ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 21:20:59    
ຈີນອອກແຮງສົ່ງ​ເສີມ​ໃຫ້​ປົກ​ປ້ອງ​ລິ​ຂະ​ສິດ(ສຽງ)

cri Author: mo


ທ້າຍເດືອນກຸມພາປີນີ້, ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ຄືງານ​ຄອນ​ເສີດ​ດາລາ​ເພງ​ເປັນຕົ້ນເພື່ອ​ປົກ​ປ້ອງ​ລິ​ຂະ​ສິດ, ​ແລະເພື່ອໃຫ້ສັງຄົມ​ແລະ​ສາທາລະນະ​ຊົນມີ​​ສະຕິ​ປົກ​ປ້ອງ​ລິ​ຂະ​ສິດຫລາຍຂຶ້ນ​ຕື່ມ​ອີກ, ການ​ເຄື່ອນ​ໄຫວ​ເຫຼົ່ານີ້​ໄດ້​ມີ​ຜົນ​ສະທ້ອນ​ຢ່າງ​ຟົດ​ຟື້ນ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ອັດ​ສຽງງານສະຖານ​ທີ່​ຈັດ​ງານຄອນ​ເສີດ​ດາລາ​ເພງ​ຮ້ອຍ​ຄົນ​ປົກ​ປ້ອງ​ລິ​ຂະ​ສິດ​ທີ່ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ, ງານ​ຄອນ​ເສີດ​ມີ​ຫົວ​​ເລື່ອງວ່າ"ຮັກສາ​ບ້ານ​​ແຫ່ງ​ນ້ຳໃຈ​ຂອງ​ພວກ​ເຮົາ", ດາລາ​ເພງ​ນັບ​ເປັນຮ້ອຍ​ຄົນ​ທີ່​ມາ​ຈາກ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ, ຮົງ​ກົງ ​ໄຕ້​ຫວັນ​ແລະ​ສ.​ເກົາຫລີ​​ໄດ້​ພ້ອມ​ກັນ​ຮ້ອງ​ເພງ​"Shouwang" ​ເຝົ້າຮັກສາ, ​ຮຽກຮ້ອງ​ໃຫ້​ສາທາລະນະ​ຊົນ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ດ້ວຍ​ການ​ກະທຳ​ຕົວ​ຈິງ, ​ເຝົ້າຮັກສາ​ບ້ານ​ແຫ່ງ​ນ້ຳ​ໃຈ​ຂອງ​ມວນ​ມະນຸດ.

ໃນ​ຊຸມ​ປີ 80-90 ​​ສະຕະວັດ​ທີ່​ແລ້ວ, ຈີນ​​ເຄີຍ​ຈັດ​ງານ​ຄ່ອນ​ເສີດ​ດາລາ​ເພງ​ຮ້ອຍ​ຄົນທີ່​ມີ​ຜົນ​ສະທ້ອນ​ຫລາຍ​ທີ່​ສຸດ​ໃນ​ສັງຄົມ ​ເຊິ່ງຕ່າງ​ມີຫົວ​ຂໍ້​ວ່າ: "ສັນຕິພາບ​ຂອງ​ໂລກ"​ແລະ​"ອະນຸລັກ​ສິ່ງ​ແວ​ດລ້ອມ". ​ໃນ​ສະຕະວັດ​ໃໝ່, ການ​ປົກ​ປ້ອງສິດຊັບ​ສິນ​ທາງ​ປັນຍາ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ລັດຖະບານ​​ແລະ​ສັງຄົມ​ຈີນ​ເອົາ​ໃຈ​ໃສ່​ນຳ​ກັນ, ລັດຖະບານ​ຈີນ​ໄດ້​ຈັດ​ເອົາການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ວຽກ​ງານ​ຈຸດ​ໜັກ​​ໃນ​ການ​ປັບປຸງ​ສັບ​ຊ້ອນ​ໃຫ້​ລະບຽບ​​ເສດຖະກິດ​ຕະຫລາດ​ເປັນ​ແບບ​ສະບັບ​ສອງ​ປີ​ລຽນຕິດ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ປຸກລະດົມ​ທົ່ວ​ສັງຄົມ​ໃຫ້​ເອົາໃຈ​ໃສ່​ແລະ​ສະໜັບສະໜູນ​ວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ຍົກ​ສະຕິ​ປົກ​ປ້ອງ​ລິ​ຂະ​ສິດ​ຂອງ​ສັງຄົມ​ແລະ​ສາທາລະນະ​ຊົນ​ໃຫ້​ສູງ​ຂື້ນຕື່ມ, ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ, ກົມ​ການ​ໜັງສືພິມ​ແລະ​ພິມ​ຈຳໜ່າຍ​, ​ແລະ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ໄດ້​ພ້ອມ​ກັນ​ຈັດ​ງານ​ຄ່ອນ​ເສີດ​ດາລາ​ເພງ​ຮ້ອຍ​ຄົນ​"ປົກ​ປ້ອງລິ​ຂະສິດ​"​ເທື່ອ​ນີ້.
ທ່ານ​ຢຽນສຽວ​ຫົງ ຮອງ​ຫົວໜ້າ​ກົມ​ປົກ​ປ້ອງ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ:

ງານ​ຄ່ອນ​ເສີດ​ເທື່ອ​ນີ້​ແມ່ນ​ການ​​ເຄື່ອນ​ໄຫວແລະ​ມາດ​ຕະການ​ຕົວ​ຈິງ​ໜຶ່ງ​​ໃນ​ດ້ານ​ໂຄສະນາການ​ສຶກສາຂອງ​ພວກ​ເຮົາ, ມັນ​ບໍ່​ພຽງ​ແຕ່ງານ​ຄ່ອນ​ເສີດຮ້ອງ​ເພງ​ຂອງ​ດາ​ລາທັງຫລາຍ​ທໍ່​ນັ້ນ, ຫາກ​ແມ່ນ​​ໄດ້ເອົາ​ດາລາ​ເພງ​ທີ່​ມວນ​ຊົນ​ນິຍົມ​ພົວພັນ​ກັບ​​ເລື່ອງ​ປົກ​ປ້ອງ​ລິ​ຂະ​ສິດ, ​ເຮັດ​ແບບ​ນີ້​ອາດ​ຈະ​ເກີດ​ມີ​ຜົນ​ສະທ້ອນ​ໃນ​ສັງຄົມວ່ອງ​ໄວ​ແລະ​ແຂງ​ແຮງ​ກວ່າ.

ເພື່ອ​​ສົມທົບ​ກັບ​ງານ​ຄ່ອນ​ເສີດ, ອອກສຽງສະໜັບສະໜູນ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ລິຂະ​ສິດ, ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ. ​​ເຊັ່ນ:ໃນ​ມື້​ຈັດ​ງານ​ຄ່ອນ​ເສີດ, ນະຄອນ​ປັກ​ກິ່ງ​ໄດ້​ທຳລາຍ​​ແຜ່ນCDລອກ​ແບບຫລາຍ​ໝື່ນ​ແຜ່ນແລະ​ປື້​ມໜັງສື​ທີ່​ລັກລອກແບບ​ເຊິ່ງຍຶດ​ໄດ້​ໃນ​​ໄລຍະມໍ່ໆ​ນີ້, ບຸກຄົນ​ວົງ​ການ​ສິລະ​ປະ​ສ່ວນ​ໜຶ່ງ​ກໍ​ມາຊ່ອຍ, ​​ເອົາ​ສິ່ງລັກ​ລອກ​ແບບ​ເຫຼົ່ານີ້​ປ່ອນ​ໃສ່​ຈັກ​ບົດ. ​ໃນ​ພິທີ​ທຳລາຍ​ສິ່ງ​ລອກ​ແບບ, ທ່ານນາງ​ຊຸນ​ຊ້ຽງຕຸ່ງ ຫົວໜ້າພະ​ແນ​ກ​ລິ​ຂະ​ສິດ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,

ໃນ​ຫລາຍ​ປີ​ມານີ້, ປັກ​ກິ່ງ​ໄດ້​ຈັດ​ພິທີ​ທຳລາຍ​ສິ່ງລອກ​ແບບ​ຢ່າງຂະໜາດ​ໃຫຍ່ຊູ່​ປີ, ​ແຕ່​ການໃຫ້​​ເຈົ້າພາບລິ​ຂະສິດ​ທຳລາຍ​ສິ່ງ​ລອກ​ແບບ​ທີ່​ລ່ວງ​​ສິດ​ເຫຼົ່ານີ້​ເອົາ​ເອງ​ນັ້ນ, ​ເທື່ອນີ້​ແມ່ນ​ເທື່ອ​ທຳ​ອິດ, ​ຈາກການ​ເຄື່ອນ​ໄຫວ​ທື່ອນີ້, ​ພວກ​ເຮົາ​ຫວັງ​ໃຫ້ບຸກຄົນ​ວົງ​ການ​ສິລະ​ປະ​ທີ່​ເຂົ້າຮ່ວມພິທີ​ທຳລາຍມື້​ນີ້ສົ່ງສຽງຮຽກຮ້ອງ​ຢ່າງ​ກວ້າງຂວາງ, ​ປຸກລະດົມ​ໃຫ້​ທົ່ວ​ສັງຄົມ​ສົນ​ໃຈ​ແລະ​ສະໜັບສະໜູນວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.
1  2