
ນາງຈາງຈືອີ ນັກສະແດງທີ່ມີຊື່ສຽງຂອງແຜ່ນດິນໃຫຍ່ຈີນ
ຕັ້ງແຕ່ຮູບເງົາ "ຕິ້ງຈິ່ນຊານ" ເຊິ່ງເປັນຮູບເງົາເລື່ອງທຳອິດຂອງຈີນກຳເນີດຂຶ້ນເມື່ອປີ 1905 ມານີ້, ຮູບເງົາຈີນໄດ້ຜ່ານການຜັນແປດ້ານເຕັກນິກ ຄືຈາກຮູບເງົາບໍ່ມີສຽງຮອດຮູບເງົາມີສຽງ ຈາກຮູບເງົາຂາວດຳຮອດຮູບເງົາມີສີ ຈາກການລຽນແບບຮອດດີຈີຕອນ ຈາກແບບດັ້ງເດີມຮອດແບບທັນສະໄໝ, ໄດ້ເປັນພິຍານທັງໄດ້ບັນທຶກປະຫວັດສາດກັບສະພາບຕົວຈິງ ການພັດທະນາກັບຄວາມກ້າວໜ້າ ຄວາມທຸກຍາກລຳບາກກັບຄວາມຈະເລີນຮຸ່ງເຮືອງຂອງຈີນດ້ວຍຮູບການສິລະປະ.

ນາງຢາງຈືຊົງ ນັກສະແດງທີ່ມີຊື່ສຽງຂອງຮົງກົງຈີນ
ເພື່ອສະຫຼອງຮູບເງົາຈີນກຳເນີດຄົບຮອບ 100 ປີ, ຕອນບ່າຍວັນທີ 18 ພຶດສະພານີ້, ກົມໃຫຍ່ວິທະຍຸຮູບເງົາແລະໂທລະພາບແຫ່ງຊາດຈີນ ສູນເຜີຍແຜ່ຮູບເງົາຈີນຢູ່ພົ້ນທະເລເປັນຕົ້ນໄດ້ຈັດງານຖະແຫຼງຂ່າວ "ຮູບເງົາຈີນຄົບຮອບ 100 ປີ" ຢູ່ໂຮງແຮມກາກແຕນການ, ແລະປ່ຽນກັບບຸກຄົນວົງການວັດທະນະທຳແລະວົງການຮູບເງົາຂອງບັນດາປະເທດ, ພ້ອມກັນຊອກຄົ້ນການພັດທະນາຂອງຮູບເງົາຈີນ, ສະເໜີຮູບເງົາຈີນຕໍ່ທົ່ວໂລກ. 1 2
|