|
![](/images/spacer.gif) |
(GMT+08:00)
2005-05-10 13:03:33
|
![](/images/shim.gif) |
ຜູ້ສ້າງທາງເທິງພູພຽງຢຸນຫຼິ້ງ(ສຽງ)
cri
Author: q
ໃນຫຼາຍປີມໍ່ໆນີ້,ບໍລິສັດຫຸ້ນສ່ວນຂົວທາງຢຸນນານຈຳກັດໄດ້ຫັນປ່ຽນຈາກເບົ້າແບບທຸລະກິດ ເສດຖະກິດແຜນການ ມາເປັນເບົ້າແບບທຸລະກິດເສດຖະກິດຕະຫຼາດຢ່າງສະດວກ.ແຕ່ຫັນປ່ຽນໂຄງປະກອບເປັນເວລາ2ປີມານີ້,ຍອດມູນຄ່າຊັບສິນຂອງບໍລິສັດດັ່ງກ່າວໄດ້ເພີ່ມຈາກ80ລ້ານຢວນໃນເມື່ອກ່ອນຂຶ້ນຮອດ1ຕື້200ລ້ານຢວນ,ມີຊັບສິນສຸດທິ200ລ້ານກວ່າຢວນ.ຂອບເຂດທຸລະກິດໄດ້ຂະຫຍາຍຈາກແຂວງຢຸນນານໄປຮອດແຂວງເຮີນານ,ແຂວງເຮີເປ,ແຂວງຈ່ຽງຊີ່,ແຂວງຊິງຫາຍແລະແຂວງກວາງຕຸ້ງເປັນຕົ້ນທີ່ຢູ່ເຂດໃນຈີນ.ຂອບເຂດທຸລະກິດໄດ້ຂະຫຍາຍຈາກການກໍ່ສ້າງທາງຫຼວງໄປເຖິງຂົງເຂດຕ່າງໆເຊັ່ນຢາປົວພະຍາດ,ໄຟຟ້ານ້ຳຕົກ,ອະສັງຫາລິມະຊັບເປັນຕົ້ນ.ເມື່ອຮອດທ້າຍປີ2004,ໄລຍະທາງຫຼວງທີ່ບໍລິສັດຫຸ້ນສ່ວນຂົວທາງຢຸນນານສ້າງສຳເລັດນັ້ນບັນລຸ4ພັນກວ່າກິໂລແມັດ.ຍອດຈຳນວນເງິນລົງທຶນດ້ານໂຄງການບໍ່ແມ່ນທາງຫຼວງແລະໂຄງການອື່ນໆນັ້ນບັນລຸເຖິງ1ຕື້800ລ້ານຢວນ.ບໍລິສັດດັ່ງກ່າວຖືກປະກວດເປັນວິສາຫະກິດກໍ່ສ້າງດີເລີດລະດັບຊາດໃນສອງປີລຽນຕິດ,ໄດ້ຮັບລາງວັນແຮງງານໜຶ່ງພຶດສະພາຈາກສະຫະພັນກຳມະບານແຫ່ງຊາດຈີນ.
ເມື່ອເວົ້າເຖິງກຽດ ຂອງຜູ້ສ້າງທາງເທິງພູພຽງຢຸນຫຼິ້ງ,ຈຳເປັນຕ້ອງກ່າວເຖິງເລື່ອງໜຶ່ງທີ່ເກີດຂຶ້ນເມື່ອ4ປີກ່ອນ.ໃນງານແຂ່ງຂັນປະມູນໂຄງການກໍ່ສ້າງທາງດ່ວນຢຸນນານຈີນໄປຫາມຽນມາຕອນເມືອງຕ້າຫຼີ້ຮອດເມືອງປາວຊານ,ບໍລິສັດຂົວທາງຢຸນນານປະມູນໄດ້ໂຄງການກໍ່ສ້າງດັ່ງກ່າວດ້ວຍຄຳໝັ້ນສັນຍາທີ່ວ່າ,ຈະຟື້ນຟູພືດປົກຫຸ້ມ,ອະນຸລັກສິ່ງແວດລ້ອມຊີວະພາບ.ຈາກນັ້ນມາ,ໃນການກໍ່ສ້າງໂຄງການທຸກປະເພດ,ກຳມະກອນທັງຫຼາຍຂອງບໍລິສັດດັ່ງກ່າວໄດ້ໂຮມສູນຊຳລະຫິນແລະດິນທີ່ບໍ່ໃຊ້ແລ້ວຕາມແຜນການ,ແລ້ວປູກຕົ້ນໄມ້ຕົ້ນຫຍ້າເປັນເອກະພາບກັນເພື່ອຟື້ນຟູພືດປົກຫຸ້ມ,ອັນໄດ້ປົກປັກຮັກສາສິ່ງແວດລ້ອມຊີວະພາບທຳມະຊາດຢ່າງບັງເກີດຜົນ.ທ່ານລູສືເຈີ ປະທານຄະນະອຳນວຍການທັງເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດຫຸ້ນສ່ວນຂົວທາງຢຸນນານຈຳກັດບອກນັກຂ່າວວ່າ:
"ລັດຖະບານປະເທດເຮົາໄດ້ສະເໜີໃຫ້ສ້າງສັງຄົມ ສັງຄົມນິຍົມທີ່ກົມກຽວກັນ,ຂ້າພະເຈົ້າເຂົ້າໃຈວ່າ,ໂດຍຕົ້ນຕໍແມ່ນຄວາມກົມກຽວກັນລະຫວ່າງມະນຸດກັບທຳມະຊາດ.ໃນນາມເປັນວິສາຫະກິດສ້າງທາງຫຼວງ,ໃນເວລາສ້າງທາງດ່ວນແລະທາງຫຼວງອື່ນໆໃນຫຼາຍປີມານີ້,ບໍລິສັດພວກເຮົາໄດ້ສະຫຼະຜົນປະໂຫຍດສ່ວນໜຶ່ງເພື່ອຮັບປະກັນການພັດທະນາປະສິດທິຜົນຊີວະພາບຢ່າງກົມກຽວກັນ."
ແຂວງຢຸນນານຕັ້ງຢູ່ຍ່ານເໜືອຂອງແມ່ນ້ຳສາຍໃຫຍ່ຕ່າງໆຂອງຈີນເຊັ່ນ,ແມ່ນ້ຳຢ່າງເຊ,ແມ່ນ້ຳລ້ານຊ້າງ,ແມ່ນ້ຳນູ້ຈ່ຽງແລະແມ່ນ້ຳຈູ່ຈ່ຽງເປັນຕົ້ນ.ສິ່ງແວດລ້ອມຊີວະພາບທຳມະຊາດດີຫຼືບໍ່ດີໄດ້ກະທົບໂດຍກົງເຖິງຜົນປະໂຫຍດຂອງປະຊາຊົນໃນເຂດຍ່ານເໜືອແມ່ນ້ຳແລະປະຊາຊົນບັນດາປະເທດອາຊີອາຄະເນ.ບໍລິສັດຂົວທາງຢຸນນານສະຫຼະຜົນປະໂຫຍດດ້ານເສດຖະກິດສ່ວນໜຶ່ງເພື່ອປົກປັກຮັກສາສິ່ງແວດລ້ອມຊີວະພາບທຳມະຊາດນັ້ນໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກລັດຖະບານບັນດາປະເທດທີ່ຢູ່ຍ່ານໃຕ້ແມ່ນ້ຳນູ້ຈ່ຽງແລະແມ່ນ້ຳລ້ານຊ້າງ.ປີ2004,ໃນເວລາສ້າງທາງດ່ວນຈາກຄຸນມິງຈີນໄປຫາບາງກອກໄທ,ກະຊວງຄົມມະນາຄົມ,ຂົນສົ່ງໄປສະນີແລະກໍ່ສ້າງຂອງລາວແລະແຂວງຫຼວງນ້ຳທາລາວໄດ້ເປັນເອກະສັນກັນເລືອກເອົາບໍລິສັດຂົວທາງຢຸນນານຮັບເໝົາກໍ່ສ້າງໂຄງການທາງດ່ວນຕອນຄຸນມິງໄປຫາລາວ.ເຮັດໃຫ້ບໍລິສັດດັ່ງກ່າວກາຍເປັນວິສາຫະກິດສ້າງທາງຈີນຫຼັງທຳອິດທີ່ເຂົ້າໄປສ້າງສາຢູ່ປະເທດອາຊີອາຄະເນ.ຕາມຄາດຄະເນວ່າ,ກ່ອນທ້າຍເດືອນພຶດສະພາປີ2006,ທາງດ່ວນຄຸນມິງ-ບາງກອນຕອນຢູ່ລາວທີ່ຍາວທັງໝົດ84ກິໂລແມັດກໍຈະສ້າງສຳເລັດແລະແລ່ນລົດໄດ້,ສາມາດເຊື່ອມຕໍ່ກັບທາງດ່ວນຈາກຄຸນມິງຫາບໍ່ຫານພາຍໃນແຂວງຢຸນນານ.ໃນພາຍໜ້າບໍ່ດົນນີ້,ຜູ້ສ້າງທາງເທິງພູພຽງຢຸນຫຼີ້ງຈະສ້າງສຳເລັດຊ່ອງທາງບົກສາກົນເສັ້ນທຳອິດຂອງຈີນໄປຫາປະເທດອາຊຽນ ດ້ວຍເຫື່ອແຮງແລະສະຕິປັນຍາຂອງຕົນ. 1 2
|
|
|