ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-15 19:49:13    
ງານ​ສະ​ຫຼອງ​ທີ່​ມ່ວນ​ຊື່ນ​----ສະ​ຫຼອງ​ບຸນ​ສັງ​ຂານ​ປີ​ໃໝ່​ລາວ​ທີ່​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​(ສຽງ)

cri Author: huachunmei

ໃນ​​ໂອ​ກາດ​ທີ່​ບຸນ​ສົງ​ການ​ວຽນ​ມາ​ເທິງ​​ນີ້, ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ​ເມ​ສາ, ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ, ​ສະ​ຫຼອງ​ບຸນ​ປີ​ໃໝ່​ລາວ​ຕາມ​ປະ​ເພນີ​ຂອງ​ປະ​ຊາ​ຊົນ​ລາວ.

ເຖິງ​ວ່າ​ນະ​ຄອນ​ປັກ​ກິ່ງ​ໃນ​​ເດືອນ​ເມ​ສາ​ກໍ​ມີ​ແສງ​​ແດດ​ເຮືອງ​ຮຸ່ງ, ​ທັດ​ສະ​ນີ​ຍະ​ພາບ​ລະ​ດູ​ບານ​​ໃໝ່​ກໍ​ສວຍ​ງາມ​ຫຼາຍ​ກໍ່​ຕາມ, ​ແຕ່​ຈະ​ເຮັດ​ບຸນ​ສົງ​ການ​ແບບ​ຫົດ​ນ້ຳ​ໃສ່​ກັນ​ຄື​ຢູ່​ລາວ​ແທ້​ບໍ່​ໄດ້​ເທື່ອ​, ​ເພາະ​ຍັງ​ໜາວ​ຢູ່. ​ແຕ່​ວ່າ, ​ກໍ່​ບໍ່​ຂັດ​ຂ້ອງ​ພີ່​ນ້ອງ​ຊາວ​ລາວ​ຢູ່​ປັກ​ກິ່ງ​ສະ​ຫຼອງ​ວັນ​ບຸນ​ສິ​ລິ​ມຸງ​ຄົນ​ຂອງ​ຕົນ​ດ້ວຍ​ຄວາມ​ມ່ວນ​ຊື່ນ. ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ​ເມ​ສາ, ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ​ອັນ​ຄຶກ​ຄື້ນ, ​ພະ​ນັກ​ງານ​ສະ​ຖານ​ທູດ​ພ້ອມ​ກັບ​ເພື່ອນ​​ຈີນ​ໄດ້​ພ້ອມ​ກັນ​ສະ​ຫຼອງ​ບຸນ​ປະ​ເພ​ນີ​ນີ້​ດ້ວຍ​ຄວາມ​ມ່ວນ​ຊື່ນ.

ທ່ານ​ວິ​ຈິດ ຊິນ​ດາ​ວົງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຮັບ​ຮອງ​ຄັ້ງ​ນີ້. ​ແຂກ​ຈີນ 30 ກວ່າ​ຄົນ​ທີ່​ມາ​ຈາກ​ຫົວ​ໜ່ວຍ​ຕ່າງໆ, ​ເຊັ່ນ, ​ທ່ານ​ລີວ​ຮົງ​ຊາຍ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວງາ​ການ​ຕ່າງ​ປະ​ເທດ ສະ​ມາ​ຄົມ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ແລະ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບ​ຮອງ​ຕາມ​ຄຳ​ເຊີນ. ​ພະ​ນັກ​ງານ​ພະ​ແນກ​ພາ​ສາ​ລາວ​ຂອງ​ວິ​ທະ​ຍຸ​ພວກ​ເຮົາ​ກໍ່​ໄດ້​​ຮັບ​ເຊີນ​ເຂົ້າ​ຮ່ວມ​.

ງານ​ລ້ຽງ​ຮັບ​ຮອງ​ໃນ​ວັນ​ທີ 12 ​ເມສາ​ແມ່ນ​ເລີ່ມ​ຕົ້ນ​ໃນ​ພິ​ທີ​ສູ່​ຂວັນ, ​ທີ່​ພວມ​ຟັງ​ຢູ່​ນີ້​ແມ່ນ​ພະ​ນັກ​ງານ​ຢູ່​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ແລະ​ແຂກ​ຈີນ​ຜູ້​ມີ​ກຽດ​ພວມ​ກ່າວ​ຄວາມ​ອວຍ​ພອນ​​​ແກ່​ກັນ​​ໃນ​ເວລາ​ການ​ສູ່​ຂວັນ.

ພາຍ​ຫຼັງ​ພິ​ທີ​ສູ່​ຂວັນ​ສິ້ນ​ສຸງ​ລົງ​ແລ້ວ, ​ທ່ານ​ວິ​ຈິດ ຊີນ​ດາ​ວົງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​​ໄດ້​ຂຶ້ນ​ກ່າວ​ຄຳ​ປາ​​ໄສ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ດູດ​ດື່ມ. ​ທ່ານ​ເວົ້າ​ວ່າ, ​ເພື່ອ​ປະ​ຢັດ​ເວ​ລາ, ​ຂ້າ​ພະ​ເຈົ້າ​ເວົ້າ​ເປັນ​ພາ​ສາ​ຈີນ​​ເລີຍ​ໂລດ.

​ໃນ​ກ່າວ​ຄຳ​ປາ​ໄສ, ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ຈິດ​ໄດ້​ສະ​ເໜີ​ຜົນ​ສຳ​ເລັດ​ຂອງ​ລາວ​​ໃນ​ພາ​ລະ​ກິດ​ທຸກ​ລາຍ​ໃນ​ປີ​ທີ່​ຜ່ານ​ມາ.

ທ່ານ​ເວົ້າ​ວ່າ, ​"ປີ​ນີ້, ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕ້ອນ​ຮັບ​ປີ​ໃໝ່​ລາວ​ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ສອງ​ຢ່າງ, ​ໜຶ່ງ​ແມ່ນ​ທົ່ວ​ພັກ ທົ່ວ​ກອງ​ທັບ​ແລະ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ລາວ​ພວມ​ຂ້ຽວ​ເລັ່ງ​ລັດ​ເຮັດ​ວຽກ​ເພື່ອ​ຕ້ອນ​ຮັບ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​​ໃນ​ປະ​ຫວັດ​ສາດ, ຄື, ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​​ລາວ​ຄົບ​ຮອບ 50 ປີ​ແລະ​ວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 30 ປີ, ​ພ້ອມ​ກັນ​ນັ້ນ​ກໍ່​ກຽມ​ຕ້ອນ​ຮັບ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ພວກ​ເຮົາ​ຄັ້ງ​ທີ 8 ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີໜ້າ."

1  2