![]( /mmsource/images/2004/04/21/laba.gif)
ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີຕອນຄ່ຳ, ທ່ານຜູ້ຟັງທີ່ໂຄລົບ, ຂ້າພະເຈົ້າແມ່ນສົມບູນ,ດີໃຈທີ່ໄດ້ພົບກັບທ່ານໃນລາຍການນັດພົບໃນວັນອາທິດ, ຄຽງຄູ່ກັບສຽງເພງ"ທາງຊີວິດ", ຂໍເຊີນທ່ານເຂົ້າສູ່ລາຍການດົນຕີຂອງພວກເຮົາ.
ມື້ນີ້, ບຸນສັງຂານປີໃໝ່ລາວຫາກໍຜ່ານໄປ, ຄຶດວ່າ, ຄົງມີເພື່ອນຫຼາຍຄົນຍັງພັກບຸນຢູ່, ນະທີ່ນີ້, ສົມບູນຕາງໜ້າພະນັກງານທຸກຄົນໃນວິທະ ຍຸCRI . ຂໍໃຫ້ເພື່ອນຜູ້ຟັງພ້ອມດ້ວຍຍາດມິດຂອງທ່ານຈົ່ງ"ສະບາຍດີປີໃໝ່".
" ພວກ ເຮົາເຈົ້າແລະຂ້ອຍທີ່ຂຸ້ນນຳວຽກງານມາໝົດປີ, ພັກຜ່ອນໄດ້ແລ້ວ, ຂ້າຂໍອວຍພອນປີໃໝ່ຕໍ່ເພື່ອນທຸກຄົນ,ພວກເຮົາຈົ່ງພາວະນານຳກັນ, ບໍ່ວ່າຈະຢູ່ ໃສ ໃຫ້ພວກເຮົາຈົ່ງແຮັບປີທຸກມື້ ປາຖະໜາສິ່ງໃດ ໃຫ້ໄດ້ດັ່ງໝາຍ, ບໍ່ວ່າຈະຢູ່ ໃສ ຂໍໃຫ້ໂຊກດີຈົ່ງຢູ່ຄຽງຂ້າງເຈົ້າ. ພໍ່ແມ່ທີ່ຮັກ ອ້າຍເອື້ອຍນ້ອງທີ່ຮັກ, ຂ້າຂໍອວຍ ພອນໃຫ້ພໍ່ແມ່ແລະອ້າຍເອື້ອຍນ້ອງຈົ່ງມີຄວາມສຸກ, ຢູ່ດີມີແຮງຕະຫຼອດໄປ!" ທີ່ຟັງມານັ້ນແມ່ນເພງທີ່ຊື່ວ່າ" ຊິນນຽນຄ້ວຍເລີ້" ສະບາຍດີປີໃໝ່, ທີ່ຂັບຮ້ອງໂດຍຍາງເຊ້ຍອີຊິ່ນ ນັກຮ້ອງແຜ່ນດິນໃຫຍ່ຈີນ, ທ່ານຮູ້ສືກວ່າມ່ວນບໍ່?
ປີໃໝ່ ຍ່ອມມີຄວາມປາຖະໜາຫຼາຍຢ່າງຫຼາຍແນວ, ຄຳອວຍພອນປີໃໝ່ສ່ວນຫຼາຍຈະຍືດຍາວ. ປີໃໝ່ຍ່ອມນຳເອົາຄວາມຫວັງໃໝ່.ອັນບໍ່ສຸດສ້ຽງມາໃຫ້ຄົນທັງຫຼາຍ, ຄວາມຫວັງຕໍ່ການຮ່ຳຮຽນ ຕໍ່ວຽກງານ ຕໍ່ຄອບຄົວ ຕໍ່ຄວາມຮັກ….
ທ່ານຜູ້ຟັງທີ່ໂຄລົບ, ທີ່ຟັງມານັ້ນແມ່ນເພງ ຊິນນຽນຄ້ວຍເລີ້ ສະບາຍດີປີໃໝ່, ໃນເພງໄດ້ບັນຍາຍຄວາມຮັກໄຄ່ລະຫວ່າງບ່າວສາວທີ່ລະອາຍຈະເວົ້າຕໍ່ກັນ. ເນື້ອເພວມີຢູ່ວ່າ, ຈັ່ງແມ່ນຂ້ອຍມັກເບິ່ງດວງຕາອັນແຈ່ມໃສຂອງເຈົ້າ, ໃນສີ່ລະດູຍັງມີຍາມຮ້ອນ ແລະຍາມໜາວ,ໃຜວ່າເຮົາເປັນໄດ້ແຕ່ໝູ່ເພື່ອນກັນທໍ່ນັ້ນ, ຈັ່ງແມ່ນຢາກໃຫ້ເຮົາເປັນໝູ່ດາວດຽວກັນ, ຮ້ອງເພງດຽວກັນ, ໃນເວລາຂ້ອຍຮັກເຈົ້າຢ່າງແທ້ຈິງ, ຟ້າດິນກໍອົບອຸ່ນ,ຂ້ອຍຂໍອວຍພອນໃຫ້ເຈົ້າຈົ່ງສະບາຍປີໃໝ່, ຂ້ອຍຢາກຟັງເຈົ້າເວົ້ານຳຂ້ອຍ, ບໍ່ວ່າເມກເທິງຟ້າຈະຫົວຂວັນແນວໃດ ບໍ່ວ່າຄົນທຽວທາງຈະເບິ່ງຂ້ອຍແນວໃດ, ຂໍໃຫ້ຂ້ອຍຈູງແຂນເຈົ້າ. ຄວາມຮັກ ຍ່ອມຈະມີຄວາມຕື່ນເຕັ້ນແລະຄວາມງົງ, ຄວາມທີ່ໜ້າອາຍເວົ້າ ໃຫ້ຄ່ອຍໆເວົ້າ, ເພາະຍັງມີເວລາປີໜື່ງ, ຂ້ອຍຂໍເວົ້າຕໍ່ເຈົ້າດ້ວຍຄວາມກ້າຫານວ່າ, ຊິນນຽນຄ້ວຍເລີ້ ສະບາຍດີປີໃໝ!
1 2
|