ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Mar 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-20 10:57:20    
ເພງ​ກ່ອມ​ນອນ​(ສຽງ)

cri Author: huachunmei

​ແມ່​ນ້ຳດັນແມ່ນ​ແມ່​ນ້ຳ​ສຳຄັນ​ສາຍ​ໜຶ່ງ​ໃນ​ແດນຣັດ​ເຊຍ. ​ເພງ​ກ່ອມ​ນອນ​ຂອງຣັດ​ເຊຍ​ທີ່​ຊື່ວ່າ "​ໂອ, ​ແມ່​ນ້ຳດັນ" ມີ​ເອກະລັກ​ດົນຕີຣັດ​ເຊຍອັນ​ເຂັ້ມຂຸ້ນ​. ​ເນື້ອ​​ເພງ​​ໄດ້ສັນລະ​ເສັນ​ທິວ​ທັດ​ສວຍ​ງາມ​ຢູ່ສອງ​ຝັ່ງຂອງ​​ແມ່​ນ້ຳດັນ, ທັງຍ້ອງ​ແອນ້ອຍ​ຜູ້​ງາມ​ໜ້າ​ຮັກ, ​ແມ່ຍັງ​ບອກ​ພວກ​ນົກ​ນ້ອຍທີ່​ຮ້ອງ​​ແຈ້ວໆຢ່າ​​ແຊວ​ນາງ​ງາມ​ນ້ອຍຈະ​ນອນຕໍ່​ໄປ, ​ເຊີນຟັງ​ເພງ​ນີ້​ນຳ​ກັນ.

ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ, ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ກ່ອມ​ນອນ​ອີ​ຕາ​ລີ ​ເຊິ່ງ​ຂັບ​ຮ້ອງ​ໂດຍ​ຄະ​ນະ​ຮ້ອງ​ຮ່ວມ​ໝູ່​ເທ​ວະ​ທູດ​ປັກ​ກິ່ງ. ​ເພງ​ຮ້ອງ​ວ່າ, " ນອນ​ໄວ​ໆ​ເດີ, ​ລູກ​ເອີຍ, ​ນອນ​ຢູ່​ໃນ​ອ້ອມ​ກອດ​ຂອງ​ແມ່. ​ແມ່​ຢູ່​ຄຽງ​ຂ້າງ​ລູກ​​ເຈົ້າ,​ ພໍ່​​ເຈົ້າ​ຍັງ​ບໍ່​ກັບ​ມາ​ເທື່ອ, ​ແມ່​ອຸກ​ອັ່ງ​ຫຼາຍ. ​ລູກ​ຂອງ​ແມ່​ນອນ​ຫຼັບ​ແລ້ວ, ​ລູກ​ບໍ່​ຮູ້​ເລື່ອງ​ເຫຼົ່າ​ນີ້​ດອກ."

ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ, ​ຕໍ່​ໄປ​ເຊີນ​ຟັງ​ເພງ​ພື້ນ​ເມືອງ​ຟີ​ລິບ​ປີນ​ທີ່​ຊື່ວ່າ​" ​ອີ​ລີ​ອີ​ລີ". ​ອີ​ລີ​ແມ່ນ​ຊື່​ຂອງ​ເດັກ​ຜູ້​ຍິງ​ຜູ້​ໜຶ່ງ. ​ແມ່​ຂອງ​ນາງ​ໄດ້​ຮ້ອງ​ເພງ​ພື້ນ​ເມືອງ​ຢ່າງ​ອ່ອນ​ໂຍນ​ເປັນ​ສຽງ​ເບົາ​ໆ. ​ໃນ​ສຽງ​ເພງ, ​ແອ​ນ້ອຍ​ໜ້າ​ຮັກ​ໄດ້​ນອນ​ຫຼັບ​ແລ້ວ. ​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ, ​"ອີ​ລີ, ​ອີ​ລີ, ​ນອນ​ດີ​ໆ​ເດີ​ລູກ,​ ຖ້າ​ແມ່​ບໍ່​ຢູ່, ​ລູກ​ຢ່າ​ໄຫ້. ແມ່​ໄປ​ຊື້​ເຂົ້າ​ຈິ່​ຢູ່​ທາງ​ນອກ, ​ເພື່ອ​ໃຫ້​ລູກ​ເຕີບ​ໃຫຍ່, ​ແມ່​ຕ້ອງ​ອິດ​ຕ້ອງ​ເມື່ອຍ."

​ເພງ​ກ່ອມ​ນອນ​ຂອງ​​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ມີ​ສີສັນ​ພິ​ເສດ​ຂອງ​ຕົນ. ຕໍ່​ໄປ​ນີ້, ​ເຊີນ​ຟັງ​ເພງ​ກ່ອມນອນ​ຂອງ​ຍີ່​ປຸ່ນ.

​ມ້ວນທ້າຍ​ຂອງ​ລາຍການ​​ມື້ນີ້, ​ເຊີນ​ຟັງ​ເພງ​ກ່ອມ​ນອນ​ອິນ​ເດຍ ເຊິ່ງຂັບ​ຮ້ອງ​ໂດຍ​ຄະນະ​ຮ້ອງ​ຮ່ວມ​ໝູ່​ເທວະ​ທູດ​ປັກ​ກິ່ງ​. ​ເພງ​ນີ້​ມີ​ທຳນອງ​ເພງອິນ​ເດຍຢ່າງ​ເຂັ້ມຂັນ. ບ່ອນ​ຕ່າງ​ກັນ​ກັບ​ເພງ​ກ່ອມ​ນອນ​ອື່ນໆ, ​ແມ່ນ​ເພງ​ນີ້​ຄື​ມີ​ຈັງຫວະ​ໄວ​ກວ່າ, ມ່ວນ​ຊື່ນກວ່າ, ມີ​ລັກສະນະ​​ເພງ​ຟ້ອນ. ​ເພງ​ຮ້ອງ​ວ່າ, " ນອນ​ສາ​ເດີ, ນອນ​ສາ​ເດີ, ລູກ​ເອີຍ, ​ເທວະ​ດານ​ອນມາ​ແລ້ວ. ດອກ​ໄມ້​ນອນຫຼັບ​ແລ້ວ, ​ໃຕ້​ຕົກໂພ​, ລົດກໍ​ເຊົາ​ແລ້ວ, ຢູ່​ໃນ​ສວນຈັ່ງ​ແມ່ນມິດອິ່ມ​ຊິ່ມ.  ຄວາມຝັນ​ອັນໜ້າ​ດີ​ໃຈ​, ມັນ​ເຕັ້ນ​ອອກຈາກ​ດາວ​ນ້ອຍທີ່​ເຫຼື້ອມຍິບຍັບ​ເຕັ້ນຢ່ອງໆ​ເຂົ້າຕາ​ຂອງລູກ. ​ແມ່​ອູ້ມ​ລູກ, ​ແອນ້ອຍ​ທີ່ໜ້າຮັກ, ຄືອູ້ມ​ໜ່ວຍ​ໂລກ​ທີ່ມ່ວນ​ຊື່ນ​."

ທ່ານ​ຜູ້​ຟັງ​ທີ່​​ໂຄ​ລົບ, ​ທີ່​ຟັງ​ມາ​ນັ້ນ​ແມ່ນ​ເພງ​ກ່ອມ​ນອນ​ຂອງ​ບັນ​ດາ​ປະ​ເທດ​​ໃນ​ໂລກ ​ເຊິ່ງ​ຂັບ​ຮ້ອງ​ໂດຍ​ຄະ​ນະ​ຮ້ອງ​ຮ່ວມ​ໝູ່​ເທ​ວະ​ທູດ​ປັກ​ກິ່ງ. ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ​ສະ​ບາຍ​ດີ.


1  2  
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040