|
![](/images/spacer.gif) |
(GMT+08:00)
2005-03-31 17:09:06
|
![](/images/shim.gif) |
ເມືອງກວາງໂຈວ:ການຍົກຍ້າຍແບບມີອາລະຍະທຳເຮັດໃຫ້ການຍົກຍ້າຍໃນຕົວເມືອງຫາຍຄວາມເຈັບປວດ
cri
ໃນເວລາດົນນານມານີ້, ຄອບຄົວທີ່ຖືກຍົກຍ້າຍນັ້ນແມ່ນຢູ່ໃນຖານະທ່າອ່ອນໂດຍຕະຫລອດ, ບໍ່ມີກົນໄກຄ້ຳປະກັນຜົນປະໂຫຍດຂອງພວກເຂົາເຈົ້າ.ເມືອງກວາງໂຈວໄດ້ໃຊ້ວິທີວາງກົດຫມາຍແລະສ້າງລະບອບທີ່ກ່ຽວຂ້ອງ,ໄດ້ກັງຄັນຮົ່ມປົກປ້ອງທີ່ບັງເກີດຜົນສາມຄັນໃຫ້ແກ່ຄອບຄົວທີ່ຖືກຍົກຍ້າຍ, ແລ້ວໄດ້ປ້ອງກັນທາງລະບອບທີ່ບໍ່ໃຫ້ເກີດການວິວາດກັນ ຫລືເກີດເຫດການກຳລັງຮຸນແຮງຍ້ອນການຍົກຍ້າຍ.
ຫນຶ່ງ:ຕັ້ງກົ້ງບັນຊີທຶນຕິດຕາມຄວບຄຸມການຍົກຍ້າຍ.ກ່ອນຜູ່ຍົກຍ້າຍຮ້ອງຂໍເຮັດໃບອະນຸຍາດມ້າງເຮືອນແລະຍົກຍ້າຍນັ້ນ, ຕ້ອງຈ່າຍເງິນຄ່າຈັດວາງແລະຄ່າເກື້ອກູນຕາມການສຳຫລວດຂອງຫ້ອງການຍົກຍ້າຍນັ້ນໃຫ້ຄົບຈຳນວນໃນເທື່ອດຽວ, ແລ້ວໃຫ້ຫ້ອງ ການຍົກຍ້າຍ ຜູ່ຍົກຍ້າຍແລະອົງການທະນາຄານພ້ອມກັນເຊັນສັນຍານຳໃຊ້ເງິນດັ່ງກ່າວ, ໂດຍໄດ້ຮັບອະນຸຍາດຈາກຫ້ອງການຍົກຍ້າຍ, ອົງການທະນາຄານຈະໂອນເງິນຄ່າຍົກຍ້າຍແຕ່ລະລາຍຈາກກົ້ງບັນຊີທຶນຕິດຕາມຄວບຄຸມໄປໃຫ້ກົງບັນຊີຂອງຜູ່ຍົກຍ້າຍໂດຍກົງ.ປີ 2004, ທຶນຕິດຕາມຄວບຄຸມການຍົກຍ້າຍດັ່ງກ່າວໄດ້ບັນລຸ 350 ລ້ານຢວນ.
ສອງ: ຮັບປະກັນຊີວິດການເປັນຢູ່ອັນເປັນປົກກະຕິຂອງຜູ່ຍົກຍ້າຍ.ເມືອງກວາງໂຈວໄດ້ກຳນົດຢ່າງຈະແຈ້ງວ່າ, ໃນໄລຍະຍົກຍ້າຍ, ຕ້ອງຮັບປະກັນເງື່ອນໄຂຊີວິດການເປັນຢູ່ພື້ນຖານຄື ການສະຫນອງນ້ຳແລະໄຟຟ້າເປັນຕົ້ນ ຂອງຜູ່ຍົກຍ້າຍແລະຜູ່ເຊົ່າເຮືອນທີ່ຍັງບໍ່ທັນຍ້າຍອອກໄປເທື່ອ, ບໍ່ໃຫ້ກະທົບເຖິງຊີວິດການເປັນຢູ່ປົກກະຕິຂອງພວກເຂົາເຈົ້າ, ຮັບປະ ກັນຄວາມປອດໄພດ້ານຊັບສິນແລະຊີວິດຂອງຜູ່ຍົກຍ້າຍ. ພ້ອມກັນນັ້ນ, ກໍ່ກຳນົດວ່າ, ເຮືອນທີ່ບໍ່ໄດ້ຈ່າຍຄ່າເກື້ອກູນຈັດວາງໃຫ້ການຍົກຍ້າຍໃຫ້ຫມົດເທື່ອນັ້ນ ຫ້າມບໍ່ໃຫ້ມ້າງ.ເມື່ອໄດ້ເພີ່ມທະວີການຕິດຕາມແລະຄຸ້ມຄອງແລ້ວ,ໃນຫລາຍປີມານີ້, ເມືອງກວາງໂຈວໄດ້ປະກົດມີສະພາບທີ່ຍົກຍ້າຍແບບອາລະ ຍະທຳ.
ສາມ: ໃຫ້ການຊ່ອຍເຫລືອດ້ານຕຸລາການແລະເສດຖະກດແກ່ຜູ່ຍົກ ຍ້າຍ. ສຳລັບຜູ່ຍົກຍ້າຍທີ່ທຸກຍາກຢູ່ບ່ອນເຮືອນເກົ່າທີ່ຕົກທອດມາແຕ່ປະຫວັດສາດນັ້ນ, ຖ້າຕ້ອງແກ້ໄຂທາງຕຸລາການ, ສານສອງຂັ້ນຂອງເມືອງກວາງໂຈວລ້ວນແຕ່ໄດ້ປະຕິບັດມາດຕະການຊ່ອຍເຫລືອທາງຕຸລາການຫລາຍລາຍ, ຕົວຢ່າງຄືຜ່ອນເກັບຄ່າຮັບຊຳລະຄະດີໃນເວລາສຳຫລວດເທື່ອທຳອິດແລະເທື່ອທີສອງ ຄ່າຈັດຕັ້ງປະຕິບັດ,ຍົກເວັ້ນຄ່າຮັບປະກັນການກ່າວຟ້ອງ;ພ້ອມກັນນັ້ນ, ສະຫນັບສະຫນູນຜູ່ຍົກຍ້າຍປ່ຽນວິທີເກື້ອກູນແບບເກື້ອ ກູນດ້ວຍເຮືອນເປັນການເກື້ອກູນດ້ວຍເງິນ, ໃນເວລາແບ່ງປັນຄ່າປະມູນ ຂາຍເຮືອນນັ້ນຕ້ອງຈ່າຍຄ່າເກື້ອກູນການຖືກມ້າງເຮືອນ ຄ່າຈັດວາງແລະຄ່າຍ້າຍເຮືອນຊົ່ວຄາວເປັນຕົ້ນ. ອົງການປົກຄອງເມືອງກວາງໂຈວຍັງໄດ້ເບີກເງິນຈຳເພາະທີ່ມີມູນຄ່າ 20 ລ້ານຢວນ, ຈ່າຍຄ່າທະນາຍຄວາມໃຫ້ຜູ່ຍົກຍ້າຍກ່ອນ, ເມື່ອຜູ່ຍົກຍ້າຍໄດ້ເງິນຂາຍທີ່ດິນແລ້ວຈິ່ງສົ່ງຄືນ.
ເພື່ອປ້ອງກັນບໍ່ໃຫ້ມີໂຄງການມ້າງເຮືອນທີ່ຄາກັນລາຍໃຫມ່,ເມືອງກວາງໂຈວໄດ້ຄວບຄຸມຈຳນວນໂຄງການມ້າງເຮືອນແລະຍົກຍ້າຍຢ່າງເຄັ່ງຄັດ,ປະຈຸບັນ, ການມ້າງແລະຍົກຍ້າຍໃນເມືອງກວາງໂຈວຕົ້ນຕໍໂຮມສູນຢູ່ໃນໂຄງການພື້ນຖານໂຄງລ່າງສາທາລະນະເຊັ່ນ ດັດສ້າງຕາຫນ່າງໄຟຟ້າ ເສັ້ນທາງໃນຕົວເມືອງ ສ້ອມແປງແລະຂະຫຍາຍສ້າງໂຮງຮຽນເປັນຕົ້ນ,ການມ້າງແລະຍົກຍ້າຍທີ່ກ່ຽວພັນເຖິງທຸລະກິດນັ້ນໄດ້ຫລຸດລົງຮອດ 10% ຂອງຍອດຈຳນວນ.
1 2 3
|
|
|