ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-26 16:32:05    
ເພງ​ພື້ນ​ເມືອງ​ພາກ​ເໜືອ​ຈີນ​(ສຽງ)

cri Author: huachunmei

​ເພງ​ພື້ນ​ເມືອງ​ທຳ​ນອງ​ຍາວ​ຂອງ​ເຜົ່າ​ມົງ​ໂກນ​ແມ່ນ​ແຕ່ງ​ຂຶ້ນ​ຢູ່​ຕາມ​ທົ່ງ​ຫຍ້າ​​ເຂດ​ມົງ​ໂກ​ໃນ​ທີ່​ກວ້າງ​ສູດ​ສາຍຕາ, ​ເພງ​ທຳນອງ​ຍາວ​ແມ່ນ​ຮູ​ບການ​ເພງ​ປະ​ເພດ​ໜຶ່ງ​ທີ່​ຊາວ​ລ້ຽງ​ສັດ​ເຜົ່າ​ມົງ​ໂກນ​ປະດິດ​ຄິດ​ແຕ່ງ​ໃນ​ຊີວິດ​ລ້ຽງສັດ. ​ເພງ"ລ້ຽງສັດ"​ແມ່ນ​ເພງ​ພື້ນ​ເມືອງທຳນອງ​ຍາວ​ຂອງ​ເຜົ່າ​ມົງ​ໂກນ​ທີ່​ເຜີຍ​​ແຜ່​ກັນ​ຢ່າງ​ກວ້າງຂວາງ, ​ໄດ້​ບັນ​ລະ​ຍາຍ​ຄວາມ​ງາມ​ຂອງ​ເຂດ​ລ້ຽງສັດ​ເທິງ​ທົ່ງ​ຫຍ້າ​ທີ່​ກວ້າງ​ໃຫຍ່​ໄພສານ, ບັນຍາຍ​ຈິດ​ໃຈ​ຂອງ​ຊາວ​ລ້ຽງສັດ​ທີ່​ຮັກຫອມ​ທົ່ງ​ຫຍ້າ ຮັກຫອມ​ຊີວິດ. ​ເນື້ອ​ເພງ​ມີ​ຢູ່​ວ່າ:"​ເທິງ​ທ້ອງຟ້າ​ສີ​ຄາມ, ​ເມກ​ຂາວ​ເລື່ອນ​ລອຍ, ​ໃຕ້​ປອນ​ເມກ​ແມ່ນ​ຝູງ​​ແກະ​ທີ່​ຂາວ​ປອດ, ຝູງ​ແກະ​ເໝືອນ​ດັ່ງ​ເງິນ​ຂາວ​ເປັນ​​ແຜ່ນໆ, ຢາຍ​ຢູ່​ຕາມ​ທົ່ງ​ຫຍ້າ​ຈັ່ງ​ແມ່ນ​ງາມ."

ຕໍ່​ໄປ, ທ່ານ​ຈະ​ໄດ້​ຟັງ​ເພງ​ພື້ນ​ເມືອງ​ແຂວງ​ຊານ​ຕຸ​ງທີ່​ຊື່ວ່າ"ພູ​ອີ​ເມິ​ງ", ​ເພງ​ນີ້​ໄດ້​ສັນລະ​ເສີນ​ພາບ​ວິ​ວອັນ​ສວຍ​ງາມ​ຂອງ​ພູ​ອິ​ເມິງ, ສັນລະ​ເສີນ​ຊີວິດ​ອັນ​ຜາ​ສຸກ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ. ​ເພງ​ນີ້, ທຳນອງ​ມ່ວຍ ສະຫງ່າ, ສະ​ແດງ​ໃຫ້​ເຫັນ​ນິດ​ໄສ​ຊື່ສັດ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ.

​ເພງ"ຈັດ​ກະຕ່າ​ດອກ​ໄມ້"​ແມ່ນ​ເພງ​ຟ້ອນ​ທີ່​ເຜີຍ​​ແຜ່​ກັນ​ຢູ່​ແຂວງ​ເຫີ​ນານ, ມີ​ຈຸດ​ພິ​ເສດ​ຂອງ​ເພງ​ພື້ນ​ເມືອງ​ແຂວງ​ເຫີ​ນານ. ຄື, ມີ​ກຳລັງ ​ໄວ ​ແຈ່ມ​ໃສ​, ທັງ​ມີ​ຄວາມ​ອ່ອ​ນ​ໂຍນ ຊາບ​ເຊິ່ງ, ມີ​ສີສັນ​ທ້ອງ​ຖິ່ນ​ຢ່າງ​ເຂັ້ມຂຸ້ນ​ແລະ​ມີ​ກິ່ນ​ອາຍ​ຊີວິດ, ພວກ​ນາງ​ສາວ​ພາກັນ​ໄປ​ເດັດ​ເອົາ​ດອກ​ໂບຕັນ​ທີ່​ສວຍ​ງາມ​ມາ​ແຕ່​ເທິງ​ພູ, ​ແລ້ວ​ພາກັນ​ຈັດ​ເປັນ​ກະຕ່າ​ດອກ​ໄມ້. ​ເນື້ອ​ເພງ​ມີ​ດັ່ງນ​ນີ້: "ຈັດ​ກະຕ່າ​ດອກ​ໄມ້, ຈັດ​ກະ​ຕ້າ​ດອກ​ໄມ້​ຢູ່​​ເທິງ​ພູ​ນານ​ຊ່ານ, ​ເທິງ​ພູ​ນານ​ຊ່າ​ນມີດ​ອກ​ໂບຕັນ​ແດງ​ບານ​ເຕັມ​ພູ, ​ເດັດ​ດອກ​​ໂບຕັນ, ສອງ​ສາມ​ດອກ​ກໍ​ເຕັມ​ກະຕ່າ​ໜຶ່ງ, ດອກ​​ໂບຕັນຫຼາຍສິສັນ, ດອກ​ໂບຕັນ​ຈັ່ງ​ແມ່ນ​ງາມ, ຜູ້​ສາວ​​ໃຜ​ກໍ​ມັກ​ດອກ​​ໂບຕັນ."

ສຸດ​ທ້າຍ​ເຊີນ​ຟັງ​ເພງ​ພື້ນ​ເມືອງ​ຊານຕຸ​ງທີ່​ໃຫ້​ຊື່ວ່າ"ປາວ​ເລິ້ງຕ້ຽວ", ​ແມ່ນ​ເພງ​ພື້ນ​ເມືອງ​ທີ່​ມີ​ລັກສະນະ​ຕົວ​ແທນ​ຂອງ​ພາກ​ຕາ​ເວັນ​ອອກ​ແຂວງ​ຊານ​ຕຸ​ງ, ​ເພງ​ນີ້​ສະ​ແດງ​ເຖິງ​ຄວາມ​ມວນ​ຊື່ນ​ຂອງ​ພວກ​ຜູ້​ສາວ​ໃນ​ເວລາ​ທີ່​ເກັບ​ກ່ຽວ​ໄດ້ຫຼາຍ. ​ເນື້ອ​ເພງ​ມີ​ຢູ່​ວ່າ, ດອກ​ຝ້າຍ​ບານ, ຮວງ​ເຂົ້າຝ້າ​ງ​ແດງ​ໝົດ​ທີບ. ປີນີ້, ​ເກັບ​ຝ້າຍ​ໄດ້ຫຼາຍ, ຄອບຄົວ​ໃດ​ກໍ​ຫ້ອຍ​ໂຄມ​ແດງ​ສະ​ແດງ​ຄວາມ​ມ່ວນ​ຊື່ນ.


1  2