![]( /mmsource/images/2004/04/21/laba.gif)
ທ່ານຜູ່ຟັງທີ່ເຄົາລົບ, ຂ້າພະເຈົ້າແມ່ນສົມບູນ. ມື້ນີ້, ຂ້າພະເຈົ້າຈະຈັດເພງກ່ອມນອນຂອງແຫ່ງຕ່າງໆໃນໂລກປະມວນໜຶ່ງ ທີ່ຂັບຮ້ອງໂດຍຄະນະຮ້ອງຮ່ວມໝູ່ເທວະທູດປັກກິ່ງສູ່ທ່ານຟັງ. ກ່ອນອື່ນ, ເຊີນຟັງເພງກ່ອມນອນທີ່ແຕ່ງໂດຍທ່ານຊູເບີດ ນັກແຕ່ງແພງໂອຕຼີສ, ຈັງຫວະອັນອ່ອນໂຍນອອນຊອນ, ຍ່ອມຈະນຳເອົາຄວາມຮູ້ສຶກທາງສິລະປະທີ່ຕ່າງກັນມັງຍັງທ່ານ.
ເພງກ່ອມນອນແມ່ນເພງທີ່ແມ່ນັ່ງຮ້ອງຢູ່ຂ້າງອູ່ຂອງລູກເພື່ອກ່ອມໃຫ້ລູກນອນ, ພາບຫຼັງມາຄ່ອຍໆກາຍເປັນຮູບແບບດົນຕີຊະນິດໜຶ່ງໂດຍສະເພາະ. ເພງກ່ອມນອນມີສີສັນພິເສດທີ່ອົບອຸ່ນ, ມິດງຽບສະຫງັດແລະສະໜິດສະໜົມ, ທຳນອງງ່າຍໆ, ຈັງຫວະແລະການເສບສະຫຼັບສ່ວນຫຼາຍເອົາຕາມຈັງຫວັະໄກວອູ່, ຟັງແລ້ວມີຄວາມຮູ້ສຶກຄືໄກວອູ່ຢູ່.
ຄະນະຮ້ອງຮ່ວມໝູ່ເທວະທູດປັກກິ່ງແມ່ນຄະນະຮ້ອງຂອງເດັກນ້ອຍທີ່ດີເດັ່ນຄະນະໜຶ່ງຂອງຈີນ, ຄະນະນີ້ໄດ້ໂຮມເອົາພວກເດັກນ້ອຍຜູ້ຮ້ອງເກັ່ງຈາກບັນດາຄະນະຮ້ອງຮ່ວມໝູ່ຂອງເດັກນ້ອຍໃນນະຄອນປັກກິ່ງ, ສີມືຂັບຮ້ອງຂອງພວກຫຼານຊຳນານດີ, ສະແດງອາລົມໄດ້ຢ່າງລະອຽດ, ສຽງກໍອ່ອນໂຍນເໝືອນສຽງຈາກແດນສະຫວັນ, ໄດ້ຮັບຄວາມຊົມເຊີຍທີ່ສຸດຈາກຜູ້ຊົມໂດຍທົ່ວໄປ.
ທ່ານຜູ່ຟັງທີ່ໂຄລົບ, ທີ່ທ່ານພວມຟັງຢູ່ນີ້ແມ່ນເພງພື້ນອາເມລິກາທີ່ຊື່ວ່າເພງກ່ອມນອນຂອງແມ່ຜີວດຳ ເຊິ່ງຂັບຮ້ອງໂດຍຄະນະຮ້ອງຮ່ວມໝູ່ເທວະທູດປັກກິ່ງ. ເພງນີ້ອ່ອນຫວານ, ເຕັມໄປດ້ວຍຄວາມຮັກຂອງແມ່. ມີເນື້ອເພງຮ້ອງວ່າ, " ລູກເອີຍ, ລູກຄຳຮູ້, ລູກຢ່າໄຫ້ເດີ, ໃຫ້ລູກນອນໄວໆ, ເມື່ອລູກຕືນນອນ, ແມ່ຈະເອົາມ້ານ້ອນງາມໆໃຫ້ລູກເຫຼັ້ນ. ມ້າດຳ, ມ້າສີຂີ້ເຖົ່ງ, ລົດມ້າ 6 ຄັນພາລູກໄປທ່ຽວທົ່ວໂລກ."
ຕໍ່ໄປ, ເຊີນຟັງເພງກ່ອມນອນຂອງອັງກິດທີ່ຊື່ວ່າ ເພງກ່ອມນອນໃນຍາມຄ່ຳລະດູໃບໄມ້ລົ່ນ ເຊີ່ງຂັບຮ້ອງໂດຍຄະນະຮ້ອງຮ່ວມໝູ່ເທວະທູດປັກກິ່ງ. ສຽງເພງອັນອ່ອນໂຍນຂອງແມ່ວາດພາບທີ່ສວຍງາມຂອງທຳມະຊາດ, ກ່ອມລູກນ້ອຍອ່ອນນອນຫຼັບຢ່າງສະຫງົບງຽບ.
ທ່ານຜູ່ຟັງທີ່ໂຄລົບ, ທີ່ທ່ານພວມຟັງຢູ່ນີ້ແມ່ນເພງກ່ອມນອນໃນຕອນຄ່ຳລະດູໃບໄມ້ລົ່ນ. ເນື້ອເພງຮ້ອງວ່າ, "ຢູ່ຈ້າຍພູແຫ່ງນັ້ນ, ທຸກສິ່ງທຸກຢ່າງງຽບສະຫງັບ. ມ່ານມືດຄ່ອຍໆປົກລົງ. ໃບໄມ້ທີ່ຫ່ຽວແຫ້ງຄ່ອຍໆຫຼົ່ນລົ່ງ, ຫຼົ່ນໃສ່ກີບດອກໄມ້ທີ່ນອນຫຼັບແລ້ວ. ໃນຍາມຫົວຄ່ຳອທີ່ອົບອູ່ນ, ໄຟໃນເຕົາພວມລຸກຮຸ່ງແຈ້ງ, ຕຽງຂອງແອນ້ອຍໄດ້ບັງໄວ້ແລ້ວ, ຄວາມຝັນອັນດີງາມ, ພາແອນ້ອຍຂອງແມ່ນອນຫຼັບຢ່າງໄວວາ."
1 2
|