ບັ້ນລົບສະຕາລິນກຼາດແມ່ນປັ້ນລົບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າສົງຄາມໂລກຄັ້ງທີສອງໄດ້ເກີດມີບາດລ້ຽວ ດ້ານກົກຮາກ.ບັ້ນລົບບັ້ນນີ້ແມ່ນເລີ່ມແຕ່ວັນທີ17ກໍລະກົດປີ1942ຮອດວັນທີ2ກຸມພາປີ1943,ເຊິ່ງຍືດເຍືອເປັນເວລາ200ມື້.ເນື້ອທີ່ສະໜາມລົບມີເກືອບ1ແສນກິໂລແມັດມົນທົນ.ໃນບັ້ນລົບນີ້,ກອງທະຫານສະຫະພາບໂຊວຽດໄດ້ດັບສູນກອງທະຫານເຢຍລະມັນລວມ1ລ້ານ5ແສນກວ່າຄົນ.
ວັນທີ17ກໍລະກົດປີ1942,ກອງທະຫານເຢຍລະມັນໄປຮອດແມ່ນ້ຳໂຕນ, ທະຫານເຢຍລະມັນຕິດຕາມສຳຫຼວດຢູ່ເຂດແມ່ນ້ຳໂຕນ
ເມືອງສະຕາລິນກຼາດຕັ້ງຢູ່ຝັ່ງຕາເວັນຕົກຍ່ານໃຕ້ແມ່ນ້ຳໂວນກາ,ຊື່ເກົ່າແມ່ນຊາລິດຊິນ.ແຕ່ປີ1918ຮອດປີ1919,ທ່ານສະຕາລິນໄດ້ບັນຊາບັ້ນລົບປ້ອງກັນຊາລິດຊິນທີ່ມີຊື່ສຽງຢູ່ແຫ່ງນີ້,ເຊິ່ງໄດ້ໂຈມຕີໂຈນຂາວໃຫ້ປະຊາໄຊໄປ.ເພື່ອຍ້ອງຍໍສໍລະເສີນຄຸນງາມຄວາມດີອັນພົ້ນເດັ່ນຂອງທ່ານສະຕາລິນ,ວັນທີ10ເມສາປີ1925,ສູນກາງພັກກອມມູນິດສະຫະພາບໂຊວຽດຕົກລົງປ່ຽນຊື່ຂອງເມືອງດັ່ງກ່າວເປັນສະຕາລິນກຼາດ.ເມືອງດັ່ງກ່າວເປັນບ່ອນສຳຄັນທີ່ຜະລິດທັນຍາຫານ,ນ້ຳມັນເຊື້ອໄຟແລະຖ່ານຫິນຂອງສະຫະພາບໂຊວຽດ.ພາຍຫຼັງກອງທະຫານເຢຍລະມັນຍຶດຄອງອູແກຼນເມື່ອປີ1941ແລ້ວ,ເມືອງສະຕາລິນກຼາດເລີຍໄດ້ກາຍເປັນຈຸດຍຸດທະສາດສຳຄັນສຸດທີ່ຕິດຕໍ່ລະຫວ່າງເຂດສູນກາງສະຫະພາບໂຊວຽດກັບເຂດເສດຖະກິດສຳຄັນຢູ່ພາກໃຕ້.ສະນັ້ນ,ການຍຶດເອົາສະຕາລິນກຼາດໄດ້ຫຼືບໍ່ຈຶ່ງເກີດມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ສະຖານະການສູ້ລົບແລະການຍາດແຍ່ງເອົາໃຈຄົນ.
ທ່ານປາວລູສ ຈອມພົນກອງທະຫານເຢຍລະມັນສຳຫຼວດຢູ່ທີ່ຕັ້ງ ປະຈຳຂອງກຸ່ມທັບທີ6ທີ່ຢູ່ອ້ອມຂ້າງສະຕາລິນກຼາດ
ການສູ້ລົບປ້ອງກັນ ນອກເມືອງສະຕາລິນກຼາດໄດ້ເລີ່ມຕົ້ນເມື່ອວັນທີ17ກໍລະກົດປີ1942.ເມື່ອໄດ້ສູ້ລົບກັນຢ່າງດຸເດືອນເປັນເວລາ3ມື້,ຄົນເຢຍລະມັນກໍໄດ້ຄວບຄຸມລ້ອງແມ່ນ້ຳໂວນກາທີ່ຢູ່ພາກໃຕ້ແລະພາກເໜືອສະຕາລິນກຼາດ.ພາຍໃຕ້ການບັນຊາຂອງທ່ານປາວລູສ ຜູ້ບັນຊາການກຸ່ມທັບທີ6ແລະທ່ານກຼາຍສະເຕີ ຜູ້ບັນຊາການກຸ່ມທັບລົດຕັງທີ4,ກອງທະຫານເຢຍລະມັນໄດ້ເປີດການບຸກໂຈມຕີເມືອງສະຕາລິນກຼາດຕັ້ງຫຼາຍເທື່ອ,ແຕ່ຍ້ອນໄດ້ປະສົບການສະກັດກັ້ນຢ່າງໝັ້ນໜຽວທົນທານຂອງກອງທະຫານສະຫະພາບໂຊວຽດ,ຈິ່ງບໍ່ໄດ້ຍຶດເອົາເມືອງດັ່ງກ່າວໄດ້.ເດືອນກັນຍາ,ກອງທະຫານເຢຍລະມັນໄດ້ເດີນທັບໄປຮອດເຂດຊານເມືອງແລະເຂດໂຮງງານ,ໄດ້ປະສົບການຕໍ່ຕ້ານຢ່າງອົງອາດກ້າຫານຂອງກອງສູ້ລົບທີ່ປະກອບດ້ວຍກຳກອນ.ກາງເດືອນຕຸລາ,ກອງປ້ອງກັນເມືອງສະຕາລິນກຼາດ ຖືກຕີຖອຍໄປຮອດແຄມຝັ່ງແມ່ນ້ຳໂວນກາ.ແຕ່ການສູ້ລົບປ້ອງກັນເປັນເວລາ3ເດືອນເຮັດໃຫ້ກອງທະຫານເຢຍລະມັນຖືກດັບສູນ7ແສນຄົນ.
1 2 3 4 5 6 7 8
|