![]( /mmsource/images/2004/04/21/laba.gif)
ຕັ້ງແຕ່ຈີນຟື້ນຟູອະທິປະໄຕເໜືອເກາະມາກາວເມື່ອປີ1999ມາຮອດປັດຈຸບັນໄດ້ຜ່ານໄປ5ປີປາຍແລ້ວ.ໃນ5ປີມານີ້,ເສດຖະກິດຂອງເຂດບໍລິຫານພິເສດມາກາວໄດ້ມີການພັດທະນາຢ່າງສືບເນື່ອງ,ສະພາບການປະກອບອາຊີບມີຄວາມໝັ້ນທ່ຽງ,ການປ້ອງກັນຄວາມສະຫງົບທາງສັງຄົມໄດ້ມີການປົວແປງໃຫ້ດີຂຶ້ນຈາກດ້ານກົກຮາກ.ໄທເມືອງມາກາວພວມດຳລົງຊີວິດຢ່າງກົມກຽວກັນແລະສະຫງົບສຸກ.
![]( /mmsource/images/2005/04/12/amjigw1.bmp)
ມາກາວ
ເຮືອນຂອງພໍ່ເຖົ້າມາກວ່າງຕັ້ງຢູ່ຖະໜົນໂຢ້ວຮ້ານ ເຂດພາກເໜືອມາກາວ.ເຖິງວ່າພໍ່ເຖົ້າມີອາຍຸ80ກວ່າປີແລ້ວກໍຕາມ,ແຕ່ກໍຍັງແຂງແຮງຢູ່,ເວລາເວົ້າສຽງດັງ,ເວລາຍ່າງກໍຫັນມັງ.ເມື່ອຕື່ນນອນຕອນເຊົ້າທຸກມື້,ພໍ່ເຖົ້າມາກວ່າງມັກໄປດື່ມນ້ຳຊາຢູ່ຮ້ານນ້ຳຊາແຫ່ງໜຶ່ງທີ່ຊື່ວ່າມິງຊ່ຽງເກີ ທີ່ຫ່າງຈາກເຮືອນພໍ່ເຖົ້າບໍ່ໄກປານໃດ,ຈາກນັ້ນ,ພໍ່ເຖົ້າກໍໄປທ່ຽວຫຼິ້ນຢູ່ສວນສາທາລະນະທີ່ຢູ່ມໍ່ຫັ້ນ.ຕອນທ່ຽງ,ພໍ່ເຖົ້າເມືອເຮືອນກິນເຂົ້າທ່ຽງ,ເຂົ້າທ່ຽງແຕ່ລະມື້ແມ່ນພະນັກງານຄະນະກຳມະການຄຸ້ມເຮືອນຢູ່ໂຢ້ວຮ້ານສົ່ງໄປຮອດເຮືອນ.ພໍ່ເຖົ້າມາກວ່າງຮູ້ສຶກເພິ່ງພໍໃຈນຳຊີວິດການເປັນຢູ່ໃນສະເພາະໜ້ານີ້.ພໍ່ເຖົ້າເວົ້າວ່າ:
![]( /mmsource/images/2005/04/12/aomenyue1.bmp)
ພາບລາຕີຂອງມາກາວ
"ຂ້ອຍດຳລົງຊີວິດຢູ່ຄຸ້ມນີ້ມາໄດ້10ກວ່າປີແລ້ວ,ຕອນເຊົ້າທຸກມື້,ຂ້ອຍໄປດື່ມນ້ຳຊາ,ທ່ຽວຫຼິ້ນຢູ່ສວນສາທາລະນະ.ຄະນະກຳມະການຄຸ້ມເຮືອນຢູ່ຖະໜົນສຸດທີ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງຂ້ອຍ.ຂ້ອຍພໍໃຈທີ່ສຸດນຳຊີວິດການເປັນຢູ່ໃນສະເພາະໜ້ານີ້."
![]( /mmsource/images/2005/04/12/laheng2.jpg)
ຢູ່ແຄມຖະໜົນມາກາວ,ພໍ່ເຖົ້າຜູ້ໜຶ່ງພວມອ່ານໃບໂຄສະນາມ້າພະນັນຢ່າງຈົດຈໍ່
ເຂດມາກາວມີປະຊາກອນປະມານ4ແສນ6ໝື່ນຄົນ,ໃນນັ້ນ,ຈຳນວນຜູ້ເຖົ້າຜູ້ແກ່ໄດ້ລື່ນກາຍ10%,ບັນຫາຜູ້ເຖົ້າຢູ່ມາກາວນັບມື້ນັບໄດ້ຮັບຄວາມເອົາໃຈໃສ່.ສ່ວນຄະນະກຳມະການຄຸ້ມເຮືອນຢູ່ໃນຖານເປັນອົງການຮາກຖານທີ່ໄທເມືອງຈັດຕັ້ງຂຶ້ນເອົາເອງນັ້ນ,ໄດ້ເສີມຂະຫຍາຍບົດບາດສຳຄັນໃນດ້ານແກ້ໄຂບັນຫາຊີວິດການເປັນຢູ່ຂອງຜູ້ເຖົ້າ.ຕາມໄດ້ຊາບ,ປັດຈຸບັນ,ເຂດມາກາວມີຄະນະກຳມະການຄຸ້ມເຮືອນຢູ່ລວມ20ກວ່າຄະນະ,ຄະນະກຳມະການຄຸ້ມເຮືອນຢູ່ເຫຼົ່ານີ້ໄດ້ຮ່ວມສຳພັນກັນເປັນຄະນະກຳມະການລວມຄຸ້ມເຮືອນຢູ່.ທ່ານອູຢຸນຊຽນປະທານຄະນະກຳມະການລວມຄຸ້ມເຮືອນຢູ່ມາກາວບອກນັກຂ່າວວ່າ:
![]( /mmsource/images/2005/04/12/tiaoxuange1.bmp)
ແມ່ເຖົ້າສອງຄົນພວມຊື້ເຄື່ອງຫັດຖະກຳຢູ່ຕາມຖະໜົນມາກາວ
"ບັນຫາຕ່າງໆຂອງຜູ້ເຖົ້າຜູ້ແກ່ເຊັ່ນບັນຫາສະຫວັດດີການ,ບັນຫາການປິ່ນປົວບັນຫາ ເຮືນຢູ່ເປັນຕົ້ນລ້ວນແຕ່ແມ່ນບັນຫາສຳຄັນທີ່ຄະນະກຳມະການຄຸ້ມເຮືອນຢູ່ເອົາໃຈໃສ່ ນຳ.ສຳລັບຜູ້ເຖົ້າທີ່ຢູ່ຜູ້ດຽວ,ຜູ້ເຖົ້າທີ່ມີຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ພະນັກ ງານຂອງຄະນະກຳມະການຄຸ້ມເຮືອນຢູ່ຕ້ອງສົ່ງອາຫານການກິນໄປໃຫ້ຜູ້ເຖົ້າທຸກມື້,ຊ່ອຍເຮັດອະນາໄມໃນເຮືອນແລະຊື້ເຄື່ອງໃຊ້ປະຈຳວັນໃຫ້ຜູ້ເຖົ້າ."
1 2 3 4
|