ເມື່ອເຈົ້າຈີ້ນເວິນກົງຂຶ້ນຄອງລາດຊະບັນລັງແລ້ວ, ພະອົງກໍ່ໄດ້ພະລາຊະທານຍົດຖາບັນດາສັກໃຫ້ເສນາບໍດີທີ່ໄດ້ຮ່ວມທຸກຮ່ວມສຸກນຳພະອົງສະໄຫມຕົກທຸກໄດ້ຍກາ, ແຕ່ຊ້ຳພັດລືມເຈ້ຍຈືທຸ່ຍ.ເລີຍມີຄົນສະເຫນີຢູ່ຕໍ່ຫນ້າເຈົ້າຈີ້ນເວິນກົງເພື່ອຊ່ອຍເຈ້ຍຈືທຸ່ຍ.ເຈົ້າຈີ້ນເວິນກົງຈິ່ງຄຶດຊວາດເຖິງເລື່ອງໃນອະດີດ,ແລະຮູ້ສຶກລະອາຍ,ແລ້ວແຕ່ງຄົນໄປເຊີນເຈ້ຍຈືທຸ່ຍມາຮັບລາຊະຕຳແຫນ່ງ. ແຕ່ວ່າ, ແຕ່ງຄົນໄປເຊີນຫລາຍເທື່ອ, ເຈ້ຍຈືທຸ່ຍກໍ່ບໍ່ມາ.ເຈົ້າຈີ້ນເວິນກົງເລີຍສະເດັດໄປເຊີນເອງ.ແຕ່ໃນເວລາເຈົ້າຈີ້ນເວິນກົງສະເດັດໄປຮອດເຮືອນເຈ້ຍຈືທຸ່ຍນັ້ນ,ກໍ່ເຫັນປະຕູເຮືອນປິດໄວ້ຢ່າງແຈບ.ເພາະເຈ້ຍຈືທຸ່ຍບໍ່ຢາກພົບເພິ່ນ,ໄດ້ເຈ່ຍແມ່ຂຶ້ນໄປລີ້ຢູ່ເທິງພູມຽນຊ່ານແລ້ວ.ບັດນັ້ນ, ເຈົ້າຈີ້ນເວິນກົງໄດ້ແຕ່ງລາຊະອົງຄະລັກໄປຊອກຫາຢູ່ເທິງພູ,ແຕ່ຊອກຈັ່ງໃດກໍ່ບໍ່ເຫັນ.ສະນັ້ນ ມີຄົນອອກຫົວຄິດວ່າ, ໃຫ້ຈູດໄຟໄຫມ້ປ່າຢູ່ສາມດ້ານອ້ອມພູ,ຈົ່ງທາງໄວ້ດ້ານຫນຶ່ງ, ເມື່ອໄຟໄຫມ້ພູ,ເຈ້ຍຈືທຸ່ຍຍ່ອມຈະຍ່າງອອກມາເອງ.ເຈົ້າຈີ້ນເວິນກົງເຫັນວ່າມີເຫດຜົນ,ເລີຍສັ່ງໃຫ້ເຜົາພູ,ແຕ່ບໍ່ໄດ້ຄິດເລີຍວ່າໄຟໄຫມ້ສາມມື້ສາມຄືນ, ຈົນຮອດໄຟມອດແລ້ວກໍ່ບໍ່ເຫັນເຈ້ຍຈື່ທຸ່ຍອອກມາ. ຈິ່ງແຕ່ງຄົນຂຶ້ນໄປເບິ່ງແລ້ວເຫັນສອງແມ່ລູກໄດ້ກອດຕົ້ນໄຄ້ສ້ອຍຕົ້ນຫນຶ່ງທີ່ຖືກເຜົາຈົນໄຫມ້ຕາຍໄປແລ້ວ. ເຈົ້າຈີ້ນເວິນກົງໄດ້ທັງໄຫ້ທັງໄຫວ້ສົບຂອງສອງແມ່ລູກ,ແລ້ວຈັດພິທີປົງສົບໃຫ້.ເພື່ອລະລຶກເຈ້ຍຈື່ທຸ່ຍ,ເຈົ້າຈິ້ນເວິນກົງສັ່ງໃຫ້ປ່ຽນຊື່ພູມຽນຊ່ານເປັນພູເຈ້ຍຊ່ານດສ້າງວັດຢູ່ເທິງພູ,ແລະກຳນົດເອົາມື້ເຜົາພູເປັນມື້ກິນອາຫານເຢັນ,ແຈ້ງໃຫ້ທົ່ວປະເທດຊາບ.ເມື່ອຮອດວັນນີ້ໃນທຸກປີ,ທົ່ວປະເທດກໍ່ຫ້າມດັງໄຟຄົວກິນ,ໃຫ້ກິນແຕ່ອາຫານເຢັນ.
ເວລາລາຈາກໄປ,ເຈົ້າຈິ້ນເວິນກົງໄດ້ຕັດເອົາໄມ້ຕົ້ນໄຄ້ສ້ອຍທີ່ຖືກເຜົາທ່ອນຫນຶ່ງ,ເຮັດເປັນເກີບໄມ້, ມື້ໃດກໍ່ເບິ່ງເກີບໄມ້ຄູ່ນັ້ນແລ້ວອຸທານວ່າ:"ສັງເວດເດ໋,ພະບາດ." ພະບາດແມ່ນຄຳທີ່ຄົນບູຮານຈີນເອີ້ນສະແດງຄວາມໂຄ ລົບຕໍ່ຜູ່ມີຕຳແຫນ່ງສູງກວ່າຫລືຄົນລຸ້ນດຽວກັນ. ປີຕໍ່ມາ,ເຈົ້າຈີ້ເວິນກົງໄດ້ນຳພາບັນດາເສນາອາມາດ,ແຕ່ງຊຸດຂາວຂຶ້ນພູໄປບູຊາໄວ້ອາໄລ.ເມື່ອຍ່າງໄປຮອດຕໍ່ຫນ້າສຸສານ, ກໍ່ເຫັນຕົ້ນໄຄ້ສ້ອຍທີ່ຖືກເຜົາຕາຍຕົ້ນນັ້ນໄດ້ມີຊີວິດຄືນໃຫມ່, ມີກິ່ງງ່າປົ່ງໃຫມ່ໃບໄມ້ຂຽວງາມປິວສະບັດຕາມສາຍລົມ.ເຈົ້າຈີ້ນເວິນກົງໄດ້ເຫັນຕົ້ນໄຄ້ສ້ອຍມີຊີວິດຄືນ,ກໍ່ເຫມືອນໄດ້ເຫັນເຈ້ຍຈື.ພະອົງຊົງສະເດັດໄປຫາກ້ອງຕົ້ນໄມ້ແລ້ວຫັກເອົາງ່າຫນຶ່ງ, ເບັດໃຫ້ເປັນບ້ວງສຸບໃສ່ເກດຂອງພະອົງ.ເມື່ອບູຊາແລ້ວໆ, ເຈົ້າຈີ້ນເວິນກົງພະລາຊະ ທານນາມໃຫ້ຕົ້ນໄຄ້ສ້ອຍທີ່ຟື້ນຊີ້ບຄືນມານັ້ນເປັນຕົ້ນໄຄ້ສ້ອຍຊິງ ມິງ, ແລ້ວກຳນົດເອົາມື້ນັ້ນເປັນບຸນຊິງມິງ.
ຈາກນັນ,ເຈົ້າຈີ້ນເວິນກົງກໍ່ຖືເອົາຫນັງສືທີ່ຂຽນດ້ວຍເລືອດນັ້ນຕິດຕົວໄປນຳເລື້ອຍໆ,ເພື່ອເປັນຄະຕິເຕືອນໃຈໃນການຄອງບັນລັງ.ພະອົງຄອງອຳນາດຢ່າງປອດໄສໄຮ້ມົນທິນ, ຫ້າວຫັນເຮັດວຽກ.
1 2
|