານ ພາກ​ກາງ​ຂອງ​ຈີນ. ​ແມ່​ຂອງ​ນາງ​ແມ່ນ​ຜູ້​ມັກ​ດົນ​ຕີ, ​ຍ້ອນ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ແມ່, ​ນາງ​ເມີງ​ເກີ​ຈິ່ງ​ເລີ່ມ​ຮຽນ​ຮ້ອງ​ເພງ​ແຕ່​ອາ​ຍຸ 4 ປີ, ​ຮອດ​ອາ​ຍຸ 8 ປີ​ກໍ​ໄດ້​ສະ​ແດງ ​ເຖິງ​ເວ​ທີ, ​ອາ​ຍຸ13 ປີ​ກໍ​ເສັງ​ເຂົ້າ​ຄະ​ນະ​ສິ​ລະ​ປາ​ກອນ​ເມືອງ​ຊ່າງ​ຊາ. ​ປີ 1984,​ ນາງ​ເມີງ​​ເກີ​ໄດ້​ນຳ​ເອົາ​ຄວາມ​ຝັນ​ຂອງ​ຕົນ​ມາ​ຮອດ​ປັກ​ກິ່ງ​, ​​ເພື່ອ​ເລີ່ມ​ຊອກ​ຫາ​​ເສັ້ນ​ທາງ​ພັດ​ທະ​ນາ​ສິ​ລະ​ປະ​ໃໝ່. ​ໃນ​ເວ​ລາ​ນັ້ນ, ​ນາງ​ເມີງ​ເກີ​ໄດ້​ໄປ​ຂໍ​ຮຽນ​ນຳ​ຄູ​ອາ​ຈານ​ຫຼາຍ​ທ່ານ, ​ແລະ​ມາ​ນະ​ພະ​ຍາ​ຍາມ​ທີ່​ສຸດ, ​ແລ້ວ​ໄດ້​ເສັງ​ເຂົ້າ​ຮຽນ​ຂະ​ແໜງ​ວິ​ຊາ​ຂັບ​ຮ້ອງ​ວິ​ທະ​ຍາ​ຄານ​ດົນ​ຕີ​ຈີນ. ​ຫຼັງ​ຈາກ​ຮຽນ​ຈົບ​ແລ້ວ, ​ນາງ​ໄດ້​ເຂົ້າ​​ເຮັດ​ວຽກ​ໃນ​ຄະ​ນະ​ສິ​ລະ​ປາ​ກອນ​ກົມ​ໃຫຍ່​ການ​ເມືອງ​ກອງ​ທັບ​​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ, ​ແລ້ວ​ກາຍ​ເປັນ​ນັກ​ຮ້ອງ​ຜູ້​ໜຶ່ງ​ຂອງ​ກອງ​ທະ​ຫານ.

ການ​ຂັບ​ຮ້ອງ​ເພງ​ຂອງ​ນາງ​ເມີງ​​ເກີ​ໄດ້​ຮັກ​ສາ​ລັກ​ສະ​ນະ​ທຳ​ມະ​ຊາດ​ຂອງ​ເພງ​ພື້ນ​ເມືອງ, ​ແລະ​ໄດ້​ໃຊ້​ວິ​ທີ​ອອກ​ສຽງ​ຂອງ​ນັກ​ຮ້ອງ​ຝ່າຍ​ເອີ​ລົບ​ໃຫ້​ພໍ​ດ້ານ​ພໍ​ດີ, ​ຮຽນ​ວິ​ທີ​ຂັບ​ຮ້ອງ​ຂອງ​ງິ້ວ​ແລະ​ວິ​ທີ​ຂັບ​ຮ້ອງ​ແບບ​ເພງ​ຊົນ​ຊາດ, ​ອັນ​ໄດ້​ຈໍ່​ຕົວ​ເປັນ​ລັກ​ສະ​ນະ​ພິ​ເສດ​ຂອງ​ຕົນ. ​ຕໍ່​ໄປ, ​ເຊີນ​ຟັງ​ເພງ​ພື້ນ​ເມືອງ​ແຂວງ​ຫູ​ປາຍ​ຂອງ​ຈີນ  ​ເພງ​ເຮືອ​ມັງ​ກອນ ​ເຊິ່ງ​ຂັບ​ຮ້ອງ​ໂດຍ​ນາງ​ເມີງ​​ເກີ. ​ເພງ​ນີ້​ວາດ​ພາບ​ນາງ​ສາວ​ຜູ້​ໜຶ່ງ​ຢາກ​ຂ້າມ​ຝັ່ງ​ໄປ​ຢາມ​ພີ່​ນ້ອງ​ໃນ​ຍາມ​ປີ​ໃໝ່, ​ອ້າຍ​ພາຍ​ເຮືອ​ທີ່​ໃຈ​ດີ​ກໍ​ສົ່ງ​ນາງ​ຂ້າມ​ຟາກ​ໄປ.

​ໃນ​ຖານ​ເປັນ​ນັກ​ຮ້ອງ​ຂອງ​ກອງ​ທະ​ຫານ​ຜູ້​ໜຶ່ງ, ​ນາງ​ເມີງ​ເກີ​ໄດ້​ໄປ​ສະ​ແດງ​ໃຫ້​ນັກ​ລົບ​ຟັງ​ເລື້ອຍ​ໆ. ​ສຽງ​ເພງ​ຂອງ​ນາງ​ດັງ​ກ້ອງ​ໄປ​ທົ່ວ​ປ້ອມ​ຍາມ​ປ້ອງ​ກັນ​ຊາຍ​ແດນ ເທິງ​ກ່ຳ​ປັ່ນ​ຕາມ​ເກາະ​ດອນ​ກາງ​ທະ​ເລ​ແລະ​ລະ​ຫວ່າງ​ທ້ອງ​ຟ້າ​ສີ​ຄາມ​ແລະ​ປອນ​ເມກ​ສີ​​ຂາວ​ເລື້ອຍ​ໆ. ຢູ່​ໝູ່​ເກາະ​ໜານ​ຊາ ພາກ​ໃຕ້​ຂອງ​ຈີນ, ​ນາງ​ເຄີຍ​ຮ້ອງ​ເພງ​​ໃຫ້​ທະ​ຫານ​ຍາມ​ຜູ້ດ​ຽວທີ່​ປ້ອງ​ກັນ​ຊາຍ​ແດນ​ນັ້ນ​ຟັງ, ​ເລື່ອງ​ນີ້​ຈົນ​ໄດ້​ເລົ່າ​ລື​ກັນ​ໃນ​ໝູ່​ທະ​ຫານ. ​ນ້ຳ​ໃຈ​ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ທີ່​ສູ້​ທຸກ​ທົນ​ຍາກ​ແລະ​ຍິນ​ຍອມ​ປະ​ກອບ​ສ່ວນ​ນັ້ນ​ກໍ​ໄດ້​ກະ​ຕຸ້ນ​ໃຈ​ນາງ​ເມີງ​ເກີ​ຈົນ​ນັບ​ເທື່ອ​ບໍ່​ໄດ້, ​ລະ​ດົມ​ໃຈ​ໃຫ້​ນາງ​ເມີງ​ເກີ​ຮ້ອງ​ເພງ​ຊູ່​ເພື່ອນ​ຮ່ວມ​ລົບ​ທີ່​ໜ້າ​ຮັກ​ເຫຼົ່າ​ນີ້​ຟັງ​ຢ່າງ​ບໍ່​ເຫັນ​ແກ່​ຕົວ. ​​ເມື່ອ​ຫຼາຍ​ປີ​ກ່ອນ, ​ນາງ​ເມີງ​ເກີ​ຍັງ​ຫ້າງ​ຫາ​ເງິນ​ທຶນ​ເອົາ​ເອງ, ​ອັດ​ປະ​ມວນ​ເພງ​ຈຳ​ເພາະ​ທີ່​​ໃຫ້​ຊື່​ວ່າ ຂໍ​ມອບ​ແດ່​ເພື່ອນ​ຮ່ວມ​ລົບ​ທີ່​ຮັກ​ແພງ, ​ແລ້ວ​ແຈກ​ໃຫ້​ນັກ​ລົບ​ທັງ​ຫຼາຍ. ​ນາງ​ເມີງ​ເກີ​ເວົ້າ​ວ່າ, ​ຄວາມ​ປາ​ຖະ​ໜາ​ແຮງ​ກວ່າ​ໝູ່​ຂອງ​ຕົນ​ກໍ​ແມ່ນ​ຮ້ອງ​ເພງ​ມ່ວນ​ໆ​ຊູ່​ນັກ​ລົບ​ຟັງ. ​ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ, ຕໍ່​ໄປ, ​ເຊີນ​ຟັງ​ເພງ​ທີ່​ສັນ​ລະ​ເສີນ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ຈີນ ປ່ຽນ​ຈ່າງ​ເຕີ​ສຽນ​ສຸ້ຍ​ຊິ່ງ​ອິ້ວ​ຊຸນ ນ້ຳ​ບໍ່​ຊາຍ​ແດນ​ເສາະ​ໃສ​ບໍ​ລິ​ສຸດ​ ​ເຊິ່ງ​ຂັບ​ຮ້ອງ​ໂດຍ​ນາງ​ເມີງ​ເກີ:

​ເນື້ອ​ເພງ​ຮ້ອງ​ວ່າ, ​"ນ້ຳ​ບໍ່​​ຊາຍ​ແດນ​ເສາະ​ໃສ​ບໍ​ລິ​ສຸດ, ​ສຽງ​ເພງ​​ຊາຍ​ແດນ​ຟັງ​ແລ້ວ​ເຮັດ​ໃຫ້​ຮູ້​ສຶກ​ອົບ​ອຸ່ນ, ​ນ້ຳ​ບໍ່​ເສາະ​ໃສ​ໄຫຼ​ລິນ​ຢູ່​ບໍ່​ຂາດ, ​ຮ້ອງ​ເພງ​ສັນ​ລະ​ເສີນ​ຍາດ​ພີ່​ນ້ອງ, ​ຍາດ​ພີ່​ນ້ອງ​ກໍ​ຄື​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ​ທະ​ຫານ​ກັບ​ປະ​ຊາ​ຊົນ​ຮັກ​ແພງ​ກັນ​ປານ​ປາ​ກັບ​ນ້ຳ."

1  2