ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-19 16:51:51    
ຊີ​ວິດ​ປະ​ຈຳ​ວັນ​ຂອງ​ນັກ​ບິນ​ອະ​ວະ​ກາດ

cri Author: q

ອາດ​ຈະມີຄົນ​ຖາມ​ວ່າ​ເມື່ອ​ເຮືອ​ເຫາະ​ຈັກກະວານ​ບັນທຸກ​ຄົນ​ໄດ້​ແລ້ວ,ນັກ​ບິນ​ອະວະກາດ​ຂຶ້ນສູ່​ອະວະກາດ,ພວກ​ເພິ່ນ​ຈະ​ກິນ,ຈະ​ຢູ່,ຈະ​ນຸ່ງ ຫົ່ມ​ແລະ​ເດີນທາງ​ແນວ​ໃດ​ຢູ່​ເທິງ​ພຸ້ນ?

ກ່ອນ​ອື່ນ​ຂໍ​ເວົ້າ​ເລື່ອງ​ກິນ,ຜູ້​ຊ່ຽວຊາ​ນທີ່​ກ່ຽວຂ້ອງ​ແນະນຳ​ວ່າ:ຢູ່​ອະ​ວະ​ກາດ,ນັກ​ບິນ​ຈະ​ໄດ້​ກິນ​ຜັດ​ເຜັດ​ຊີ້ນ​ຫມູ​ລົດ​ແລະ​ຫວານ​ຜັດ​ເຜັດ​ຊີ້ນ​ໄກ່​ຖົ່ວດິນ.

ເພື່ອ​ປະ​ຢັດບ່ອນ​ໃນ​ເຮືອ​ເຫາະ​ແລະ​ບໍ່​ໃຫ້​ເກີນ​ນ້ຳຫນັກ​ໃນ​ເວລາ​ຍິງ​ສົ່ງ,ອາການ​ທີ່​ນັກ​ບິນ​ອະ​ວະ​ກາດ​ກຽມ​ໄປ​ນັ້ນ​ຈະ​ຕ້ອງ​ພະ​ຍາ​ຍາມ​ໃຫ້​ເບົາ​ເທົ່າ​ທີ່​ເຮັດ​​ໄດ້​ບໍລິ​ມາດ​ນ້ອຍ,ທັງ​ມີ​ທາດ​ບຳ​ລຸງ​ແລະຍັງ​ຕ້ອງ​ເປັນ​ສິ່ງ​ທີ່​ບໍ່​ມີ​ກາກ​ເຫຍື້ອ​ເຊັ່ນ​:ກະດູກ ກ້າງ,​ເປືອກ​ແລະ​ແກ່ນ​ເປັນ​ຕົ້ນ,​ອາ​ຫານ​ຍັງ​ຕ້ອງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ທາງ​ຮ່າງ​ກາຍ​ຂອງ​ນັກ​ບິນ​ອະ​ວະ​ກາດ​ທີ່​ມີ​ການ​ປ່ຽນ​ແປງ​ທາງ​ສະລີລະສາດ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ໄຮ້​ນ້ຳຫ​ນັກ,​ຕົວ​ຢ່າງ​ຄື​ກ້າມ​ເນື້ອ​ຫົດ​ຫູ່​ອາ​ຫານ​ສຳ​ລັບ​ນັກ​ບິນ​ອະວະ​ກາດ​ຕ້ອງ​ມີ​ໂປຼຕິນຄຸນ​ນະພາ​ບດີ​ຢ່າງ​ພຽງພໍ​ສ່ວນ​ປະກອບ​ການ​ຊ່ຽມກັບ​ຟົສ​ຟໍ​ຕ້ອງ​ເຫມາະ​ສົມ​ແລະ​ມີ​ວິຕາມິນ​ເດ,​ໃນ​ໄລຍະ​ຫາ​ກໍ່​ບິນ​ຂຶ້ນ​ໄປ,ອາຫານ​ບໍ່​ຄວນ​ມີ​ໄຂ​ມັນ​ຫຼາຍ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເປັນ​ພະຍາດ​ຍ້ອນ​ເຄື່ອນ​ໄຫວ​ຢູ່​ອະວະກາດ​ຫນັກ​ເຂົ້າ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລະ​ບົບ​ສາຍ​ເລືອດ​ຫົວ​ໃຈ​ເສຍ​ຄວາມ​ດຸນ​ດຽງ​ທາງ​ສັບພະ​ຄຸນ,ຕ້ອງ​ຈຳກັດ​ປະລິມານ​ນາຕຼີ(ຄື​ເກືອ)​ໃນ​ອາ​ຫານ,​ຮັບ​ປະ​ກັນ​ປະ​ລິ​ມານ​ທາດ​ກາ​ລີ.

ອາຫານ​ເທິງ​ອະວະ​ກາດ​ຂອງ​ຈີນ​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,​ໃນ​ຊີວິດ​ການ​ເປັນ​ຢູ່​ເທິງ​ອະ​ວະ​ກາດ,ນັກ​ບິນ​ອະ​ວະ​ກາດ​ຂອງ​ພວກ​ເຮົາ​ຈະ​ໄດ້​ກິນ​ອາຫານ​ຈີນ​ທີ່​ຖືກ​ປາກ​ຖືກ​ຄໍ​ກວ່າ,​ອາດ​ຈະ​ມີ​ລົດ​ຊາດ​ແຊບ​ກວ່າ​ອາຫານ​ຝຼັ່ງ,ຫລັງ​ອາ​ຫານ,​ນັກ​ບິນ​ຍັງ​ຕ້ອງ​ກິນ​ນ້ຳຊ​າດ​ຂຽວ​ທີ່​ຫອມ​ປາກ​ຫອມ​ຄໍ​ຈອກ​ຫນຶ່ງ,ຊາ​ຂຽວ​ຊະນິດ​ນີ້​ກໍ​ແມ່ນ​ຈີນ​ຄົ້ນ​ຄວ້າ​ເຮັດ​ເອົາ​ເອງ.

ຖັດມາ,ຂໍ​ລົມ​ກ່ຽວ​ກັບ​ການ​ນຸ່ງ​ຖື​ຂອງ​ນັກ​ບິນ​ອະວະກາດ.ນັກ​ບິນ​ອະວະກາດ​ຕ້ອງ​ນຸ່ງ​ຊຸດ​ອະ​ວະ​ກາດ,ຖ້າ​ແບ່ງ​ຕາມ​ສັບພະ​ຄຸນ​ຊຸດ​ອະວະກາດ​ຈະ​​ແບ່ງ​ອອກ​ເປັນ​ຊຸດ​ສຸກ​​ເສີນ​ໃນ​ເຮືອ​ເຫາະ​ແລະ​ຊຸດ​ສຳລັບ​ຢູ່​ນອກ​ເຮືອ​ເຫາະ.

ຊຸດ​ອະວະ​ກາດ​ໃນ​ເຮືອ​ເຫາະ​ແມ່ນ​ນຸ່ງ​​ໃນນ​ເວລາ​ເຮືອ​ເຫາະ​ເກີດ​ການ​ຮົ່ວ​ໄຫຼ,ກຳ​ລັງ​ຫນີບ​ຕ່ຳ​ລົງ​ກະທັນຫັນ,ນັກ​ບິນ​ຕ້ອງ​ນຸ່ງ​ຊຸດ​ນີ້​ໃນ​ທັນທີ,​ເຊື່ອມ​ຕໍ່​ກັບ​ລະບົບ​ສົ່ງ​ອອກ​ຊີ​ແຊນ​ແລະ​ສົ່ງ​ອາ​ກາດ​ທີ່​ປະກອບ​ເປັນ​ຊຸດ,ບັດນັ້ນ,ຊຸດ​ອະວະກາດ​ກໍ​ຈະ​ມີ​ກຳລັງ​ຫນີບ​ແລະ​ມີ​ອາ​ກາດ​ໃນ​ທັນ​ທີ,​ທັງ​ມີ​ຄວາມ​ອຸ່ນ​ແລະ​ລະບົບ​ໂທລະ​ຄົມ​ອັນ​ແນ່ນອນ,​ໃຫ້​ນັກ​ບິນ​ອະ​ວະ​ກາດ​ສາ​ມາດ​ກັບ​ຄືນ​ຢ່າງ​ປອດ​ໄພ​ໃນ​ເວລາ​ເຮືອ​ເຫາະ​ຕິດ​ຂັດ,​ໃນ​ຍາມ​ການ​ບິນ​ປົກ​ກະ​ຕິ,​ນັກ​ບິນ​ມີ​ແຕ່​ນຸ່ງ​ຊຸດ​ນີ້​ໃນ​ເວລາ​ບິນ​ຂຶ້ນ​ແລະ​ລົງ​ຈອດ,ປ້ອງ​ກັນ​ເຮືອ​ເຫາະ​ຕິດ​ຂັດ​ໃນ​ເວລາ​ຍິງ​ສົ່ງ​ແລະ​ກັບ​ຄືນ​ຫນ້າ​ດິນ,​ໃນ​ເວລາ​ເຮືອ​ເຫາະ​ບິນ​ຕາມ​ໂຄຈອນ​ນັ້ນ,ທຳ​ມະ​ດາ​ແລ້ວ,​ນັກ​ບິນ​ຈະ​ບໍ່​ນຸ່ງຊຸດ​ອະ​ວະ​ກາດ.

1  2