ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 15:38:59    
ສະ​ບາຍ​ດີ​ປີ​ໃໝ່​(ສຽງ)

cri Author: huachunmei

ບໍ່​ວ່າ​ແມ່ນ​ບຸນ​ກຸດ​ຈີນ ຫຼື​ວ່າ​ບຸນ​ປີ​ໃໝ່​ລາວ, ​ປີ​ໃໝ່​ຍ່ອມ​ໝາຍ​ເຖິງ​ຄວາມ​ມ່ວນ​ຊື່ນ, ​ເຫັນ​ບໍ່ China Dolls ເດັກ​ຈີນ​ຂອງ​ໄທ​ໄດ້​ມາ​ອວຍ​ພອນ​ປີ​ໃໝ່​ແລ້ວ.

ທ່ານ​ຜູ້​ຟັງ, ​ໃນ​ເພງ​ເມື່ອ​ກີ້​ນີ້, ​China Dolls ໄດ້​ຮ້ອງ​ວ່າ: ​ປີ​ໃໝ່​ມາ​ຮອດ ແລ້ວ, ຂໍ​ໃຫ້​ທຸກ​ຄົນ​ສະ​ຫວັດ​ດີ​ປີ​ໃໝ່​ຈົ່ງ​ໂຊກ​ຈົ່ງ​ໝານ, ​ມ່ວນ​ຊື່ນ​ເບີກ​ບານ. ​ບໍ່​ວ່າ​ຢູ່​ຈີນ​ຢູ່​ໄທ, ​ທຸກ​ຄອບ​ຄົວ​ມ່ວນ​ຊື່ນ​ບຸນ​ປີ​ໃໝ່. ​ສົມ​ບູນ​ຂໍ​ປ່ຽນ​ເນື້ອ​ຮ້ອງ​ສອງ​ຄວາມ​ນີ້​ໃຫ້​ເປັນ:​ ບໍ່​ວ່າ​ບຸນ​ກຸດ​ຈີນ​ຫຼື​ບຸນ​ສັງ​ຂານ ທຸກ​ຄອບ​ຄົວ​ມ່ວນ​ຊື່ນ​ບຸນ​ປີ​ໃໝ່, ​ຈະ​ຖືກ​ກວ່າ​ແມ່ນ​ບໍ່?

ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ, ​ເພື່ອນ​ທັງ​ຫຼາຍ​ຄົງ​ໄປ​ຢາມ​ໝູ່​ເພື່ອນ ແລະ​ຍາດ ພີ່​ນ້ອງ, ​ຄົງ​ຈະ​ມ່ວນ​ນໍ! ​ເສຍ​ດາຍ​ທີ່​ພວກ​ເຮົາ​ບໍ່​ໄດ້​ຫົດ​ນ້ຳ​ສະ​ຫຼອງ​ບຸນ​ນຳ​ກັນ​ກັບ​ເພື່ອນ​ຜູ້​ຟັງ, ຈື່ງ​ຂໍ​ຝາກ​ສຽງ​ເພງ​ສະ​ແດງ​ຄວາມ​ຮັກ​ແລະ​ຄຳ​ອວຍ​ພອນ​ມາ​ຍັງ​ທ່ານ​ທຸກ​ຄົນ.

ທ່ານ​ຜູ້​ຟັງ, ​ລາຍ​ການ​ຂອງ​ພວກ​ເຮົາ​ມື້​ນີ້​ກໍ​ມໍ່​ຈະ​ຮອດ​ບັ້ນ​ປາຍ​ແລ້ວ, ​ເພງ ມ້ວຍ​ທ້າຍ​ລາຍ​ການ​ມື້​ນີ້ ສົມ​ບູນ​ຂໍ​ຈັດ​ເພງ  "ຢວນ​ເມິ້ງ" "​ສົມ​ດັ່ງ​ປາ​ຖະ​ໜາ" ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຊຸນ​ເຢ​ແລະ​ທ້າວ​ໂກ​ຟົງ, ​ຂໍ​ອວຍ​ພອນ​ໃຫ້​ຜູ້​ຟັງ​ທຸກ​ຄົນ​ຈົ່ງ​ສົມ​ດັ່ງ​ປາ​ຖະ ໜາ​ໃນ​ປີ​ໃໝ່​ນີ້ !

"ດວງ​ໃຈ​ທັງ​ຄູ່​ມີ​ຄວາມ​ຝັນ​ດຽວ​ກັນ,​ ເມື່ອ​ຜ່ານ​ຟ້າ​ຝົນ​ລົມ​ແດງ​ແລ້ວ, ​ທ້ອງ​ຟ້າ ກໍ​ຍັງ​ປອດ​ໂປ່ງ​ດັ່ງ​ເດີມ; ​ຝັນ​ເຫັນ​ເຈົ້າ ຝັນ​ເຫັນ​ຂ້ອຍ, ​ຊາດ​ນີ້​ເຮົາ​ທັງ​ສອງ​ມີ  ແນນ​ມາ​ພົບ​ກັນ,​ດວງ​ໃຈ​ຕິດ​ພັນ​ກັນ ຝັນ​ກໍ​ຝັນ​ຄື​ກັນ,​ ຮ່ວມ​ທຸກ​ຮ່ວມ​ສຸກ​ຮັກ​ແພງ  ກັນ,​ ເຖິງ​ພູ​ຜາ​ຟ້າ​ຈະ​ຂັ້ນ​ແຕ່​ດວງ​ໃຈ​ເຮົາ​ແມ່ນ​ລຸ​ລ່ວງ​ກັນ, ​ເມື່ອ​ມີ​ເຈົ້າ​ແລະ​ຂ້ອຍ ຄວາມ ຝັນ​ກໍ​ຈະ​ກາຍ​ເປັນ​ຄວາມ​ຈິງ.​ ຄົນ​ເຮົາ​ເກີດ​ມາ​ໃນ​ໂລກ ແມ່ນ​ມີ​ແນນ​ມາ​ພົບ​ກັນ, ຂໍ​ຟັງ​ແຖນ​ຈົ່ງ​ຄຸ້ມ​ຄອງ​ມະ​ນຸດ​ໃນ​ໂລກ​ປາ​ສະ​ຈາກ​ໂພຍ​ໄພ​ໄຂ້​ເຈັບ​ອວຍ​ພອນ​ໃຫ້​ເຈົ້າ​ແລະ​ຂ້ອຍ​ຈົ່ງ​ສຸກ​ສັນ, ​ວັນ​ໃໝ່​ຍິ່ງ​ແຈ່ມ​ໃສ. ​ໃນ​ອະ​ນາ​ຄົດ, ເຮົາ​ຍັງ​ກ້າວ​ເດີນ​ຮ່ວມ​ກັນ. "

ທ່ານ ຜູ້​ຟັງ​ທີ່​ໂຄ​ລົບ, ​ຄຽງ​ຄູ່​ກັບ​ສຽງ​ເພງ "ສົມ​ດັ່ງ​ປາ​ຖະ​ໜາ", ​ລາຍ​ການ​ນັດ​ພົບ ໃນ​ວັນ​ອາ​ທິດ​ກໍ​ຕ້ອງ​ອຳ​ລາ​ຈາກ​ທ່ານ​ແລ້ວ, ​ອີກ​ເທື່ອ​ໜຶ່ງ, ​ພວກ​ເຮົາ​ຂໍ​ອວຍ​ພອນ​ໃຫ້​ທ່ານ​ຈົ່ງ​ສຸກ​ສັນ​ວັນ​ປີ​ໃໝ່, ​ສົມ​ບູນ​ຕາງ​ໜ້າ​ກຸ​ຫຼາບ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​ພົບ​ກັນ​ໃໝ່​ໃນ​ເວ​ລາ​ດຽວ​ກັນ​ໃນ​ອາ​ທິດ​ໜ້າ, ສະ​ບາຍ​ດີ.


1  2