ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-11 14:00:28    
ຂ່າວ​ກິ​ລາ​ປະ​ມວນ​ໜຶ່ງ​(ສຽງ)

cri Author: huachunmei

ວັນ​ທີ 3 ​ເມສາ, ​ໃນ​ງານ​ແຂ່ງ​ຂັນ​ສະ​ນຸກ​ເກີ​ຈີນ​ໂອ​ເພັນ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ແລະ​ໄດ້​ສິ້ນ​ສຸດ​ລົງ​ນັ້ນ, ​ທ້າວ​ຕິ່ງ​ຈຸ້ນ​ຮຸຍ ນັກ​ກິລາ​ຈີນ​ໄວ​ພຽງ 18 ປີ​ຊິງ​ໄດ້​ແຊມ​ປຽນ, ​ໃນ​ການ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ, ​ລາວ​ໄດ້​ເອົາ​ຊະ​ນະ​ທ່ານ​ແຮນ​ດຼີ ດາ​ລາ​ສະ​ນຸກ​ເກີ​ສະ​ກົດ​ແລນ​ທີ່​ມີ​ຊື່​ສຽງ​ດ້ວຍ​ຄະ​ແນນ 9 ຕໍ່ 5. ​ງານ​ແຂ່ງ​ຂັນ​ສະ​ນຸກ​ເກີ​ຈີນ​ໂອ​ເພັນ​ແມ່ນ​ນັດ​ສຸດ​ທ້າຍ​ຂອງ​ງານ​ແຂ່ງ​ຂັນ​ສະ​ນຸກ​ເກີ​ອາ​ຊີບ​ໂລກ 7 ນັດ, ​ນັກ​ກິ​ລາ​ລະ​ດັບ​​ໂລກ​ຜ່ານ​ການ​ແຂ່ງ​ຂັນ​ທີ່​ຢູ່​ປັກ​ກິ່ງ​​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ທ້າຍ​​ເພື່ອ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ສະ​ນຸກ​ເກີ​ຊິງ​ຊະ​ນະ​ເລີດ​ໂລກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອັງ​ກິດ​ໃນ​ທ້າຍ​ເດືອນ​ເມ​ສາ​ນີ້. ​ເມື່ອ​ຊິງ​ໄດ້​ແຊມ​ປຽນ​ເທື່ອ​ນີ້​ແລ້ວ, ​ທ້າວ​ຕິ່ງ​ຈຸ້ນ​ຮຸຍ​ກາຍ​ເປັນ​ນັກ​ກິ​ລາ​ໜຸ່ມ​ຜູ້​ທີ​ສອງ​ທີ່​ຊິງ​ໄດ້​​ແຊມ​ປຽນ​ໃນ​ງານ​ແຂ່ງ​ຂັນ​ລະ​ດັບ​ໂລກ​ເຊິ່ງ​ຖັດ​ຈາກ​ທ່ານ​ໂອ ຊຸນ​ລີ​ວັນ.

ວັນ​ທີ 31 ມີ​ນາ,​ ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປະ​ກາດ​ວ່າ, ​ວຽກ​ງານ​ຊັກ​ຊວນ​ນັກ​ທຸ​ລະ​ກິດ​ອຸ​ປະ​ຖຳ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ​ໄດ້​ເລີ່ມ​ດຳ​ເນີນ​ໄປ​ຢ່າງ​ເປັນ​ທາງ​ການ​ແລ້ວ. ​ແຜນ​ການ​ພັດ​ທະ​ນາ​ຕະ​ຫຼາດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ປະ​ກອບ​ດ້ວຍ​ແຜນ​ການ​ອຸ​ປະ​ຖຳ ​ແຜນ​ການ​ອະ​ນຸ​ຍາດ​ເປັນ​ພິ​ເສດ​ແລະ​ແຜນ​ການ​ວຽກ​ງານ​ຂາຍ​ປີ້, ​ໃນ​ນັ້ນ​ແຜນ​ການ​ອຸ​ປະ​ຖຳ​ແບ່ງ​ເປັນ​ສາມ​ລະ​ດັບ: ​ລະ​ດັບ​ສູງ​ສຸດ​ແມ່ນ​ຄູ່​ຂາ​ຮ່ວມ​ມື​ງານ​ກິ​ລາ​ໂອ​ລິມ​ປິກ; ​ລະ​ດັບ​ທີ​ສອງ​ແມ່ນ​ນັກ​ທຸ​ລະ​ກິດ​ອຸ​ປະ​ຖຳ,​ ລະ​ດັບ​ທີ​ສາມ​ແມ່ນ​ນັກ​ທຸ​ລະ​ກິດ​ສະ​ໜອງ​ສິນ​ຄ້າ. ​ຈຳ​ນວນ​​ເງິນ​​ອຸ​ປະ​ຖຳ​ແລະ​ອຸ​ປະ​ຖຳ​ໃນ​ດ້ານ​ໃດ​ຂອງ​ນັກ​ທຸ​ລະ​ກິດ​ອຸ​ປະ​ຖຳ​ແມ່ນ​ຕ່າງ​ກັນ, ​ສິດ​ປະ​ໂຫຍດ​ໃນ​ການ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ທີ່​ກ່ຽວ​ຂ້ອງ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ກໍ່​ຕ່າງ​ກັນ.

ຫໍ​ກິ​ລາ​ອູ​ເຄີ່​ຊົ່ງ ທາງ​ພາກ​ຕາ​ເວັນ​ຕົກ​ປັກ​ກິ່ງ​​ແມ່ນ​ຫໍ​ກິ​ລາ​ແຂ່ງ​ຂັນ​ບານ​ບ້ວງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​, ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ວັນ​ທີ 29 ​ມີ​ນາ. ​ນີ້​ແມ່ນ​ໂຄງ​ການ​ສະ​ໜາມ​ກິ​ລາ​ງານ​ກິ​ລາ​ໂອ​ລິມ​ປິກ​ແຫ່ງ​ທີ 5 ​ທີ່​ສ້າງ​ຢູ່​ປັກ​ກິ່ງ, ​ສ່ວນ 4 ​ແຫ່ງ​ອື່ນ​ທີ່​ເລີ່ມ ລົງ​ມື​ກໍ່​ສ້າງ​ກ່ອນ​ແລ້ວ​ນັ້ນ​ແມ່ນ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ສູນ​ລອຍ​ນ້ຳ​ແຫ່ງ​ຊາດ ຫໍ​ຍິງ​​ເປົ້າ​ປັກ​ກິ່ງ​ແລະ​ສະ​ໜາມ​ແຂ່ງ​ຂັນ​ລົດ​ຖີບ​ທີ່​ພູ​ລາວ​ຊານ. ​ຕາມ​ໄດ້​ຊາບ, ​ງານ​ກິ​ລາ​ໂອ​ລິມ ປິກ​ປັກ​ກິ່ງ​ປີ 2008 ​ຕ້ອງ​ການ​ຫໍ​​ແລະ​ສະ​ໜາມ​ກິ​ລາ 36 ​ແຫ່ງ, ​ໃນ​ນັ້ນ​ມີ 31 ​ແຫ່ງ​ຢູ່​ປັກ​ກິ່ງ,​ 5 ​ແຫ່ງ​ຢູ່​ຕົວ​ເມືອງ​ຊ່ອຍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​, ​ຄື: ​ນະ​ຄອນ​ຊິງ​ຕາວ ນະ​ຄອນ​ຊຽງ​ໄຮ້ ນະ​ຄອນ​ທຽນ​ສິນ ນະ​ຄອນ​ເສິນ​ຢາງ​ແລະ​ນະ​ຄອນ​ສິນ​ຫວງ​ຕາວ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ຈຽງ​ຊ້ຽວ​ອີ ຮອງ​ປະ​ທານ​ຄະນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກ່າວ​ວ່າ, ​ເພື່ອ​ຮັບ​ປະ​ກັນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ານ​ປັກ​ກິ່ງ​ປີ 2008  ຈັດ​ຂຶ້ນ​ຢ່າງ​ສະ​ດວກ, ​ແຕ່​ປີ 2005 ຮອດ​ປີ 2008, ​ຈຸດ​ໜັກ​ໜຶ່ງ​ໃນ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ແມ່ນ​ອົບ​ຮົມ​ພະ​ນັກ​ງານ​​ທີ່​ມີ​ຄຸນ​ທາດ​ສູງ​ປະ​ມານ 2 ​ແສນ​ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ.

ຫວ່າງ​ມໍ່​ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ວ່າ, ​ປັກ​ກິ່ງ​ຈະ​ສ້າງ​ລະ​ບົບ​ກອບ​ກູ້​ປິ່ນ​ປົວ​ສຸກ​ເສີນ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ປີ 2008 ບົນ​ພື້ນ​ຖານ​ສັບ​ຊ້ອນ​ຊັບ​ພະ​ຍາ​ກອນ​ກອບ​ກູ້​ປິ່ນ​ປົວ​ສຸກ​ເສີນ​ໃນ​ທົ່ວ​ນະ​ຄອນ. ​ຕາມ​ໄດ້​ຊາບ, ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ​ນີ້,​ ປັກ​ກິ່ງ​ຈະ​ລົງ​ທຶນ 400​ ລ້ານ​​ໂດ​ລາ​ສະ​ຫະ​ລັດ, ​ໃຊ້​ເຂົ້າ​ໃນ​ການ​ສ້ອມ​ແປງ​ຫຼື​ຂະ​ຫຍາຍ​ສ້າງ​​ພື້ນ​ຖານ​ໂຄງ​ລ່າງ​ປິ່ນ​ປົວ​ແລະ​ສາ​ທາ​ລະ​ນະ​ສຸກ​ຊື້​ອຸ​ປະ​ກອນ​ປິ່ນ​ປົວ​ໃໝ່, ​ແລະ​ຈະ​ເພີ່ມ​ລົດ​ພະ​ຍາ​ບານ​ໃໝ່ 400 ຄັນ.

1  2