ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 17:19:17    
ຊາວ​ມາ​ກາວ​ທີ່​ຢູ່​ເຢັນ​ເປັນ​ສຸກ​(ພາບ)(ສຽງ)

cri Author: q

ບໍລິສັດສື່ກາງອະສັງຫາລິມະຊັບທີ່ເປີດໃໝ່ຫຼັງໜຶ່ງຂອງມາກາວ

ໃນ5ປີມານີ້,ເຂດໃນຈີນມີຄົນນັບມື້ນັບຫຼາຍໄປທ່ຽວເຂດມາກາວ,ການພັດທະນາຢ່າງໄວ ພະລັນຂອງການທ່ອງທ່ຽວໄດ້ຊັກຈູງຂະແໜງການກິນດື່ມ,ຂະແໜງການພະນັນອຸດສາ
ຫະກຳເຄຫະຕາດິນຂອງມາກາວໃຫ້ເຕີບໂຕຢ່າງແຂງແຮງ.

ຢູ່ຕາມຖະໜົນຫົນ"ຊິນມາລູ້"ຂອງມາກາວທີ່ມີເອກະລັກປອກຕຸຍການ,ມີຮ້ານອາຫານ
ຈີນແລະຮ້ານອາຫານປອກຕຸຍການຫຼາຍແຫ່ງ,ມີຮ້ານອາຫານແຫ່ງໜຶ່ງຊື່ວ່າຊີໄລເຄີ,ເມື່ອເບິ່ງທາງນອກແລ້ວບໍ່ໄດ້ປະດັບປະດາແບບຫຼູຫຼາ,ແຕ່ພັດມີລູກຄ້າຫຼາຍ.ເຈົ້າຂອງ
ຮ້ານຊື່ວ່າວາງສົງຢາງປີນີ້ອາຍຸ45ປີ.ທ່ານໄດ້ເປີດຮ້ານອາຫານແຫ່ງນີ້ເມື່ອ8ປີກ່ອນ,
ທ່ານບອກນັກຂ່າວວ່າ:

ນັກທ່ອງທ່ຽວພວມຖ່າຍຮູບຢູ່ໜ້າຕຶກ"ຕາສານປາພາຍຟາງ"

"ຕັ້ງແຕ່ມາກາວກັບຄືນສູ່ປະເທດຊາດເປັນເວລາ5ປີມານີ້ການທຸລະກິດຂອງຮ້ານອາ ຫານຂ້ອຍໄດ້ສ້າງຜົນກຳໄລຫຼາຍກວ່າຕອນກ່ອນມາກາວກັບຄືນສູ່ປະເທດຊາດ15%.ລູກຄ້າທີ່ມາກິນເຂົ້າຢູ່ຮ້ານອາຫານຂ້ອຍສ່ວນຫຼາຍແມ່ນແຂກທ່ອງທ່ຽວຂອງຮົງກົງ
ແລະເຂດໃນຈີນ,ໃນນັ້ນ,ແຂກທ່ອງທ່ຽວເຂດໃນຈີນໄດ້ກວມ30%.ປັດຈຸບັນ,ການທຸລະ
ກິດຂອງຮ້ານອາຫານຂ້ອຍໄດ້ຜົນກຳໄລໝັ້ນທ່ຽງ."

ໂຮງແຮມ"ປູກິ່ງ"ຂອງມາກາວ

ຢູ່ມໍ່ໂຮງແຮມທີ່ນັກຂ່າວພັກນັ້ນມີຮ້ານຂາຍໝາກໄມ້ໃຫຍ່ສົມຄວນແຫ່ງໜຶ່ງ,ນັກຂ່າວ
ໄດ້ໄປຊື້ໝາກໄມ້ສົດຢູ່ຮ້ານນັ້ນເລື້ອຍໆ,ເລີຍລື້ງເຄີຍກັບທ່ານເສິນມິງພໍ່ຄ້າໝາກໄມ້.
ໃນເວລາລົມກັບທ່ານເສິນມິງ,ນັກຂ່າວໄດ້ຊາບວ່າ,ກ່ອນມາກາວກັບຄືນສູ່ປະເທດ
ຊາດ,ເສດຖະກິດບໍ່ຮຸ່ງປານໃດ,ສະພາບຄວາມສະຫງົບທາງສັງຄົມກໍຂ້ອນຂ້າງຂີ້ຮ້າຍ.
ຫຼາຍຄົນບໍ່ມີວຽກເຮັດງານທຳ,ເລີຍທ່ຽວເຕະຟຸ່ນຊູ່ມື້,ປະກົດການທີ່ຫຼາຍຄົນທຸບຕີກັນ
ໄດ້ເກີດຂຶ້ນເລື້ອຍໆ.ທ່ານຮູ້ສຶກຢ້ານຫຼາຍ.ການທຸລະກິດຂອງຮ້ານຂາຍໝາກໄມ້ກໍຖືກ
ກະທົບຢ່າງໜັກໜ່ວງ.ແຕ່ເມື່ອກ່າວເຖິງສະພາບໃນປັດຈຸບັນ,ທ່ານເສິນມິງເວົ້າວ່າ:

"ເມື່ອທຽບກັບໄລຍະກ່ອນມາກາວກັບຄືນສູ່ປະເທດຊາດແລ້ວ,ສະພາບຄວາມສະຫງົບ ທາງສັງຄົມໃນປັດຈຸບັນຂອງມາກາວໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ.ກ່ອນກັບຄືນ
ສູ່ປະເທດຊາດ,ການປ້ອງກັນຄວາມສະຫງົບທາງສັງຄົມຂອງມາກາວຂີ້ຮ້າຍຫຼາຍ.ຊີ
ວິດການເປັນຢູ່ຂອງໄທເມືອງກໍບໍ່ປົກກະຕິ,ສະພາບປະກອບອາຊີບກໍບໍ່ຄົງທີ່.ພາຍຫຼັງ
ກັບຄືນສູ່ປະເທດຊາດແລ້ວ,ອັດຕາປະກອບອາຊີບຂອງມາກາວໄດ້ຍົກສູງຂຶ້ນ,ອັດຕາ
ຫວ່າງງານໄດ້ຫຼຸດໜ້ອຍລົງຢ່າງຫຼວງຫຼາຍ.ຊີວິດການເປັນຢູ່ຂອງພວກເຮົາກໍມີຄວາມ
ສະຫງົບປົກກະຕິດີ."

1  2  3  4