ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 20:26:57    
ຊົມ​ງານ​ອາ​ພອນ​ທັນ​ສະ​ໄໝ​ຢູ່​ນະ​ຄອນ​ປັກ​ກິ່ງ(ສຽງ)

cri Author: q




ພໍ່ຄ້າທີ່ຮ່ວມງານວາງສະແດງເຈລະຈາເລື່ອງຄ້າຂາຍນຳກັນ

ງານວາງສະ​ແດງ​ອາພອນ​ຊົງ​ງາມສາກົນ​ຈີນ​ປີ​ນີ້​ໄດ້​ກຳນົດ​ຫົວ​ຂໍ້​ວ່າ" ຊົມ​ໃຊ້​ນຳກັນ​ກັບ​ໂລກ".​ໃນ​ຂະນະ​ທີ່ແຂ່ງ​ກັນ​ງາມ​ໃນ​ງານ​ວາງສະ​ແດງ​ແລ້ວ,​ບໍລິສັດຈີນ​ແລະ​ຕ່າງປະ​ເທດ​ກໍ​​ສະ​ແຫວ​ງຫາ​ໂອກາດ​ຮ່ວມ​ມື​ກັນ.​ໃນຮ້ານ​ວາງສະ​ແດງ​ຂອງ​ເຄື່ອງ​ຊຸດ​ຜູ້​ຊາຍ​ກາຊຸ້ນ​​ເມີຍ,ນັກ​ຂ່າວ​ໄດ້​ພົບ ​ທ່ານ GB·livi ຜູ້​ຮັບຜິດຊອບ​ຮ້ານLi&Livi​ຂອງ​ອີ​ຕາ​ລີ ບໍ​ລິ​ສັດ​ທີ່​ຮ່ວມ​ງານ​ວາງ​ສະ​ແດງ​ທີ່​ພວມ​ເຈ​ລະ​ຈາ​​ເລື່ອງ​ຄ້າ​ຂາຍ​ກັບ​ພະ​ນັກ​ງານ​ບໍ​ລິ​ສັດ​ເຄື່ອງ​ນຸ່ງ​ຊຸ້ນ​ເມີຍ,​ທ່ານ​​ເວົ້າ​ວ່າ:

"ອຸດ​ສາຫະກຳ​ເຄື່ອງນຸ່ງຂອງ​ຈີນ​ນັບມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສາ​ກົນ,ງານ​ວາງ​ສະ​ແດງ​ນີ້ໃຫຍ່​ກວ່າ​ໝູ່​​ໃນ​ອາຊີ,​ ​ມີ​ກຳລັງ​ດູດ​ດຶງ​ທີ່​ສຸດ.ສະ​ນັ້ນ,ຂ້າພະ​ເຈົ້າ​ຄິດ​ວ່າ​ຕ້ອງ​ມາ​ເຂົ້າ​ຮ່ວມ.​ເທື່ອ​ນີ້​ບໍລິສັດ​ພວກ​ເຮົາ​ໄດ້​ວາງສະ​ແດງ​ເຄື່ອງນຸ່ງ​ຜູ້ຍິງ,ພ້ອມ​ກັນ​ນັ້ນ,ພວກ​ເຮົາ​ກໍ​ຄິດ​ຢາກ​ຊອກ​ຫາ​ຕະຫຼາດເຄື່ອງນຸ່ງ​ຜູ້​ຊາຍ​ຢູ່​ອີ​ຕາ​ລີ​ຫຼື​ຢູ່​ຈີນ."


1  2  3  4  5  6  7  8