ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 17:01:01    
ຈີນ​ຕັ້ງໜ້າ​ປະ​ຕິ​ບັດ​ລະ​ບອບ​ປະ​ກັນ​ການ​ປິ່ນ​ປົວ​ແບບ​ໃໝ່​ຢູ່​ຊົນ​ນະ​ບົດ(ສຽງ)

cri Author: q

ເມືອງ​ຈິ​ວຖາ​ຍ​ແມ່ນ​ຕົວ​ເມືອງ​ແຂວງ​ຈີ​ລິນ​ອີກ​ເມືອງໜຶ່ງ​ທີ່​ທົດ​ລອງ​ປະຕິບັດ​ລະບອບ​ການ​ຮ່ວມ​ມື​ປິ່ນປົວ​ແບ​ບ​ໃໝ່.ຍ້ອນ​ເສຍ​​ເງິນ​ໜ້ອຍ,​ໄດ້ຮັບຜົນ​ຢ່າງ​ເດັ່ນ​​ຊັດ,ປັດຈຸບັນ,​ໃນ​ຊາວນາ6​ແສນ​ກວ່າ​ຄົນ​ຂອງ​ເມືອງ​ຈິ​ວຖາ​ຍ​ແຂວງ​ຈີ​ລິນ,​ ​ມີ​ເກືອບ​85%​ໄດ້​​ເຂົ້າ​ຮ່ວມ​ລະບອບ​ການ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່.ປະກົດ​ການ​ທີ່​ບໍ່​ມີ​ເງິນ​ປິ່ນປົວ​ພະຍາດ​ນັ້ນ​ພວມ​ຄ່ອຍໆ​ຫາຍໄປ.ທ່ານ​ນາງ​ຈ່ຽງ​ເອິນ​ສິນ ຜູ້​ຮັບຜິດ​ຊອບ​ຂອງ​ຫ້ອງການ​ການ​ຮ່ວມ​ມື​ປິ່ນປົວ​ຢູ່​ຊົນນະບົດ​ຂອງ​ເມືອງ​ດັ່ງກ່າວ​ສະ​ເໜີ​ໃຫ້​ຮູ້​ວ່າ:

"​ເມື່ອ​ສັງ​ເກດຈາກ​ດ້ານ​ກວມ​ລວມ​ແລ້ວ,ຄົນ​ເຈັບ​ທີ່​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ຂອງ​​ເມືອງ​ເຮົາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ຕົວຢ່າງ,ປີ​2004ກໍ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ2003 1/3.ມູນ​ເຫດ​ຕົ້ນ​ຕໍ​ແມ່ນ,​ແຕ່​ເດີມ​ຊາວນາບາງ​ຄົນ​ຍ້ອນ​​ເງື່ອນ​ໄຂ​ເສດຖະກິດ​ບໍ່​ດີ,​ເປັນ​ພະຍາດ​ແລ້ວ​ກໍ​ບໍ່ຢາກ​ໄປ​ປົວ​ຢູ່​ໂຮງ​ໝໍ.​ເມື່ອ​ໄດ້​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ແລ້ວ,ຊາວນາ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ຈະ​ໄດ້​ຄ່າ​ເກື້ອ​ກູນ​​​ອັນ​ແນ່ນອນ,ສະ​ນັ້ນ,ຊາວນາ​ທັງຫຼາຍ​ຈິ່ງ​ຍິນ​ດີ​ໄປ​ປົວ​ພະຍາດ.

ປັດຈຸບັນ,​ແຂວງ​ຈີລິນ​ໄດ້​ມີ​ຊາວ​ນາ​ເກືອບ2​ລ້ານ​ຄົນ​ເຂົ້າ​ຮ່ວມ​ລະບອບ​ຮ່ວມ​ມື​ປິ່ນ​ປົວ​ແບບ​ໃໝ່​ແລ້ວ,ກອງ​ທຶນ​ຮ່ວມ​ມື​ປິ່ນປົວ​ໄດ້​ຈ່າຍ​ຄ່າ​ປິ່ນປົວ21​ລ້ານ​ກວ່າ​ຢວນ​ໃຫ້​ຊາວ​ນາ,​ອັນ​ໄດ້​ຫຼຸດ​ຄວາມ​ຫາບ​ແບກ​ດ້ານ​ຄ່າ​ປິ່ນປົວ​ຂອງ​ຊາວນາ​ໃນ​ເບື້ອງ​ຕົ້ນ.

ທ່ານ​ຜູ້​ຟັງ,ຄື​ກັນ​ກັບ​ແຂວງ​ຈີ​ລິນ,​ປັດຈຸບັນ,ທົ່ວ​ທຸກ​ແຂວງຂອງ​ຈີນລ້ວນ​ແຕ່​ໄດ້​ດຳ​ເນີນ​ວຽກ​ງານ​ທົດ​ລອງ​ລະບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່.​ເມືອງ​ ​ທົດ​ລອງ​ປະຕິບັດ​ລະບອບ​ດັ່ງ​ກ່າວ​ມີ​ເຖິງ​300​ກວ່າ​ເມືອງ,ມີ70​ລ້ານ​ກວ່າ​ຄົນ​ເຂົ້າ​ຮ່ວມ​ລະບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່.ທ່ານ​ຈູ່​ຊິງ​ເສິ່ງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ກ່າວ​ວ່າ:

"ນັບ​ມາ​ຮອດ​ປັດຈຸບັນ,ກົນ​ໄກ​ຄຸ້ມ​ຄອງ​ແລະ​ໝູນ​ເດີນ​ຂອງ​ລະ​ບອບ​ຮ່ວມ​ມື​ປິ່ນ​ປົວ​ແບບ​ໃໝ່​ໄດ້​​ເລີ່​ມຈໍ່ຕົວ​ຂຶ້ນ​ຢູ່​ຈີນ​ແລ້ວ,ສະພາບ​ຮັບ​ການ​ປິ່ນປົວ​ຂອງ​ຊາວນາ​ຢູ່​ເຂດ​ທົດ​ລອງ​ລະ​ບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ,ການ​ແບກ​ຫາບ​ດ້ານ​ຄ່າ​ປິ່ນ​ປົວ​ຂອງ​ຊາວ​ນາ​ໄດ້​ຜ່ອນຄາຍ​ລົງ."

 ຕາມ​ໄດ້​ຊາບ,ຕໍ່​ໄປ​ພາຍ​ໜ້າ,ຈີນ​ຈະ​ປັບປຸງ​ແລະ​ບູລະນະ​ແຜນການ​ທົດ​ລອງ​ປະ​ຕິ​ບັດ​ລະ​ບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ໃຫ້​ສົມບູນ​ຂຶ້ນ,​ໃຫ້​ຊາວນາ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ຂຶ້ນ​ຕື່ມ​ອີກ.​ພ້ອມ​ກັນ​ນັ້ນ,ຈີນ​ຈະ​​ເປີດ​ກວ້າງ​ຂອບ​ເຂດ​ປະຕິບັດ​ລະບອບ​ດັ່ງກ່າວ​​ເທື່ອ​ລະ​ກ້າວ.ຕາມ​​ແຜນການ,​ເມື່ອ​ຮອດ​ປີ2010,​ເຂດ​ຊົນນະບົດ​ທັງ​ໝົດ​ຂອງ​ຈີນ​ຈະ​ປະຕິບັດ​ລະບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ໂດຍ​ພື້ນຖານ,​ເມື່ອ​ຮອດ​ເວລາ​ນັ້ນ,ບັນຫາ​ທີ່​ຊາວນາ​ບໍ່​ມີ​ເງິນ​ປົວ​ພະຍາດ​ນັ້ນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ຕົກ​ຢ່າງ​ເຖິງ​ຖອງ.​


1  2