ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-31 17:09:06    
ເມືອງ​ກວາງ​ໂຈວ:​ການ​ຍົກ​ຍ້າຍ​ແບບ​ມີ​ອາ​ລະ​ຍະ​ທຳ​ເຮັດ​ໃຫ້​ການ​ຍົກ​ຍ້າຍ​ໃນ​ຕົວ​ເມືອງ​ຫາຍ​ຄວາມ​ເຈັບ​ປວດ

cri
ຊີວິດ​ການ​ເປັນ​ຢູ່​ຂອງຄອບຄົວ​ທີ່​ຕ້ອງຍົກ​ຍ້າຍ​ມີ​ຄວາມ​ຫຍຸ້ງຍາກ ຫລາຍ,​ຈິ່ງ​ມີ​ຄົນ​ໄປ​ຮ້ອງທຸກຕໍູ່​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ເລື້ອຍໆ,​ນີ້​ກໍ່ແມ່ນ​ຄວາມ​ເຈັບ​ປວດ​ແຫ່ງ​ການ​ຍົກຍ້າຍ​ໃນ​ຕົວ​ເມືອງຂອງ​ຈີນ.​ໃນ​ຫລາຍ​ປີ​ມາ​ນີ້, ​ເມືອງ​ກວາງ​ໂຈ​ວ​ໄດ້​ອອກ​ແຮງສ້າງ​ເບົ້າ​ແບບ​ເຮັດ​ວຽກ​​ແບບໃຫມ່​​ໃນ​ການ​ຍົກຍ້າຍ​ຄື:ຖື​ຄົນ​ເປັນ​ກົກ​,ຍົກຍ້າຍ​ແບບ​ມີ​ອາລະຍະ​ທຳ,​ເຮັດ​ໃຫ້​ບັນຫາ​ຈັດ​ວາງ​ແລະ​ເກື້ອກູນ​ຄອບຄົວ​ທີ່​ຕ້ອງຍົກຍ້າຍ​ອອກຈາກ​ບ່ອນ​ທີ່​ຄ້າ​ຄາ​ກັນ 125 ບ່ອນ​ທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດ​ໄດ້​ຮັບ​ການ​ແກ້​ໄຂ​ຫລື​ໄດ້​ວາງ​ແຜນ​​ແກ້​ໄຂ​ໃນ​ເບື້ອງ​ຕົ້ນ,ສ່ວນ​ໂຄງການ​ສ້າງ​​ໃຫມ່​ກໍ່​ບໍ່​ມີ​ບັນຫາ​ທີ່​ຄາ​ກັນ​ອີກ​ແລ້ວ​,​ແລະບໍ່​ໄດ້​ເກີດ​ເຫດການ​ລະ​ເມີດ​ກົດຫມາຍ​ແລະ​ກົດ​ຂໍ້​ກຳນົດ​ໃນ​ການ​ຍົກຍ້າຍອີກ,ການ​ກ່າວ​ຟ້ອງ​ຂອງ​ມວນ​ຊົນ​ກໍ່​ຫລຸດ​ຫນ້ອຍ​ຢ່າງ​ຫລວງຫລາຍ.

ຕາມ​ການ​ສຳ​ຫລວດ​ຂອງ​ພະ​ແນ​ກ​ຄຸ້ມ​ຄອງເຮືອນ​ຢູ່​ແລະ​ທີ່​ດິນເມືອງ​ກວາງ​ໂຈ​ວ​ໃນ​ເດືອນ​ຕຸລາ​ປີ 2003,ສະຖານ​ທີ່​ກໍ່ສ້າງ​ທີ່​ມີ​ບັນຫາ​ຄ້າງ​ຄາ​ກັນ​ຢູ່​ທີ່​ຈົດ​ທະບຽນ​ໃນ​ທົ່ວ​ເມືອງ​ມີ 125 ບ່ອນ, ກິນ​ເນື້ອທີ່ 9 ​ແສນ​ກວ່າ​ແມັດ​ຕາ, ກ່ຽວ​ພັນ​ເຖິງ​ຜູ່​ຕ້ອງ​ຍົກຍ້າຍ 40000 ກວ່າ​ຄົນ. ຍ້ອນ​ສະຖານ​ທີ່​ມີ​ບັນຫາ​ເຫລົ່າ​ນີ້ສ່ວນ​ຫລາຍ​ຕັ້ງຢູ່​ເຂດ​ເມືອງ​​ເກົ່າ, ຄອບຄົວ​ທີ່ຖືກ​ຍົກຍ້າຍ​ສ່ວນ​ຫລາຍ ບໍ່​ຮັ່ງ, ຫລັງ​ຈາກ​ຍົກຍ້າຍ​ແລ້ວ,ຍ້ອນ​ສິດປະ​ໂຫຍ​ດທາງ​ກົດຫມາຍ​ບໍ່​​ຮັບປະ ກັນ,ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າສ່ວນ​ຫລາຍ​ຈິ່ງຕົກຢູ່​ໃນ​ສະພາບ​ຫຍຸ້ງຍາກ,​ເລີຍ​ໄປ​ກ່າວ​ຟ້ອງຮ້ອງທຸກ​ເລື້ອຍໆ.

​ໂດຍ​ແນ​ໃສ່​ສະພາບ​​ແນວ​ນີ້, ຄະນະ​ພັກ​ແລະ​ອົງການ​ປົກຄອງ​ເມືອງ​ກວາງ​ໂຈ​ວ​ໄດ້​ຄົ້ນຄວ້າ​ຫລາຍ​​ເທື່ອ, ຕົກລົງ​ໃຫ້​ພະ​ແນ​ກຄຸ້ມ​ຄອງ​ເຮືອນ​ຢູ່​ແລະ​ທີ່​ດິນ​ເມືອງ​ກວາງ​ໂຈ​ວ​ເປັນ​ຜູ່​ຮັບຜິດຊອບ, ​ໃຊ້​ສາມ​ວິທີ​ມາ​ແກ້​ໄຂຄື ຈັດ​ວາງ​ໃຫ້​ຍ້າຍ​ຄືນ​ບ່ອນ​ເກົ່າທີ່​ໄດ້​ສ້ອມ​ແປງ​ແລ້ວ, ຈັດ​ວາງ​ການ​ຍົກບ້າຍ​ສ້າງ​ພາຍ ຫລັງ​ສ້າງ​ໃຫມ່,​​ເກື້ອກູນ​ຫລືຂາຍ​ຕາມ​ກົດຫມາຍ.

ພາຍຫລັງ​ໄດ້​ປະຕິບັດ​ຕາມ​ສາມ​ວິທີ​ດັ່ງກ່າວ​ແລ້ວ, ​ໄດ້​ຮັບ​ຜົນ​ສັກສິດ.

ປະຈຸ​ບັນ,ສະຖານ​ທີ່​ກໍ່ສ້າງ​ທີ່​ຄ້າງ​ຄາ​ຢູ່ 125 ບ່ອນ​ໃນ​ທົ່ວ​ເມືອງ​ມີ 42 ບ່ອນ​ໄດ້​ແກ້​ໄຂ​ບັນຫາ​ຈັດ​ວາງ​ແລະ​ໃຫ້ຄ່າ​ເກື້ອກູນ​ແກ່​ຜູ່​ຍົກ​ຄາຍ​ຢ່າງ​ເຫມາະ​ສົມ​ຫລື​ບຸກ​ເບີກຄືນ​ໃຫມ່ເປັນ​ປົກກະຕິ, ​ແລະ​ໄດ້​ຈ່າຍ​ຄ່າ​ຍົກຍ້າຍ​ຊົ່ວຄາວ​ຕາມ​ເວລາ​ກຳນົດ;ຫົວ​ຫນ່ວຍ​ທີ່ມີບ່ອນ​ຄ້າງ​ຄາ​ໄວ້​ຢູ່ 23 ບ່ອນນັ້ນກຳລັງ​ແກ້​ໄຂ​ບັນຫາ​ຈັດ​ວາງ​​ແລະ​ຍົກຍ້າຍ​ດ້ວຍ​ການ​ກໍ່ສ້າງ​ສະຖານ​ທີ່​ດັ່ງກ່າວ​ຄືນ​ໃຫມ່; ອີກ 60 ກວ່າ​ບ່ອນ​ໄດ້​ຕົກລົງ​ໃຫ້​ແກ້​ໄຂ​ດ້ວຍ​ວິຖີ​ທາງ​ດ້ານ​ກົດຫມາຍ​ແລ້ວ, ​ໃນ​ນັ້ນ,ງວດ​ທຳ​ອິດ​ມີ 18 ບ່ອນ​ໄດ້​​ແກ້​ໄຂ​​ທາງ​ຕຸລາການ.

1  2  3