ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-17 21:51:09    
ບາດ​ລ້ຽວ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ---ບັ້ນ​ລົບ​ສະ​ຕາ​ລິນ​ກຼາດ(ພາບ)

cri Author: q

ທ່ານປາວລູສ ຜູ້ບັນຊາການກຸ່ມທັບທີ6ຂອງເຢຍລະມັນນຳພາກອງ
ທະຫານຂອງຕົນຍອມຈຳນົນຕໍ່ກອງທະຫານສະຫະພາບໂຊວຽດ

ຄຽງ​ຄູ່​ກັບ​ລະດູ​ໜາວ​ຫຍັບ​ມໍ່​ເຂົ້າມາ,ພາລະ​ທິການຂອງ​ກອງ​ທະຫານ​ເຢຍລະ​ມັນ​ເລີ່ມ​ປະ​ກົດ​ມີ​ສະພາບສະໜອງ​ບໍ່​ທັນ.ລົດ​ຕັງ​ຂອງ​ພວກ​ເຂົາ​​ເຈົ້າ​ກໍ​​ເສຍ​ບົດບາດ​ໃນ​ການ​ສູ້​ລົບ​ຢູ່​ຖະ​ໜົນ​ໃນ​ຕົວ​ເມືອງ.ວັນ​ທີ19​ເດືອນ​ພະຈິກ,ກອງ​ທະຫານ​ສະຫະພາບໂຊ​ວຽດຝ່າຍ​ຕາ​ເວັນ​ຕົກ​ສຽງ​ໃຕ້,​ກອງ​ທະ​ຫານ​ຝ່າຍ​ສະ​ຕາ​ລິນ​ກຼາດ​ແລະ​ກອງ​ທະຫານ​ຝ່າຍ​ແມ່​ນ້ຳ​ໂຕນ​ໄດ້​ພ້ອມ​ກັນ​ເຂົ້າ​ສູ່​ການ​ຕ່າວ​ຕີ​ຄືນ,​ໄດ້​ປິດ​ລ້ອມ​ກອງ​ທະ​ຫານ​ເຢຍລະ​ມັນ22​ກອງ​ພົນ​ລວມ3​ແສນ3​ໝື່ນ​ຄົນ​ຢູ່​ເຂດ​ສະ​ຕາ​ລິນ​ກຼາດ,​ແລະ​ໄດ້​ທັບ​ມ້າງ​​ເຈດ​ຕະນາ​ຂອງ​ກອງ​ທະ​ຫານ​ເຢຍ​ລະ​ມັນ​ທີ່​ຢາກ​ບຸກ​ຜ່າ​ວົງ​ປິດ​ລ້ອມ​ໃນ​ເດືອນ​ທັນ​ວາ.​ວັນ​ທີ​31​ມັງ​ກອນ​ປີ​1943,​ທ່ານ​ປາວ​ລູສ ຜູ້​ບັນ​ຊາ​ການ​ກຸ່ມ​ທັບ​ທີ​6​ຂອງ​ເຢຍ​ລະ​ມັນ​ຍອມ​ຈຳ​ນົນ​ຕໍ່​ກອງ​ທະ​ຫານ​ສະ​ຫະ​ພາບ​ໂຊ​ວຽດ,​ວັນ​ທີ2​ມັງ​ກອນ,​ກອງ​ທະ​ຫານ​ສ່ວນ​​ເຫຼືອ​ທີ່​ສັງກັດ​ທ່ານປາວ​ລູສ​ລວມ91ພັນ​ຄົນ​​ໄດ້​ຍອມ​ຈຳນນົນ​ຕໍ່​ກອງ​ທະຫານສະຫະພາບ​ໂຊ​ວຽດ​ໃນ​ທີ່​ສຸດ.​ໃນ​ການ​ສູ້​ລົບ​ບຸກ​ໂຈມ​ຕີ​ເປັນ​ເວລາ2​ເດືອນປາຍ​ຢູ່​ແຫ່ງ​ດັ່ງກ່າວ,ກອງ​ທະຫານ​ສະຫະພາບ​ໂຊ​ວຽດ​ໄດ້​ປິດ​ລ້ອມ​ແລະ​ປາບກອງ​ທະຫານ​ເຢຍລະ​ມັນ8​ແສນ​ຄົນ.

ນາຍທະຫານສ່ວນໜຶ່ງຂອງກຸ່ມທັບທີ6ຂອງເຢຍລະມັນທີ່ຖືກຈັບຕົວ

ບັ້ນ​ລົບ​ສະ​ຕາ​ລິນ​ກຼາດ​ແມ່ນ​ຮິດ​​​ແລ​ໄດ້​ປະສົບ​ການ​ປະລາ​​​ໄຊຢ່າງ​ເຈັບ​ແສບ​ທີ່​ສຸດພັດ​ແຕ່​ເຂົາທຳ​ການ​ຮຸກ​ຮານ​​ເປັນ​ຕົ້ນ​ມາ, ໄຊ​ຊະນະຂອງ​ກອງ​ທະຫານ​ສະຫະພາບໂຊ​ວຽດ​ເທື່ອ​ນີນ​ຮິດ​ເທີ​ເລີ​ໄດ້​ປະສົບ​ການ​ປະລາ​​​ໄຊ​ໜັກໜ່ວງ​ທີ່​ສຸດ​ແຕ່​ເຂົາ​ກໍ່ສ້າງ​ຮຸກ​ຮານ​ມາ​ນີ້,ການ​ຮັບ​ໄຊ​ຊະ​ ​ນີ້ບໍ່​ພຽງ​ແຕ່​ໄດ້​ຫັນປ່ຽນສະຖານະ​ການຢູ່​ທົ່ວສະໜາມ​ລົບ​ໂຊ​ວຽດ-​ເຢຍລະ​ມັນ​ເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ກາຍ​ເປັນ​ບາດ​ລ້ຽວຂັ້ນ​ກົກ​ຮາກ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,ຜ່ານ​ຈາກແປວ​ໄພ​ສະໜາມ​ລົບ​ສະ​ຕາ​ລິນ​ກຼາດ,ປະຊາຊົນ​ທົ່ວ​​ໂລກ​ໄດ້​ມອງ​ເຫັນ​​ແສງ​ອາ​ລຸນ​ແຫ່ງ​​ໄຊຊະນະ​ຂອງ​ສົງຄາມ​ຕ້ານ​ຟັດ​ຊິດ.

1  2  3  4  5  6  7  8