ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 17:01:01    
ຈີນ​ຕັ້ງໜ້າ​ປະ​ຕິ​ບັດ​ລະ​ບອບ​ປະ​ກັນ​ການ​ປິ່ນ​ປົວ​ແບບ​ໃໝ່​ຢູ່​ຊົນ​ນະ​ບົດ(ສຽງ)

cri Author: q

ຈີນ​ແມ່ນ​ປະ​ເທດ​ໃຫຍ່​ດ້ານ​ກະສິກຳ,ປະຊາກ​ອນສະ​ກິ​ກຳ​ກວມ​ຍອດ​ຈຳນວນ​ປະ​ຊາ​ກອນ​70%.​ເພື່ອ​ແກ້​ໄຂ​ບັນຫາ​ປົວ​ພະຍາດ​ຂອງ​ຊາວນາ,​ໃນ​ສອງ​ປີ​ກ່ອນ,ຈີນ​ເລີ່​ມທົດ​ລອງ​ສ້າງ​ລະ​ບອບ​ຮ່ວມ​ມື​ປິ່ນ​ປົວ​ແບບ​ໃໝ່​ຢູ່​ເຂດ​ຊົນ​ນະ​ບົດ​ສ່ວນ​ໜຶ່ງ.​ໃນ​ລາຍ​ການ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ພາກ​ນີ້,​ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ແຂວງ​ຈິ​ລິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ,​ໄປ​ເບິ່ງ​ສະ​ພາບ​ທົດ​ລອງ​ລະ​ບອບ​ດັ່ງ​ກ່າວ.

ທ່ານ​ອູ​ຈຸນ​ຈ່າງ​ແມ່ນ​ຊາວນາ​ຂອງ​ເມືອງ​ກົ່ງ​ຈູ​ຫຼິ້ງ​ແຂວງ​ຈີ​ລິນ​ຂອງ​ຈີນ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ໃນ​ອຸບັດ​ເຫດ​ເທື່ອ​ໜຶ່ງ,ກະດູກ​ກ້ານ​ຄໍ​ບາດ​ເຈັບ​ໜັກ​ຍ້ອນ​ລົ້ມ.​ນາງ​ຊິວ​ຢາ​ເຈິ່ນ ​ເມຍ​ ຂອງ​ເພິ່ນ​ບອກ​ນັກ​ຂ່າວ​ວ່າ,​​ໂຊກ​ດີ​ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ລະບອບ​ຮ່ວມ​ມື​ປິ່ນ​ປົວ,​ຖ້າ​ບໍ່​ດັ່ງ​ນັ້ນ,​ຄ່າ​ປິ່ນ​ປົວ​ຈຳ​ນວນ​ຫຼວງ​ຫຼາຍ​ຍ່ອມ​ຈະ​ພາ​ໃຫ້​ເສດ​ຖະ​ກິດ​ໃນ​ຄອບ​ຄົວ​ຕົກ​ຢູ່​ໃນ​ສະ​ພາບ​ອັດ​ຕະ​ຄັດ.​ນາງ​ເວົ້າ​ວ່າ:

"ຂ້ອຍ​ຈົນ​ບໍ່​ນຶກ​ບໍ່​ຝັນ​ວ່າ,​ເມື່ອ​ເຂົ້າ​ຮ່ວມ​ການຮ່ວມ​ມື​ປິ່ນປົວ​ແລ້ວ,​ກໍ​ໄດ້​ຜົນ​ປະ​ໂຫຍ​ດ​ໄວ​ປານ​ນີ້.​ໃນ​ຫົວ​ທີທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ປິ່ນປົວ,ພວກ​​ເຮົາ​ມີ​ແຕ່​ພິ​ຈາ​ລະ​ນາ​ວ່າ,ຜູ້​ອື່ນ​ເຂົ້າ​ຮ່ວມ,ພວກ​ເຮົາ​ກໍ​ເຂົ້າ​ຮ່ວມ​ນຳ​,ຄັນ​​​ວ່າເຈັບ​ໄຂ້​ໄດ້​ພະຍາດ,ໄປ​ຫາ​ໝໍ​ກໍ​ຈະ​ໄດ້​ຄ່າ​ເກື້ອ​ກູນ​ຈຳ​ນວນ​ໜຶ່ງ.ພາຍ​ລຸນ​ມາ,​ບໍ່​ນຶກ​ບໍ່​ຝັນວ່າ,ຜົວ​ລົ້ມ​ຈົນ​ບາດ​ເຈັບ​ໜັກ​ປານ​ນີ້,​ມູນ​ນິ​ທິ​ຮ່ວມ​ມື​ປິ່ນ​ປົວ​ໄດ້​ເບີກ​ຄ່າ​ເກື້ອກູນ​3000​ກວ່າ​ຢວນ​ໃຫ້​ພວ​ກ​ເຮົາ.​ຖ້າ​ບໍ່​ດັ່ງ​ນັ້ນ,​ພວກ​ເຮົາ​ຈະ​ຈຳ​ເປັນ​ຕ້ອງ​ຕິດ​ໜີ້​,ອາດ​ຈະຮອດ​ປັດຈຸບັນ​ກໍ​ຍັງບໍ່​ທັນໃຊ້​ແທນ​ໝົດ​ເທື່ອ."

ຢູ່​ແຂວງ​ຈີ​ລິນ​ໃນ​ຊູ່​ມື້​ນີ້,ຊາວນາ​ທີ່​​ໄດ້ຜົນ​ປະ​ໂຫຍ​ດຈາກ​ການ​ເຂົ້າ​ຮ່ວມ​ລະ​ບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ຄື​ກັນ​ກັບ​ທ່ານ​ອູ​ຈຸນ​ຈ່າງ​ນັ້ນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ວິທີ​​ເຮັດ​ລະ​ອຽດ​ຂອງ​ລະ​ບອບ​ດັ່ງກ່າວ​ມີດັ່ງ​ນີ້: ຊາວນາ​ແຕ່ລະຄົນທີ່ສະໝັກ​​ເຂົ້າ​ຮ່ວມລະບອບ​ນີ້​​ເສຍ​ເງິນ10​ຢວນ​ຕໍ່​ປີ,​ພ້ອມ​ກັນ​ນັ້ນ, ​ອົງການ​ປົກຄອງ​ໃຫ້​ຄ່າ​ເກື້ອກູນ20​ຢວນ​ໃຫ້​ແຕ່ລະຄົນ​,​ເງິນ​ຈຳນວນ​ນີ້​ຈັດ​ເປັນ​ກອງ​ທຶນ​ຮ່ວມ​ມືປິ່ນປົວ,ຝາກ​ໄວ້​ໃນ​ບັນຊີ​ເງິນ​ຝາກ​ຈຳເພາະ​ໃນທະນາຄານ​ທ້ອງ​ຖິ່ນ.​ຖ້າ​ວ່າ​ຊາວ​ນາ​ທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ປິ່ນປົວ​​ເຈັບ​ເປັນ​ແລ້ວສາມາດ​ໄປ​ປິ່ນປົວ​ຢູ່​ອົງການ​ປິ່ນ​ປົວ​ຕາມ​ກຳນົດ​​ໃນ​ທ້ອງ​ຖິ່ນ,​ແລ້ວ​ອີງ​ຕາມ​ບັດ​ຮ່ວມ​ມື​ປິ່ນປົວ​ເອົາ​ຄືນ​ຄ່າ​ປິ່ນປົວ​ສ່ວນ​ໜຶ່ງ​ຕາມ​ອັດ​ຕາ​ສ່ວນ​ໂດຍ​ກົງ.

ເພື່ອ​ເຮັດ​ໃຫ້​ຊາວນາ​ໄດ້​ຮັບ​ການ​ບໍລິການ​ຄຸນ​ນະພາ​ບດີ,​ເຂດ​ທົດ​ລອງ​ລະບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ຂອງ​ຈີນ​​ໄດ້​ເລືອກ​ເອົາ​ໂຮງໝໍ​ຈຸດ​ກຳນົດ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ.ທ່ານ​ລີ​ສ້ຽວ​ຊຸນ ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ເມືອງ​ກົ່ງ​ຈູ​ຫຼິ້ງ​ສະ​ເໜີ​ໃຫ້​ຮູ້​ວ່າ:

"​ພະ​ແນ​ກສາທາລະນະ​ສຸກເມືອງ​ເຮົາ​​ໄດ້​​ເລືອກ​ເອົາ​ຫົວໜ່ວຍ​ປິ່ນ​ປົວ​ຂັ້ນ​ເມືອງ8​ແຫ່ງ​ທີ່​ມີ​ເງື່ອນ​ໄຂ​ພື້ນຖານ​ດີ​ແລະ​ລະດັບເຕັກນິກສູງ​ແລະ​ໂຮງໝໍ​ຂັ້ນ​ຕາ​ແສງ22​ແຫ່ງ​ເປັນ​ອົງ​ການ​ກຳ​ນົດ​​ແຫ່ງ​ການ​ຮ່ວມ​ມື​ປິ່ນປົວ​​ແບບ​ໃໝ່​ໃນ​ຊົນນະ​ບົດ.ຮຽກຮ້ອງ​ໃຫ້​ໂຮງ​ໝໍ​ຂັ້ນ​ຕາ​ແສງ​ຕັ້ງ​ບ່ອນ​ປິ່ນ​ປົວ​ຢູ່​ບ້ານ​ຫ່າງ​ໄກ​ສອກຫຼີກ,ຍຶດໝັ້ນ​ລົງ​ໄປ​ບໍລິການ​ຊາວນາ​ຢູ່​ບ່ອນ​ປິ່ນ​ປົວ​ອາ​ທິດ​ລະ​ສອງ​ເທື່ອ."

ນັກ​ຂ່າວ​ໄດ້​ຊາບ​ວ່າ,​ເພື່ອ​ຮັບປະກັນ​ໃຫ້​ກອງ​ທຶນ​ຮ່ວມ​ມື​ປິ່ນປົວ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ຊາວ​ນາ​ຢ່າງ​ແທ້​ຈິງ,​ເມືອງ​ກົ່ງ​ຈູ​ຫຼິ້ງຍັງ​ໄດ້​ຕັ້ງ​ຄະນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ທີ່​ປະ​ກອບ​ດ້ວຍ​ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ພາກສ່ວນ​ກວດກາ​ວິ​ໄນ,​ພາກ​ສ່ວນ​ຕິດ​ຕາມ​ກວດ​ກາ,​ພາກ​ສ່ວນ​ການ​ເງິນ​ເປັນ​ຕົ້ນ,​ເພື່ອ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ຕໍ່​ສະພາບ​ນຳ​ໃຊ້​ກອງ​ທຶນ​ເປັນ​ປະ​ຈຳ.​ນອກ​ນີ້,​ເພື່ອ​ເພີ່ມ​ຄວາມ​​ໂປ່​ງ​ໃສ​ໃນ​ການ​ໃຊ້​ເງິນ.​ເມືອງ​ດັ່ງກ່າວ​ຍັງ​ໄດ້​ຈັດ​ປ້າຍ​ປະກາດ​ຢູ່​ອົງ​ການ​ປິ່ນ​ປົວ​ທີ່ກຳນົດ​ໄວ້.​ແຈ້ງ​ສະພາບ​ການ​​ໃຊ້​ແທນຄືນ​ຄ່າ​ປິ່ນປົວ​ແລະ​ສະ​ພາບ​ນຳ​ໃຊ້​ກອງ​ທຶນ​​ໃຫ້​ມວນ​ຊົນ​ຊາບຢ່າງ​ທັນການ.ປັດຈຸບັນ,​ຊາວ​ນາ​ເມືອງ​ກົ່ງ​ຈູ​ຫຼິ້ງ​ມີ​80%​ໄດ້​ເຂົ້າ​ຮ່ວມ​ລະບອບ​ຮ່ວມ​ມື​ປິ່ນ​ປົວ.

1  2