ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-26 14:58:43    
ຊີວິດ​ການ​ເປັນ​ຢູ່​ອັນ​ມ່ວນ​ຊື່ນ​ຢູ່​ນະ​ຄອນ​ທຽນ​ສິນ​ຂອງ​ຊາວ​ອາ​ເມ​ລິ​ກາ​ເໜືອ​ຫຼາຍ​ຄົນ(ສຽງ)

cri Author: q

ນະຄອນທຽນ​ສິນ​ແມ່ນ​ເມືອງ​ທ່າຢູ່​ພາກ​ຕາ​ເວັນ​ອອກ​ຈີນ,​ຕັ້ງ​ແຕ່​ສະ​ໄໝ​ບູຮານ,​ນະ​ຄອນ​ທຽນ​ສິນ​ກໍ​ແມ່ນທ່າ​ກ່ຳປັ່ນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ທີ່​ສຳຄັນ​ກວ່າ​ໝູ່​ແຫ່ງ​ໜຶ່ງ​ຂອງ​ຈີນ.​ໃນ​ຊູ່ມື້​ນີ້,ຄຽງ​ຄູ່​ກັບ​ທຽນ​ສິນ​ ​ໄຂ​ປະຕູສູ່​ພາຍ​ນອກ​ຫຼາຍ​ກວ່າ​ເກົ່າ,ຊາວ​ຕ່າງປະ​ເທດ​ທີ່ຮ່ຳ ຮຽນ​ແລະ​ເຮັດ​ວຽກ​ຢູ່​ທຽນ​ສິນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​

ທ່ານ​ກາ​ເມ​ລອນ​ພ້ອມດ້ວຍນາງ​ແຊ​ລີ ພັນ​ລະ​ຍາ​ຂອງ​ທ່ານ ​ແມ່ນ​ຊາວ​ກາ​ນາ​ດາ,ສອງ​ປີ​ກ່ອນ,​ພວກ​ເຂົາ​ເຈົ້າ​ໄດ້​ມາທຽນ​ສິນ​ເປັນ​ຄູ​ສອນ​ພາສາ​ອັງກິດ​ຂອງ​ໂຮງຮຽນ​ມັດທະຍົມ​ປິ່ນ​ຫາຍ​.ກ່ອນ​ຈະ​ມາ​ທຽນ​ສິນ,ພວກ​ເຂົາ​ເຈົ້າ​ຍັງ​ເປັນ​ຫ່ວງ​ວ່າ​ຈະ​ບໍ່​ລື້​ງກັບ​ວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ຢູ່​ແຫ່ງ​ນີ້.ທ່ານ​ກາ​ເມ​ລອນ​ບອກ​ນັກ​ຂ່າວ​ວ່າ,​ເມື່ອ​ມາ​ຮອດທຽນ​ສິນ​ແລ້ວ​ຈິ່ງ​ພົບ​ເຫັນ​ວ່າ,​ສະ​ພາບ​​ແວດ​ລ້ອມ​​ເຮັດ​ວຽກ​ແລະ​ເງື່ອນ​ໄຂ​ຊີວິດ​ການ​ເປັນ​ຢູ່​ຢູ່​ທຽນ​ສິນ​ໄດ້​ກາຍ​ຄວາມ​ຄາດ​ຄິດ​ຂອງ​ພວກ​​ເຂົາ​ເຈົ້າ.ຢູ່​ແຫ່ງ​ນີ້​ມີ​ຮ້ານ​ຊຸບ​ເປີ​ມາ​ເກັດ,ມີຮ້ານ​ອາ​ຫານ,​ບາ​ເຫຼົ້າ​ຈຳ​ນວນ​ຫຼວງ​ຫຼາຍ​ພ້ອມ​ດ້ວຍ​ໂຮງໝໍ,​ໂຮງຮຽນ​ອັນດັບ​ໜຶ່ງ,ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ເຮັດ​​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ທຽນ​ສິນ​ແມ່ນ​ຄ້າຍຄື​ກັນ​ກັບ​ອົດ​ຕາ​ວາ ​ບ້ານ​ເກີດ​ຂອງ​ພວ​ກ​ເຂົາ​ເຈົ້າ.ທ່ານ​ເວົ້າ​ວ່າ:

"​ເລື່ອງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຕື້ນຕັນ​ໃຈ​ນັ້ນ​ແມ່ນ​ຕອນ​ເຊົ້າມື້​ທຳ​ອິດ​ທີ່​ພວກ​ເຮົາ​ຫາ​ກໍ່​ມາ​ຮອດ​ທຽນ​ສິນ,ພວກ​ເຮົາ​ໄປ​ທ່ຽວຫຼິ້ນ​ຢູ່​ສວນສາທາລະນະໃຫຍ່​ແຫ່ງ​ໜຶ່ງ,ຢູ່ສວນ​ນັ້ນ​ມີ​ຕົ້ນ​ໄມ້​ແລະ​ຕົ້ນ​ຫຍ້າ​ຢ່າງ​ຫຼວງ​ຫຼາຍ,ຄົນ​ທັງຫຼາຍ​ພວມ​ຫັດກາຍ​ບໍລິຫານ​ຢູ່​​ ​ຫັ້ນ,ຈັ່ງ​ແມ່ນ​ຮູ້ສຶກ​ດີ​ຫຼາຍ."

 ຊີວິດ​ການ​ເປັນ​ຢູ່​ຢູ່​ທຽນ​ສິນ​ຂອງ​ທ່ານ​ກາ​ເມ​ລອນ​ແລະ​ນາງ​ແຊ​ລີ​​ແມ່ນ​ມ່ວນ​ຊື່ນ​ຫຼາຍ.​ໃນ​​ເວລາ​ຫວ່າງ​ວຽກ,ພວກ​ເຂົາ​ເຈົ້າ​ລາງ​ເທື່ອ​ໄປ​​ເລາະຫຼິ້ນຢູ່​ຕາມ​ທາງ​ນ້ອຍ​ຫວ່າງຕົ້ນ​ໄມ້​,ລາງ​ເທື່ອ​ໄປ​ຫັດກາຍ​ຢູ່​ຫ້ອງ​ຫັດກາຍບໍລິຫານ.ລາງ​ເທື່ອ​ໄປ​ດື່ມ​ກາ​ເຟຢູ່​ຮ້ານກາ​ເຟຊິງ​ປາ​ເກີ.ສ່ວນ​ເລື່ອງ​ທີ່​ພວກ​ເຂົາ​ເຈົ້າ​ມັກ​ທີ່​ສຸດ​ຍັງ​ແມ່ນ​ໄປ​ຮ້ານ​ອາຫານ​ຊີມ​ອາຫານ​​ແຊບ​ຂອງ​ທຽນ​ສິນ.

 ຢູ່​ເຮືອນ,ທ່ານ​ກາ​ເມ​ລອນ​ຍັງ​ມັກ​ພ້ອມ​ກັນ​ກັບ​ເມຍ​ຫຼິ້ນ​ເຄື່ອງ​ດົນ​ຕີ​ຕ່າງໆ​ເຊັ່ນ​ກີ​ຕາ,ປີ່,​ແຄນ​ຝະຣັ່ງ​ເປັນ​ຕົ້ນ.ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ເວລາ​ໃດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ອົບ​ອຸ່ນ.

ນະຄອນທຽນ​ສິນທີ່​ມີ​ສະ​ເໜພິ​ເສດ​ຍັງ​ໄດ້​ດູດ​ດຶງ​ເອົາ​ທ່ານ​ມາຍ​ໂຄ​ເຈ​ເລ​ເດນທີ່​ມາ​ຈາກ​ອາ​ເມ​ລິ​ກາ​.ທ່ານ​ເຈ​ເລ​ເດນປີ​ນີ້​ອາຍຸ50​ປີ,ທ່ານ​ມັກ​ສະ​ສົມສະ​​ແຕມ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ແລະມີ​ການ​ຄົ້ນຄວ້າ​ໃນ​ດ້ານ​ນີ້.10ກວ່າ​ປີ​ກ່ອນ,ຢູ່​ຮາ​ວາຍ​ ທ່ານ​ໄດ້​ຮູ້ຈັກກັບນາງ​ສູ​ຈົ່ງ​ອີ ສາວ​ຈີນຜູ້​ສວຍ​ງາມ​ທີ່​ພວມ ຮຽນ​ຢູ່​ຫັ້ນ.​ເມື່ອ​ທ່ານ​ຮູ້​ວ່າ​ນາງ​ສູ​ຈົ່ງ​ອີມາ​ຈາກ​ທຽນ​ສິນ,ທ່ານ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ,​ເພາະວ່າ​ທ່ານ​ຮູ້​ວ່າ​ທຽນ​ສິນ​ແມ່ນ​ແຫຼ່ງກຳ​ເນີ​ດ​ໄປສະນີ​ຂອງ​ຈີນ.

ທ່ານ​ເຈ​ເລ​ເດນ​ໄດ້​​ແຕ່ງງານ​ກັບນາງ​ສູ​ຈົ່ງ​ອີ.ປີ1991,ທ່ານ​ພ້ອມ​ກັບ​ເມຍ​​ມາຮອດ​ຈີນ,​​ແລ້ວ​ຕັ້ງ​ຖິ່ນ​ຖານ​ຢູ່​ຈີນ.​ໃນ​ຫຼາຍ​ປີ​ມາ​ນີ້,ທ່ານ​​ເຈ​ເລ​ເດນ​ໄດ້​ເກັບ​​ເອົາເຄື່ອງ​ໄປສະນີ​ນັບ​ເປັນ​ໝື່ນ​ເຄື່ອງ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ທຽນ​ສິນ​.ທ່ານ​ເວົ້າ​ວ່າ:

"ປະຫວັດ​ຂອງ​ໄປສະນີ​ໄດ້​ບັນທຶກ​ເລື່ອງ​ຕ່າງໆ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ,​ຜ່ານ​ຈາກ​ການ​ຄົ້ນຄວ້າ​ປະຫວັດໄປສະນີ​ຂອງ​ທຽນ​ສິນ,ຂ້າພະ​ເຈົ້າ​ໄດ້​ຊອກ​ຮູ້​ຫຼາຍ​ເລື່ອງ​ກ່ຽວ​ກັບ​ທຽນ​ສິນ.ຂ້າພະ​ເຈົ້າ​ພະ​ຍາ​ຍາມ​,ຄົ້ນຄວ້າ​​ເລື່ອງ​ກ່ຽວ​ກັບ​ທຽນ​ສິນ​ໃຫ້​ຫຼາຍ.​ເມື່ອ​ຂ້າ​ພະ​ເຈົ້າ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ​ຍິ່ງ​ຫຼາຍ​, ​ກໍ​ຍິ່ງ​ຮູ້ສຶກ​ວ່າ​ທຽນ​ສິນ​ມີ​ຖານະ​ອັນ​ສຳຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ຕ່າງປະ​ເທດ​ຂອງ​ຈີນ."

1  2