ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-10 13:03:33    
ຜູ້​ສ້າງ​ທາງ​ເທິງ​ພູ​ພຽງ​ຢຸນ​ຫຼິ້ງ(ສຽງ)

cri Author: q

ແຂວງ​ຢຸນນານທີ່​ຕັ້ງ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແມ່ນ​ແຂວງ​ໜຶ່ງ​ຢູ່​ເຂດ​ພູ​ດອຍ​ທີ່​ມີ​ພູ​ສູງ​​ເຫວ​ເລິກ.​ແຕ່​ກ່ອນ,​ເມື່ອ​ຄົນ​ທັງຫຼາຍ​ກ່າວ​ເຖິງ​ຄົມມະນາຄົມ​ແຂວງ​ຢຸນ​ນານ,​ກໍ​ຍ່ອມ​ຈະ​​ຄຶດ​ເຖິງ​ສະ​ພາບ​ທີ່​ຂະ​ບວນມ້າ​ຕ່າງ​ ​ສິນຄ້າ​ຢູ່​ລະຫວ່າງ​ຮ່ອມ​ພູ,​​ທັງ​ໄດ້​ຍິນ​ສຽງ​ກະດິງ​ດັງ​ຂຶ້ນ​ຢູ່​ພູ​ຜາ​ປ່າດົງ.​ໃນ​ຊູ່​ມື້​ນີ້,​ໄລຍະ​ທາງ​ທີ່​ແລ່ນ​ລົດ​ໄດ້​ຂອງ​ແຂວງ​ຢຸນ​ນານ​ເປັນ​ທີ​ໜຶ່ງ​ຢູ່​ຈີນ,​ເຊິ່ງ​ໄດ້ບັນ​ລຸ1​ແສນ6​ໝື່ນ4​ພັນ​ກິ​ໂລ​ແມັດ,​ໃນ​ນັ້ນ,ທາງ​ຫຼວງ​ຊັ້ນ​ສູງມີ​ເຖິງ​1300​ກວ່າ​ກິ​ໂລ​ແມັດ.​ທາງ​ດ່ວນ​ຂອງ​ແຂວງ​ຢຸນ​ນານ​ໄດ້​​ເຊື່ອມ​ຕໍ່​ກັບ​ແຂວງ​ເຊສວນ,​ແຂວງ​ກຸ້ຍ​ໂຈ່​ວ​ແລະ​ເຂດ​ກວາງ​ຊີ​ຂອງ​ຈີນ,ຕໍ່​ພາຍ​ນອກ,​ໄດ້​ຕໍ່​ກັບ​ຫວຽດນາມ,ລາວ​ແລະ​ມຽນມ້າ,​ເຊິ່ງ​ໄດ້​ອຳ​ນວຍ​ເງື່ອນ​ໄຂ​ສະ​ດວກ​ດ້ານ​ຄົມ​ມະ​ນາ​ຄົມ​ ​ໃຫ້​ແກ່​ ການ​ໄປມາ​ຫາ​ສູ່​ກັນ​ລະຫວ່າງ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານ​ກັບ​ປະ​ຊາ​ຊົນ​ເຂດ​ແຂວງ​ອ້ອມ​ຂ້າງ​ຂອງ​ຈີນ​ແລະ​ປະ​ຊາ​ຊົນ​ບັນດາ​ປະ​ເທດ​ອາຊີ​ອາ​ຄະ​ເນ.​

ອຸ​ໂມງ​ປີ້​ຈີ່​ກ່ວນຕັ້ງ​ຢູ່​ຕອນ​ຄຸນ​ມິ​ງຫາ​ເມືອງ​ອ່ານ​ນິງຂອງ​ທາງ​ດ່ວນ​ຢຸນນານ​ຈີນ​- ​ມຽນມາ.ກິດຈະການ​ຕົ້ນຕໍ​ແມ່ນ​ແປງ​ທາງ​ດ່ວນອ້ອມ​ພູ​ທີ່​ມີ​ສີ່​ຊ່ອງທາງ​​ໃຫ້​ເປັນ​ອຸ​ໂມງ​ທາງ​ດ່ວນ​ທີ່​ມີ​ທາງ​ສອງເສັ້ນ​,​ແຕ່ລະ​ເສັ້ນ​ມີ3​ຊ່ອງ​ທາງ.ຕາມ​ໄດ້​ຊາບ,ອຸ​ໂມງ​ປີ້​ຈີ່​ກ່ວນຍາວ​ທັງ​ໝົດ​1380​ແມັດ,​ອຸ​ໂມງ​ດັ່ງກ່າວ​ມີ​ເສັ້ນ​ຜ່າ​ກາງ​ຍາວ,ຢູ່ໃຕ້​ດິນ​ບໍ່​ເລິກ,ສະພາບ​ທໍລະນີ​ສັບສົນ​ຫຼາຍ,ສະ​ນັ້ນ,​ການ​ກໍ່​ສ້າງ​ກິດ​ຈະ​ການ​ນີ້​ແມ່ນຫຍຸ້ງຍາກ​ລຳບາກ​ທີ່​ສຸດ.ທ່ານ​ເຈິ້ງ​ກ່ວນ​ອີງ​ຜູ້​ອຳ​ນວຍ​ການ​ທີ່​ຮັບ​ຜິດ​ຊອບ​ການ​ກໍ່​ສ້າງ​ອຸ​ໂມງ​ດັ່ງກ່າວ​ແມ່ນ​ຜູ້​ ​ສ້າງ​ທາງ​ອະ​ວຸ​ໂສ ທີ່​ມີ​ປະ​ສົບ​ການ​ສ້າງ​ອຸ​ໂມງ18​ປີ.​ໃນ18​ປີ​ມາ​ນີ້,ກອງ​ກໍ່ສ້າງ​ທີ່​ທ່ານ​ນຳພາໄດ້​ຫາບ​ແບບ​ໜ້າ​ທີ່​ສ້າງ​ອຸ​ໂມງ​ຂອງ​ທາງ​ຫຼວງ​30​ກວ່າ​​ແຫ່ງ,​ເຄີຍ​ປະສົບ​ພູ​ເຈື່ອນ​,​ຫິນ​ແລະ​ດິນ​ຕົມ​ເຈື່ອນ​ຕັ້ງ​ຫຼາຍ​ເທື່ອ,​ແຕ່​ບໍ່​ໄດ້​ເກີດ​ອຸບັດ​ເຫດ​ມີ​ຄົນ​ຕາຍ​ຫຼື​ບາດ​ເຈັບຈັກ​ເທື່ອ.​ກຳ​ມະ​ກອນ​ທັງ​ຫຼາຍ​ຈັດ​ເປັນ​ສາມ​ຝຽນ​ຜັດປ່ຽນ​ກັນ​ເຮັດ​ວຽກ​ຕະ​ຫຼອດ​24​ຊົ່ວ​ໂມງ​ຊູ່​ມື້,​ເຮັດ​ໃຫ້​ອຸ​ໂມງ​ທາງ​ດ່ວນ​ດັ່ງກ່າວ​ທີ່​ມີ​ເສັ້ນ​ຜ່າ​ກາງ​ຍາວ​ກວ່າ​ໝູ່​ພາຍ​ໃນ​ຈີນ​ໃນ​ປັດ​ຈຸ​ບັນ​ສາມາດ​​ເຈາະໄດ້​ມື້​ລະ1,6​ແມັດ.

ຢູ່​ສະຖານ​ທີ່​ກໍ່ສ້າງ,​ໃນທ່າມກາງ​ສຽງ​ຈັກ​ເຈາະ​ພູ​,ທ່ານ​ລີ​ຊຽງ​ສຸນ ທີ່​ຫາ​ກໍ່​ສຳ​ເລັດ​ວຽກງານ​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​​​ໂຄງການ​ກໍ່​ສ້າງ​ນັ້ນບອກ​ນັກ​ຂ່າວ​ວ່າ:"ປັດຈຸບັນ,​ໂຄງການ​ກໍ່ສ້າງ​ໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ສະດວກ,​​ເຈາະ​ອຸ​ໂມງ​ໄດ້63​ແມັດ​ແລ້ວ.​ໄລຍະ​​ເຮັດ​ວຽກ​ຂຸ້ນ​ຂ້ຽວ​ຫຼາຍ,ຕາມ​ແຜນການ​ຈະ​ເຈາະ​ອຸ​ໂມງ​ໃຫ້​ຊອດໄດ້​ໃນ​ເດືອນ​ພະຈິກ.ກອງ​ບັນຊາ​ການ​ໂຄງການ​ພວກ​ເຮົາ​ຮຽກຮ້ອງ​ໃຫ້ມີຄຸນ​ນະພາ​ບດີ,ຄັນ​ຄຸນ​ນະພາ​ບດີແລ້ວກໍຈະ​ຄືບ​ໜ້າ​ໄວ​ຫຼາຍ."

ຕາມ​ໄດ້​ຊາບ,​ເມື່ອ​ອຸ​ໂມງ​ສ້າງ​ສຳ​ເລັດ​​ແລະ​ແລ່ນ​ລົດ ​ແລ້ວ,​​ເວລາ​ຂີ່​ລົດ​ຈາກ​ຄຸນ​ມິ​ງຈີນ​ໄປ​ ​ລັດ​ຊານ​ຂອງ​ມຽນມ້າ​ຈະສັ້ນເຂົ້າມື້ໝື່ງ,ອັນ​ໄດ້​ອຳນວຍຄວາມ​ສະດວກ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ໄປມາ​ຫາ​ສູ່ກັນດ້ວຍໄມຕີຈິດ​ລະຫວ່າງ​ປະຊາຊົນ​ຈີນ​ ​ມຽນມາ.

ຜູ້​ຮັບ​ເໝົາ​ກໍ່ສ້າງ​​ໂຄງການ​ອຸ​ໂມງ​ປີ້​ຈີ່​ກ່ວນນັ້ນ​ແມ່ນ​ບໍລິສັດ​ຫຸ້ນ​ສ່ວນ​ຂົວ​ທາງ​ຢຸນ​ນານ​ຈຳ​ກັດ.​ແຕ່​ເດີມ,ບໍລິສັດ​ນີ້​ແມ່ນ​ລັດ​ວິວາຫະ​ກິດ​ທີ່​ມີ​ປະ​ຫວັດ​50​ກວ່າ​ປີ​.ພາຍ​ຫຼັງ​ຈີນ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລ້ວ,ບໍລິສັດ​ນີ້​ໄດ້​ກາຍ​ເປັນ​ວິ​ສາ​ຫະ​ກິດ​ລະ​ບອບ​ຫຸ້ນ​ສ່ວນ​ແຫ່ງ​ທຳ​ອິດ​​ໃນ​ລະບົບ​ທາງ​ຫຼວງ​ແຂວງ​ຢຸນນານ.ທ່ານ​ຕົງ​ກຸ້ຍ​ຈົ່ງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ດັ່ງ​ກ່າວ​ບອກ​ນັກ​ຂ່າວ​ວ່າ:

"ບໍລິສັດ​ຫຸ້ນ​ສ່ວນ​ຂົວ​ທາງ​ຢຸນນານ​ຈຳກັດ​ພວກ​​ເຮົາ​ໄດ້​ກຳ​ນົດຍຸດ​ທະສາ​ດທີ່​ວ່າ"ຫຍີ່​ຫໍ້​ຊື່​ດັງ​ໜຶ່ງ,ການ​ບຸກທະລຸ​ສອງ​ດ້ານ."ຍີ່​ຫໍ້​ຊື່​ດັງ​ແມ່ນ​ໝາຍ​ເຖິງ​ການ​ອອກ​ແຮງ​ສ້າງ​ຍີ່​ຫໍ້​ທີ່​ວ່າ​ຂົວ​ທາງ​ຢຸນນານ.ການ​ບຸກທະລຸ​ສອງ​ດ້ານ,​ແມ່ນ​ໝາຍ​ເຖິງ​ການ​ບຸກທະລຸ​ຈາກ​ຜູ້​ຮັບ​ເໝົາ​ເປັນ​ຜູ້​ລົງ​ທຶນ​ບຸກ​ທະ​ລຸ​ຈາກ​ຂະ​ແໜງ​ການ​ທາງ​ຫຼວງ​ໄປສູ່​ຂະ​ແໜງ​ການ​ອື່ນໆ,​ແລະ​ກາຍ​ເປັນວິ​ສາ​ຫະກິດ​ແຫ່ງ​ທຳ​ອິດ​ໃນ​ລະບົບ​ຄົມ​ມະ​ນາ​ຄົມ​ແຂວງ​ຢຸນນານ​ທີ່​ຈະ​ຈົດ​ທະ​ບຽນໃນູ​ຕະ​ຫຼາດ​ຫຼັກ​ຊັບ."

1  2