ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-31 16:47:32    
ຈີນ​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ຊາວ​ນາ​ທີ່​ໄປ​ເຮັດ​ການ​ຢູ່​ໃນ​ຕົວ​ເມືອງ

cri Author: huachunmei
ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຈີນ​ໄດ້​ມີ​ການ​ພັດ​ທະ​ນາ, ​ແຮງ​ງານ​ເຫຼືອ​ຢູ່​ຊົນ​ນະ​ບົດ​ຢ່າງ​ຫຼວງ​ຫຼາຍ, ​ພວກ​ເຂົ້າ​ໄປ​ເຮັດ​ການ​ໃນ​ຕົວ​ເມືອງ​ໃຫຍ່​ແລະ​ຜ້ານ​ກາງ, ​ຊາວ​ທີ່​ໄປ​ເຮັດ​ການ​ຢູ່​ໃນ​ຕົວ​ເມືອງ​ເຫຼົ່າ​ນີ້, ​ສ່ວນ​ຫຼາຍ​ແມ່ນ​ເຮັດ​ວຽກ​ລຳ​ບາກ​ແລະ​ມີ​ລາຍ​ຮັບ​ຂ້ອນ​ຂ້າງ​ໜ້ອຍ, ​ຕົວ​ຢູ່​ຄື​ຜູ້​ບໍ​ລິ​ການ​ໃນ​ຮ້ານ​ອາ​ຫານ​ຂະ​ໜາດ​ກາງ​ແລະ​ນ້ອຍ​, ​ກຳ​ມະ​ກອນ​ກໍ່​ສ້າງ ພໍ່​ຄ້າ​ຊາວ​ຂາຍ​ໃນ​ຕະ​ຫຼາດ​ເຊົ້າ​ແລະ​ກໍ່​ຜູ້​ເຮັດ​ອະ​ນາ​ໄມ​ເທດ​ສະ​ບານ​ເປັນ​ຕົ້ນ. ​ສະ​ນັ້ນ, ​ພາກ​ສ່ວນ​ຕ່າງ​ໆ​ຂອງ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຂອງ​ຈີນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ການ​ອູ້ມ​ຊູ​ແລະ​ຊ່ອຍ​ເຫຼືອ​ແຮງ​ງານ​ເຫຼົ່າ​ນີ້, ​ໃນ​ນັ້ນ, ​ພາກ​ສ່ວນ​ຄຸ້ມ​ຄອງ​ການ​ກິ​ລາ​ຂອງ​ອົງ​ການ​ປົກ​ຄອງ​ທີ່​ຖື​ການ​ເອົາ​ໃຈ​ໃສ່​ນຳ​ສຸ​ຂະ​ພາບ​ຂອງ​ຊາວ​ນາ​ທີ່​ໄປ​ເຮັດ​ການ​ໃນ​ຕົວ​ເມືອງ,​ ການ​ຊີ້​ນຳ​ພວກ​ເຂົາ​ເຈົ້າ​ຮັກ​ສາ​ສຸ​ຂະ​ພາບ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ​ເປັນ​ວຽກ​ງານ​ສຳ​ຄັນ​ລາຍ​ໜຶ່ງ.​​​

ໃນ​ທ້າຍ​ປີ​ກາຍ, ​ງານ​ກິ​ລາ​ທີ່​ໃຫ້​ຊື່​ວ່າ​"​ງານ​ກິ​ລາ​ບ້ານ​ເກີດ​ແຫ່ງ​ທີ​ສອງ"​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ເສົາ​ຢາງ ​ໃຈ​ກາງ​ນະ​ຄອນ​ປັກ​ກິ່ງ, ​ລວມ​ມີ 1000 ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ.​

ທ່ານ​ວາງ​ປາວ​ເຫີ ຮອງ​ຫົວ​ໜ້າ​ພະ​ແນກ​ກິ​ລາ​ເຂດ​ເສົາ​ຢາງ ຜູ້​ຈັດ​ຕັ້ງ​ງານ​ກິ​ລາ​ສະ​ເໜີ​ວ່າ, ນີ້​ແມ່ນ​ເຂດ​ເສົາ​ຢາງ​ຈັດ​ງານ​ກິລາ​ແນວ​ນີ້​ເປັນ​ຄັ້ງ​ທຳ​ອິດ.​ທ່ານ​ເວົ້າ​ວ່າ: "​ໃນ​ຫຼາຍ​ປີ​ມາ​ນີ້, ຄຽງ​ຄູ່​ກັບ​ການ​ສ້າງ​ສາ​ແລະ​ພັດ​ທະ​ນາ​ຂອງ​ນະ​ຄອນ​ປັກ​ກິ່ງ, ​ຊາວ​ນາ​ຕ່າງ​ຖິ່ນ​ທີ່​ມາ​ເຮັດ​ການ​ຢູ່​ນະ​ຄອນ​ປັກ​ກິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ສ້າງ​ສາ​ເຂດ​ເສົາ​ຢາງ​ແລະ​ປັກ​ກິ່ງ, ​ຖ້າ​ບໍ່​ມີ​ຊາວ​ນາ​ຕ່າງ​ຖິ່ນ​ທີ່​ມາ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ແລ້ວ, ​ປັກ​ກິ່ງ​ກໍ​ອາດ​ຈະ​ບໍ່​ໄດ້​ພັດ​ທະ​ນາ​ເຖິງ​ລະ​ດັບ​ປະ​ຈຸ​ບັນ​ນີ້. ​ພະ​ແນກ​ກິ​ລາ​ເຂດ​ເສົງ​ຢາງ​ຈັດ​ງານ​ກິ​ລາ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ຢາກ​ເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ​ແຂງ​ແຮງ​ຂຶ້ນ, ​ໃຫ້​ເຂົາ​ເຈົ້າ​ປະ​ກອບ​ສ່ວນ​ດີກ​ວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ສາ​ແລະ​ພັດ​ທະ​ນາ​ປັກ​ກິ່ງ."​

ຊາວ​ນາ​ຕ່າງ​ຖິ່ນ​ທີ່​ມາ​ເຮັດ​ການ​ຢູ່​ນະ​ຄອນ​ປັກ​ກິ່ງ​ມີ​ປະ​ມານ 1 ລ້ານ​ກວ່າ​ຄົນ, ​ໃນ​ນັ້ນ, ​ຢູ່​ເຂດ​ເສົາ​ຢາງ ​ເຊິ່ງ​ເປັນ​ເຂດ​ພັດ​ທະ​ນາ​ໄວ​ກວ່າ​ໝູ່​ກໍ​ມີ​ຫຼາຍ​ແສນ​ຄົນ. ຍ້ອນ​ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ຂ້ອນ​ຂ້າງ​ຕ່ຳ, ​ສະ​ນັ້ນ,​ ພວກ​ເຂົ້າ​ສ່ວນ​ຫຼາຍ​ບໍ່​ຢາກ​ໃຊ້​ເງິນ​ໄປ​ຫຼິ້ນ​ກິ​ລາ​ເພື່ອ​ສຸ​ຂະ​ພາບ,​ ຫຼາຍ​ຄົນ​ກໍ​ບໍ່​ຄວາມ​ຊິນ​ເຄີ​ຍ​ໃນ​ດ້ານ​ນີ້. ​ເມື່ອ​ທຽບ​ກັບ​ກິ​ລາ​ເພີດ​ທີ່​ເຂດ​ຄຸ້ມ​ເຮືອນ​ຢູ່​ໃນ​ຕົວ​ເມືອງ​ຈັດ​ຂຶ້ນ​ນັ້ນ​ແລ້ວ, ​ການ​ກິ​ລາ​ແລະ​ການ​ແຂ່ງ​ຂັນ​ສຳ​ລັບ​ຊາວ​ນາ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ມີ​ໜ້ອຍ​ທີ່​ສຸດ, ​ສະ​ພາບ​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ​ໄດ້​ພາ​ໃຫ້​ຄົນ​ທັງ​ຫຼາຍ​ເປັນ​ຫ່ວງ​ນຳ. ​ທ່ານ​ວາງ​ປາວ​ເຫີ​ກ່າວ​ວ່າ, ​ພະ​ແນກ​ກິ​ລາ​ເຂດ​ເສົາ​ຢາງ​ຈັດ​"ງານ​ກິ​ລາ​ບ້ານ​ເກີດ​ແຫ່ງ​ທິ​ສອງ", ​ກໍ​ຢາກ​ບອກ​ໃຫ້​ຊາວ​ນາ​ທີ່​ມາ​ເຮັດ​ການ​ຢູ່​ປັກ​ກິ່ງ​ຊາບ​ວ່າ, ​ເຂົາ​ເຈົ້າ​ບໍ່​ໄດ້​ຖືກ​ອົງ​ການ​ປົກ​ຄອງ​ປັກ​ກິ່ງ​ລືມ​ໄປ​ຈັກ​ເທື່ອ.

ທ່ານ​ວາງ​ປາວ​ເຫີ​ເວົ້າ​ວ່າ, ​"ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຜ່ານ​ການ​ຈັດ​ງານ​ກິ​ລາ​ຄື​ແນວ​ນີ້​ມາ​ລະ​ດົມ​ຄວາມ​ຫ້າວ​ຫັນ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ຊາວ​ນາ​ທີ່​ມາ​ເຮັດ​ການ​ຢູ່​ປັກ​ກິ່ງ, ​ຊ່ອຍ​ເຂົາ​ເຈົ້າ​ສ້າງ​ຄວາມ​ຊິນ​ເຄີຍ​ຝຶກ​ຫັດ​ຮ່າງ​ກາຍ". ​ໃນ​ໝູ່​ພວກ​ເຂົາ​ເຈົ້າ, ​ສ່ວນ​ຫຼາຍ​ແມ່ນ​ອອກ​ແຮງ​ງານ​ດ້ວຍ​ກຳ​ລັງ​ກາຍ. ​ທ່ານ​ວາງ​ປາວ​ເຫີ​ກ່າວ​ວ່າ,​"ພວກ​ຂ້າ​ພະ​ເຈົ້າ​ຍັງ​ຫວັງ​ຊ່ອຍ​ເຂົາ​ເຈົ້າ​ຕັ້ງ​ທັດ​ສະ​ນະ​ຢ່າງ​ໜຶ່ງ​ຂຶ້ນ. ​ນັ້ນ​ກໍ່​ຄື​ອອກ​ແຮງ​ງານ​ດ້ວຍ​ກຳ​ລັງ​ການ​ຈະ​ເຂົ້າ​ແທນ​ການ​ຮັກ​ສາ​ສຸ​ຂະ​ພາບ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ​ບໍ່​ໄດ້."

1  2