ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-06 23:18:05    
ຈີນ​ມຽນ​ມາ​ຮ່ວມ​ກັນ​ປາບ​ຢາ​ເສບ​ຕິດ

cri Author: da


ເຂດ"ສາມຫຼ່ຽມ​ຄຳ"ມີ​ຊື່​ສຽງ​ໃນ​ໂລກ​ຍ້ອນຜະລິດ​ຢາ​ເສບ​ຕິດ,​ແມ່ນ​ເຂດ​ໜຶ່ງ​ທີ່​ປູກ​ຝີ່ນຫຼາຍ​ກວ່າ​ໝູ່​​ໃນ​ໂລກ.​ໃນ​ກາງຊຸມ​ປີ 90,​​ເຮ​ໂລ​ອິນ​ທີ່​ຂົນ​ສົ່ງ​ອອກ​ຈາກ​ເຂດ​ນີ້​​ໄປຂາຍ​ທົ່ວ​ໂລກ​ໃນ​ແຕ່ລະ​ປີ​ກວມ​ຍອດປະລິມານ​ເຮ​ໂລ​ອິນ​ຂອງ​ໂລກ 60%-70%,​ໄດ້​ຜູກ​ຂາດຕະຫຼາດ​ຝີ່ນ​ແລະ​​ເຮ​ໂລ​ອິນ​ທົ່ວ​ໂລກ.​ເລີ່​ມ​ແຕ່​ຊຸມ​ປີ 90,ຢູ່​ໃຕ້​ການຈັດ​ວາງ​ຢ່າງເປັນ​ເອກະ​ພາບ​ຂອງ​ລັດຖະບານກາງ​ຈີນ,​ເຂດ​ຊາຍ​ແດນ​ແຂວງ​ຢູນນານ​ເລີ່​ມຊ່ອຍ​ເຫຼືອ​ປະ​ເທດອ້ອມ​ຂ້າງ​ປູກ​ພືດ​ແທນ​ຕົ້ນຝີ່ນ,ນັບ​ມາ​ຮອດ​ປະຈຸ​ບັນ​ໄດ້​ຮັບ​ຜົນດີຫຼາຍ.


ວັນ​ທີ 6 ມີນາ,​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ທີ​ສອງ​ລັດ​ຊານ​ມຽນ​ມາ​ແລະ​ຄະນະ​ກຳ​ມະ​ການ​ເກືອບ​ຫ້າມ​ຢາ​ເສບ​ຕິດ​ເມືອງ​ສື​ເມົາ​ແຂວງ​ຢຸນ​ນານ​ຈີນ​ໄດ້​ຈັດ​ການ​ຮ່ວມຫຼົກຕົ້ນ​ຝີ່ນຖິ້ມ​ແລະ​ເຜົາ​ຢາ​ເສບ​ຕິດ​ຢູ່​ເຂດ​ພິ​ເສດ,​ໄດ້​ຫຼົກຕົ້ນ​ຝີ່ນ 25,5 ​ເຮັກ​ຕາ,​ທັງ​ເຜົາ​​ເຮ​ໂລ​ອິນ ​ຢາໄອສ໌​ແລະ​ອື່ນໆ​ທີ່​ສອງ​ຝ່າຍ​ຮ່ວມ​ກັນ​ຍຶດ​ໄດ້​ໃນ​ປີ​ກາຍ​ລວມ 112 ກິ​ໂລ​ກຼາມກວ່າ,​ເຄື່ອງມື​ຜະ​ລິດ​ຢາ​ຝີ່ນ​ຈຳ​ນວນ​ໜຶ່ງ​ກໍ​ຖືກ​​ເຜົາຖິ້ມ​ໝົດ.​


1  2