![]( /mmsource/images/2004/04/21/laba.gif)
ສະບາຍດີ, ທ່ານຜູ່ຟັງທີ່ເຄົາລົບ, ຂ້າພະເຈົ້າແມ່ນສົມບູນ, ຂ້າພະເຈົ້າຈະສະເໜີເພງພື້ນເມືອງປະມວນໜຶ່ງທີ່ນິຍົມກັນຢ່າງກວ້າງຂວາງຢູ່ແຫ່ງຕ່າງໆທີ່ພາກເໜືອຈີນສູ່ທ່ານຟັງ. ກ່ອນອື່ນ, ເຊີນຟັງເພງພື້ນເມືອງແຂວງຊານຊີທີ່ຊື່ວ່າ "ຄ້ານຢາງເກີ" ຊົມຟ້ອນອຽງກີ, ແມ່ນເພງຟ້ອນທີ່ນິຍົມກັນຢູ່ເຂດຊ່ານຊີ່ຈີນ. ເພງນີ້ໄດ້ວາດພາບອັນມີຊີວິດຊີວາແລະມ່ວນຊື່ນໃນເວລາສອງເອື້ອຍນ້ອງໄປເບິ່ງຟ້ອນຢາງເກີຢູ່ບ້ານອື່ນ.
"ຮວາເອີ"ແມ່ນເພງພື້ນເມືອງຊະນິດໜຶ່ງທີ່ນິຍົມກັນຢູ່ພາກຕາເວັນຕົກສສຽງເໜືອຂອງຈີນ ຄື, ແຂວງການຊູ ຊີງໄຮ ເຂດນິງເຊ້ຍແລະເຂດຊີນຈຽງເປັນຕົ້ນ. ເພງຮວາເອີມປະຫວັດຍາວນານ, ທຳນອງອ່ອນໂຍນ ມ່ວນໜ້າຟັງ, ເນື້ອໃນອຸດົມສົມບູນ, ແລະມີຫຼາຍຮູບການ, ໄດ້ຮັບຄວາມນິຍົມຈກາມວນຊົນທ້ອງຖິ່ນ. ເພງ"ມອງເບິ່ງທົ່ງພຽງຢູ່ເທິງພູສູງ"ແມ່ນເພງເດັ່ນຂອງເພງພື້ນເມືອງທຳນອງຮວາເອີແຂວງຊິງໄຮ, ເຕັມໄປດ້ວຍສິສັນອັນເຂັ້ມຂຸ້ນແລະກິ່ນອາຍຊີວິດເທິງພູພຽງ, ເນື້ອເພງມີຢູ່ວ່າ,"ມອງເບິ່ງທົ່ງພຽງເທິງພູສູງ, ມອງເຫັນໂບຕັນຂາວອ້າກີບບານດ ເບິ່ງຄືໃກ້, ແຕ່ບາຍບໍ່ເຖິງ, ບາຍບໍ່ເຖິງ, ກໍ່ຊອຍຫຍັງບໍ່ໄດ້." ເດືອນ 3 ລະດູໃບໄມ້ປົ່ງ, ດອກໄມ້ນາໆສີແຂ່ງກັນບານ, ລົມພັດເຊີຍ ແສງຕາເວັນອົບອຸ່ນ, ຜູ້ສາວທີ່ບໍ່ມັກອອກເຮືອນກໍຖຶໂອກາດນີ້ພາກັນໄປທ່ຽວນອກເມືອງ, ຊົມວິວອັນສວຍງາມ, ທັງເອົາວ່າວໄປປ່ອຍ. ເພງປ່ອຍວ່າວໄດ້ສະແດງໃຫ້ເຫັນສະພາຍຫຼິ້ນມ່ວນຊື່ນແລະຄວາມດີອົກດີໃຈຂອງພວກຜູ້ສາວ. ເນຶ້ອເພງມີດັ່ງນີ້:"
ເດືອນ 3 ບຸນຊິງມິງ, ໝູ່ເອື້ອຍນ້ອງພາກັນໄປທ່ຽວຊານເມືອງທັງປ່ອຍວ່າວ, ວ່າວຂອງເອື້ອຍແມ່ນຮູບແມງກະເບື້ອ, ແກ່ຕາຂອງມັນເຫັງໄດ້, ວ່າວຂອງຜູ້ເປັນນ້ອງແມ່ນໂຕຂີ້ເຂັບລາຍ ແກວ່ງຫົວແກວ່ງຫາລີເລືອຢູ່ເທິງຟ້າ, ເປັນໜ້າຊົມບໍ່ດ້ອຍກວ່າໂຕມັງກອນບີນອອກຈາກນ້ຳ, ເມື່ອຫຼິ້ນແລ້ວໆ, ເອື້ອຍກໍ້ເອົາເຊືອກວ່າວໄວ້, ນ້ອງເປັນເອົາໂຄຂີ້ເຂັບ, ພາກັນເມືອບ້ານດ້ວຍຄວາມດີອົກດີໃຈ."
ຕໍ່ໄປ, ເຊີນຟັງເພງພື້ນເມືອງຊິນຈຽງທີ່ໃຫ້ຊື່ວ່າ:"ດອກໄມ້ຂອງຂ້າ". ນີ້ແມ່ນເພງພື້ນເມືອງເຜົ່າຮັກສັກທີ່ນິຍົມກັນທີ່ສຸດຢູ່ເຂດຊິນຈຽງ, ເປັນເພງທີ່ຟົດຟຶ້ນ, ຫຼ່ຽນໄຫຼອອກຊອນ. ໃນເພງໄດ້ປຽບນາງສາວເປັນດອກໄມ້, ສະແດງໃຫ້ເຫັນວ່າ, ອ້າຍບ່າວເຜົ່າຮາສັກຍ້ອງຍໍແລະຮັກໄຄ່ຜູ້ສາວທີ່ສວຍງາມຢ່າງຈິງໃຈ. ໃນເພງມີເນື້ອຮ້ອງວ່າ, ໂອ້, ນ້ອງສາວທີ່ຮັກ, ພໍເຫັນນ້ອງ, ອ້າຍກໍຊື່ນໃຈ, ນ້ອງຜູ້ສາວງາມ, ດອກໄມ້ຂອງອ້າຍ, ອ້າຍຈັ່ງແມ່ນມ່ວນໃຈ!
1 2
|