ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 20:26:57    
ຊົມ​ງານ​ອາ​ພອນ​ທັນ​ສະ​ໄໝ​ຢູ່​ນະ​ຄອນ​ປັກ​ກິ່ງ(ສຽງ)

cri Author: q

ເຄື່ອງ​ນຸ່ງ​ທີ່​ວາງສະ​ແດງ​ເທື່ອ​ນີ້​ມີຫຼາຍ​ຮູບ​ຫຼາຍ​ແບບ​ຈົນ​ເຮັດໃຫ້​ຄົນ​ລາຍ​ຫູລາ​ຍຕາ,ນາງ​ຢາງ​ທີ່​ແຕ່ງ​ຕົວ​ທັນ​ສະ​ໄໝ​ພວມ​ຊົມ​ເບິ່ງ​ເຄື່ອງ​ນຸ່ງ​ຢ່າງ​ຕິດ​ອົກ​ຕິດ​ໃຈ.ນາງ​ບອກ​ນັກ​ຂ່າວ​ວ່າ, ແຕ່ລະ​ເດືອນ​ນາງ​ຕ້ອງ​ໃຊ້​ຈ່າຍ​ສຳລັບເຄື່ອງນຸ່ງ​ຂອງ​ຖືປະມານ​ພັນ​ສອງ​ພັນ​ຢວນ,​​ເພື່ອ​ຕົບ​ແຕ່ງຊີວິດ​ຂອງ​ຕົນ​ດ້ວຍ​ເຄື່ອງນຸ່ງ​ທີ່​ສວຍ​ງາມ.ນາງ​ໄດ້ມາ​ເບິ່ງ​ງານ​ສະ​ແດງ​​ເຄື່ອງ​ນຸ່ງ​ສາກົນ​ຈີນ​7ຫາ8​ຄັ້ງແລ້ວ.​ເມື່ອ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​​ຂອງ​ຕົນ,ນາງ​ເວົ້າ​ວ່າ:


"ປັດຈຸບັນ,ງານ​ວາງສະ​ແດງ​ຈັດ​ໄດ້ດີກ​ວ່າ​ເກົ່າ​ແລ້ວ,ຂ້ອຍ​ຮູ້ສຶກ​ວ່າ​ລັກສະນະ​ກວມ​ລວມ​ຂອງ​ງານ​ຍິ່ງ​ເປັນ​ແບບສາກົນ.ບໍ່​ວ່າ​ຊຸດ​ຜູ້​ຊາຍຫຼື​ແມ່ຍິງ, ​ເຄື່ອງ​ນຸ່ງ​ປະ​ເພດ​ຕ່າງໆ​ລ້ວນ​ແຕ່​ໄດ້​ສະ​ແດງ​​ໃຫ້​ເຫັນ​ລົດ​ນິຍົມ​ຂອງ​ໂລກ.ຢູ່​ແຫ່ງ​ນີ້​​ເຮົາຈະ​ໄດ້​ເຫັນ​ເຄື່ອງ​ນຸ່ງ​ຫຼາຍ​ຢ່າງ​ຫຼາຍ​ແນວ,​ເຫັນ​ການ​ອອກ​ແບບ​ທີ່​ຕ່າງ​ກັນ​ຂອງ​ບໍລິສັດ​ຕ່າງໆ.​​ເຫັນ​ການ​ປະ​ກາດ​ແບບ​ເສື້ອ​ທີ່​ໃໝ່​ທີ່​ສຸດ,​ຈາກ​ງາ​ນນີ້,​ເຮົາ​ຈະ​ໄດ້​ຂ່າວ​ຄາວກ່ຽວ​ກັບ​ເຄື່ອງນຸ່ງ​ທີ່​​ໃໝ່​ສຸດ​ແລະ​ທັນ​ສະ​ໄໝ​ທີ່​ສຸດ."

ກ່ອນ​ຈີນ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ20​ກວ່າ​ປີ​ກ່ອນ,​ເຄື່ອງ​ນຸ່ງ​ຂອງ​ຄົນ​ຈີນ​ມີ​ແຕ່ສີຟ້າ​ສີ​ດຳ​​ແລະ​​ແບບ​ດຽວ​ກັນ​ໝົດ.​ແຕ່​ດຽວ​ນີ້,​ເຄື່ອງ​ນຸ່ງ​ຖື​ນັບ​ມື້​ນັບ​ທັນ​ສະ​ໄໝ​ແລະ​ມີຄວາມ​ຮຽກຮ້ອງ​ຕ້ອງການສູງ​ຂຶ້ນ​ເລື້ອຍໆ.ຕໍ່​ເລື່ອງ​ນີ້,ທ່ານ​ລີ​ວຢົງ​ອີ ຊ່າ​ງອອກ​ແບບ​ຂອງ​ບໍລິສັດ​​ເຄື່ອງ​ນຸ່ງ​ກາຕ້າ​ຕີ້​ ​ຂອງ​ແຂວງ​ຟູ​ຈ້ຽນມີ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງ:

"​ເວົ້າ​ແບບ​ງ່າຍ​ໆ,​ຂ້າພະ​ເຈົ້າໃນ​ນາມຊ່າງອອກ​ແບບ,​ແຕ່​ກ່ອນ,ຂ້າພະ​ເຈົ້າ​​ມີ​ແຕ່​ຄິດ​ວ່າ,​ເຄື່ອງ​ນຸ່ງ​ທີ່​ຂ້າພະ​ເຈົ້າ​ອອກ​ແບບ​ນັ້ນ​ຄົນ​ທັງຫຼາຍ​ກ້າ​​ນຸ່ງບໍ່?​ແຕ່​ດຽວ​ນີ້ຕ່າງແລ້ວ,​ຕ້ອງ​ກັບ​ມາ​ຖາມ​ຕົນ​ເອງ​ວ່າ​ເຈົ້າ​ກ້າອອກ​ແບບບໍ່?ບໍ່​ຕ້ອງ​​ເປັນ​ຫ່ວງວ່າ​ຜູ້​ອື່ນ​ຈະ​ບໍ່ກ້ານຸ່ງ"


1  2  3  4  5  6  7  8