ຕາມຂ່າວCRI: ຕອນກາງຄືນວັນທີ 18 ພຶດສະພາ, ຢູ່ຫາດຊາຍທະເລການແຫ່ງຝຣັ່ງ ມີໄຟແສງສີແຈ້ງສະຫວ່າງ ໃນວັນຮູບເງົາສາກົນການຄັ້ງທີ 58 ໄດ້ເລີ່ມສາຍຮູບເງົາແລະສະແດງຢູ່ເວທີກາງແຈ້ງຢ່າງຟົດຟື້ນ. ທ່າມກາງການເຄື່ອນໄຫວຕ່າງໆທີ່ປະດັບປະດາດ້ວຍດອກໄມ້ນານາສີ, ງານລ້ຽງອາຫານຄ່ຳເພື່ອສະຫຼອງ "ຮູບເງົາຈີນກຳເນີດຂຶ້ນຄົບຮອບຮ້ອຍປີ" ໄດ້ປະຈັກຕາຄົນເປັນພິເສດ, ບຸກຄົນວົງການຮູບເງົານັບເປັນພັນຄົນໄດ້ເຂົ້າຮ່ວມງານມະໂຫລານເທື່ອນີ້.
ປະທານຄະນະກຳມະການຈັດງານສະຫຼອງວັນຮູບເງົາການ ຫົວໜ້າສູນຮູບເງົາແຫ່ງຊາດຝຣັ່ງ ຮອງປະທານສະພາແຂວງອານເປີ ມາລີຕີມກໍ່ໄດ້ເຂົ້າຮ່ວມງານສະຫຼອງຮູບເງົາຈີນກຳເນີດຄົບຮອບຮ້ອຍປີ.

ທ່ານອູຢີເຊິນ ຜູ່ກຳກັບການສະແດງທີ່ມີຊື່ສຽງຂອງຮົງກົງໄດ້ເປັນກຳມະການພາກສ່ວນປະກວດໃນວັນຮູບເງົາການຄັ້ງນີ້, ທ່ານກ່າວວ່າ: ຈີນມີຊັບພະຍາກອນມະນຸດດ້ານຮູບເງົາທີ່ດີເດັ່ນຢ່າງຫຼວງຫຼາຍ, ແຫຼ່ງປະດິດສ້າງຂອງພວກເຂົາເຈົ້າແມ່ນວັດທະນະທຳຈີນ, ພ້ອມກັນນັ້ນກໍ່ຄວນຮຽນນຳໂລກ. ຮູບເງົາຈີນໄດ້ບຸກເຂົ້າຕະຫຼາດພົ້ນທະເລແລ້ວ, ແລະຊິງໄດ້ລາງວັນໃນງານປະກວດຮູບເງົາສາກົນຫຼາຍເທື່ອ, ຮູບເງົາຈີນກັບຮູບເງົາໂລກພວມກ້າວໄປໜ້າພ້ອມກັນ.

ທ່ານລຽງເຈຍຮຸຍ ນັກສະແດງທີ່ມີຊື່ສຽງຂອງຮົງກົງຈີນ
ນັກສະແດງທີ່ມີຊື່ສຽງຂອງແຜ່ນດິນໃຫຍ່ ຮົງກົງແລະໄຕ້ຫວັນເຊັ່ນ ທ່ານເສິງລົງ ທ່ານລຽງເຈຍຮຸຍ ນາງຈາງຈືອີ ນາງຢາງຈືຊົງແລະທ່ານຈາງເຈິ້ນເປັນຕົ້ນກໍ່ມາເຊີດຊູກຳໃຈໃຫ້ແກ່ຮູບເງົາຈີນ. ການປະກົດຕົວຂອງພວກທ່ານໄດ້ດຶງດູດສາຍຕາຂອງນັກຂ່າວ, ມອງໄປໄກໆ ໄຟຟຼາສຂອງກ້ອງຖ່າຍຮູບເຫຼື້ອມຍິບຍັບປານໝູ່ດາວ, ເຮັດໃຫ້ຫາດຊາຍທະເລການງາມຍິ່ງຂຶ້ນ.

ທ່ານເສິງລົງ ນັກສະແດງທີ່ມີຊື່ສຽງຂອງຮົງກົງຈີນ
ຢູ່ຫາດຊາຍທະເລທີ່ມີລົມພັດມາເບົາໆ, ທ່ານເສິງລົງເວົ້າຕໍ່ນັກຂ່າວວ່າ: ມື້ນີ້ ແມ່ນວັນສະຫຼອງຮູບເງົາຈີນກຳເນີດຂຶ້ນຄົບຮອບ 100 ປີ, ນີ້ແມ່ນເລື່ອງທີ່ເຮັດໃຫ້ຄົນຮູ້ສຶກພາກພູມໃຈ, ໃຕ້ເງື່ອນໄຂທີ່ຮູບເງົາຈີນປະສົບຄວາມຫຍຸ້ງຍາກລຳບາກ, ຊາວຈີນບາກບັ່ນສູ້ຊົນຈົນເຮັດໃຫ້ຊາວໂລກສົນໃຈນຳຮູບເງົາຈີນ, ມັນບໍ່ແມ່ນເລື່ອງງ່າຍ. ພາສາຈີນບໍ່ແມ່ນພາສາທີ່ໃຊ້ທົ່ວໄປໃນທົ່ວໂລກ, ຕ້ອງການໃຫ້ທົ່ວປວງຊົນພ້ອມກັນພະຍາຍາມ ເຜີຍແຜ່ວັດທະນະທຳແລະຮູບເງົາຈີນ. ນາງຢາງຈືຊົງກ່າວຢ່າງດີອົກດີໃຈວ່າ, ໃນວັນຮູບເງົາການຄັ້ງນີ້ ມີຮູບເງົາຈີນສາມເລື່ອງເຂົ້າຮ່ວມການປະກວດ, ຈັ່ງແມ່ນໜ້າດີໃຈແທ້, ຫວັງວ່າມີຮູບເງົາຈີນຫຼາຍກວ່າເກົ່າໄດ້ຮັບຜົນສຳເລັດ.
1 2
|