ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 21:57:21    
ບັ້ນ​ລົບ​ຍົກ​ພົນ​ຂຶ້ນ​ບົກ​ທີ່​ນອກ​ມັງ​ດີ---ບັ້ນ​ລົບ​ສຳ​ຄັນ​ຢູ່​ສະ​ໜາມ​ລົບ​ເອີ​ລົບ​​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ(ພາບ)

cri Author: q

ການຫຼອນໂຈມຕີທາງອາກາດຂອງກອງທະຫານພັນທະມິດ

ຕອນ​ຄ່ຳ​ວັນ​ທີ5​ມິຖຸນາປີ1944,ພາຍ​ໃຕ້​ການ​ຄຸ້ມ​ກັນ​ຂອງ​ກອງທັບ​ອາກາດ​ທີ່​​ຫຼອນ​ໂຈມ​ຕີຢ່າງ​ຮຸນ​ແຮງ,ກອງ​ພົນ​​​ໂຕນ​ຈ້ອງສອງ​ກອງ​ຂອງ​ອາ​ເມ​ລິ​ກາ​ແລະ​ກອງ​ພົນ​ໂຕນ​ຈ້ອງ​ກອງ​ໜຶ່ງ​ຂອງ​ອັງກິດ​ໄດ້​ໂຕນ​ຈ້ອງ​ກ່ອນ​ໝູ່​ຢູ່​ບ່ອນ​ເລິກ​ທີ່​ໄກ​ຈາກ​ຝັ່ງ​ທະ​ເລ​ປະມານ10ຫາ15​ກິ​ໂລ​ແມັດຢູ່​ສອງ​ປີກ​ຂອງ​ເຂດ​ຍົກ​ພົນ​ຂຶ້ນ​ບົກ,​ໄດ້​ຍຶດ​ເອົາ​ຊຸມ​ທາງຄົມມະນາຄົມ,ທ່າ​​ເຮືອ,ຂົວ​ແລະ​ສິ່ງ​ກໍ່ສ້າງ​ອື່ນໆ​ພາຍ​ໃນ​ເຂດ​ຍົກ​ພົນ​ຂຶ້ນ​ບົກ.​ເຮືອຂົນ​ສົ່ງ​ທະຫານ ​ພັນທະ​ມິດ​ໄດ້​ແຂ່ງ​ຟ້າ​ຝົນ​ລົມ​ແດງຂ້າມ​ຜ່ານ​ຊ່ອງ​ແຄບ​ທະ​ເລ​ອັງກິດ.ຕອນ​ຮຸ່ງ​ເຊົ້າ​ວັນ​ທີ6​ມິ​ຖຸ​ນາ,​ກອງ​ທະ​ຫານ​ພັນ​ທະ​ມິດ​ໄດ້​ຍົກ​ພົນ​ຂຶ້ນ​ບົກ​ຕາມ​ແຄມ​ຝັ່ງ​ນອກ​ມັງ​ດີ.ຍ້ອນ​ວ່າ​ກອງ​ທະ​ຫານ​ພັນທະ​ມິດ​ໄດ້​ກຳ​ສິດ​ຄວບ​ຄຸມ​ນ່ານ​ຟ້າ,​ກອງ​ທະຫານ​ເຢຍມັນ​ກະກຽມ​ບໍ່ພ​ຽງພໍ,ສະ​ນັ້ນ,​ກອງ​ທະ​ຫານ​ຂຶ້ນ​ບົກ​ຈິ່ງ​ບໍ່​ໄດ້​ປະ​ສົບ​ການ​ຕໍ່​ຕ້ານ​ຢ່າງ​ແຂງ​ແຮງ​ຈາກກອງ​ທະຫານ​ເຢຍລະ​ມັນ.

ກ່ຳປັ່ນຂົນສົ່ງທະຫານພັນທະມິດຂຶ້ນບົກ

ພຽງ​ແຕ່11​ມື້​ທໍ່​ນັ້ນ,ກອງ​ທະຫານ​ພັນທະ​ມິດ​​ໄດ້​ມີ19ກອງ​ພົນ​ລວມ5​ແສນ​ຄົນ​ໄດ້​ຂຶ້ນ​ບົກ​ຢ່າງ​ສຳ​ເລັດ​ຜົນ.

ສະພາບຍົກພົນຂຶ້ນບົກທີ່ນອກມັງດີ

1  2  3  4