ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 21:57:21    
ບັ້ນ​ລົບ​ຍົກ​ພົນ​ຂຶ້ນ​ບົກ​ທີ່​ນອກ​ມັງ​ດີ---ບັ້ນ​ລົບ​ສຳ​ຄັນ​ຢູ່​ສະ​ໜາມ​ລົບ​ເອີ​ລົບ​​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ(ພາບ)

cri Author: q

ບັ້ນ​ລົບ​ຍົກ​ພົນ​ຂຶ້ນ​ບົກ​ທີ່ນອກ​ມັງ​ດີ​ແມ່ນ​ບັ້ນ​ລົບ​ຍົກ​ພົນ​ຂຶ້ນ​ບົກ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,ມັນ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ກອງ​ທະຫານ​ພັນທະ​ມິດທີ່​ບຸກ​ເບີດ​ສະໜາມ​ລົບຢູ່​​ເອີ​ລົບ,​ໄດ້​ແຜ້ວ​ທາງ​ໃຫ້​ແກ່​ການ​ປົດ​ປ່ອຍ​ຝະຣັ່ງ​ແລະ​ບຸກ​ເຂົ້າ​ສູ່​ເຢຍລະ​ມັນ.ບັ້ນ​ລົບ​ຍົກ​ພົນ​ຂຶ້ນ​ບົກ​ທີ່ນອກ​ມັງ​ດີ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ກອງ​ທະຫານ​ພັນທະ​ມິດ​ໄດ້​ເລີ່​ມຕ່າວ​ໂຈມ​ຕີ​ຄືນ​ຕໍ່​ຟັດ​ຊິດ​ເຢຍລະ​ມັນຢ່າງຮອບດ້ານ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ.

ການ​ບຸກ​ເບີດສະໜາມລົບ​ທີ​ສອງ​ຢູ່​ເອີ​ລົບ​ແມ່ນ​ໄດ້​ຕົກລົງ​ກັນ​ໃນ​ກອງ​ປະຊຸມ​ເຕ​ເຮຣານທີ່​ສາມ​ປະ​ເທດ​ຄື​ໂຊ​ວຽດ,ອັງກິດ​ແລະ​ອາ​ເມ​ລິ​ກາ​ຈັດ​ຂຶ້ນ​​ໃນ​ເດືອນ​ພະຈິກ​ປີ1943.ສະ​ນັ້ນ,ປະ​ເທດ​ພັນທະ​ມິດ​ໄດ້​ຕັ້ງ​ກອງ​ບັນຊາ​ການ​ສູງ​ສຸດກອງ​ທະຫານ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ປະ​ເທດ​ພັນທະ​ມິດ​ຢູ່​ຊານນະຄອນ​ລອນດອນ.ທ່ານອາຍ​​ເຊ​ນ​ຮາວ ນາຍ​ພົນ​ອາ​ເມ​ລິ​ກາຖືກ​​ແຕ່ງ​ຕັ້ງ​ເປັນ​ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ກອງ​ທະຫານ​ພັນທະ​ມິດ,ບັນຊາ​ການ​ສູ້​ລົບ​ຍົກ​ພົນ​ຂຶ້ນ​ບົກ​ຢູ່​ເອີ​ລົບ​ຕາ​ເວັນ​ຕົກ​ຢ່າງ​ເປັນ​ເອກະ​ພາບ​ກັນ.

ທ່ານເຊີຊີວ ນາຍົກລັດຖະມົນຕີອັງກິດກັບທ່ານອາຍເຊນຮາວ

ພາຍຫຼັງ​ຊັ່ງຊາ​ຜົນ​ໄດ້ຜົນ​ເສຍ​ແລ້ວ,ກອງ​ທະຫານ​ພັນທະ​ມິດ​ໄດ້​ເລືອກ​ເອົາ​ເຂດ​ນອກ​ມັງ​ດີ​ເປັນ​ບ່ອນຍົກ​ພົນ​ຂຶ້ນ​ບົກ​ຢູ່​ພາກ​ຕາ​ເວັນຕົກສ​ຽງ​ເໜືອ​ຂອງ​ຝະຣັ່ງ.

1  2  3  4