|
 |
(GMT+08:00)
2005-05-23 09:59:59
|
 |
ເລື່ອງການສ້າງທາງລົດໄຟຢູ່ບົນພູພຽງຊິງຫາຍຕິເບດຂອງທ່ານໂລຟາປິນ ຜູ້ຂັບລົດດຸດດິນ
cri
Author: q
ເພື່ອເຮັດວຽກດີກວ່າເກົ່າ,ທ່ານໂລຟາປິນໄດ້ໃຊ້ຫຼັກມູນດ້ານກົນຈັກຂອງລົດດຸດດິນທີ່ຕົນ ຮຽນໂດຍຕົນເອງແລະເຮັດຕົວຈິງໃນຫຼາຍປີມານີ້,ໄດ້ດັດສ້າງແລະສ້ອມແປງລົດດຸດດິນ.ລົດດຸດດິນທີ່ຖືກທ່ານດັດແປງແລ້ວນັ້ນແລ່ນໄດ້ສະດວກຄືກັນກັບແລ່ນຢູ່ເທິງທົ່ງພຽງ.
ຈາກນັ້ນມາ,ທ່ານໂລຟາປິນຍັງຊອກຄົ້ນວິທີບົວລະບັດຮັກສາລົດດຸດດິນຢູ່ເທິງພູພຽງ.ຍັງໄດ້ສອນເຕັກນິກໃໝ່ແລະວິທີໃໝ່ທີ່ຮັກສາປົວລະບັດລົດດຸດດິນທີ່ຕົນສະຫຼຸບຢູ່ເທິງພູພຽງໃຫ້ໝູ່ຮ່ວມງານ,ຊ່ອຍພວກເຂົາເຈົ້າແກ້ໄຂ ບັນຫາຍາກຫຼາຍບັນຫາ.ທ່ານລີຊ້າວລຽງ ໝູ່ຮ່ວມງານຂອງທ່ານໂລຟາປິນເວົ້າວ່າ:
"ເຖິງວ່າລະດັບວັດທະນະທຳຂອງທ່ານໂລຟາປິນບໍ່ສູງປານໃດ,ແຕ່ໃນຫຼາຍປີມານີ້,ເພິ່ນໄດ້ຄົ້ນຄວ້າໂດຍຕະຫຼອດຮູ້ກັບກົນຈັກດີ,ມີສີມືພິເສດຂອງຕົນ.ເພິ່ນບໍ່ພຽງແຕ່ມີເຕັກນິກສູງເທົ່ານັ້ນ,ຫາກຍັງມີນ້ຳໃຈເຮັດແທ້ທຳຈິງອີກດ້ວຍ,ເຮັດຫຍັງກໍ່ເອົາຈິງເອົາຈັງ."
ຢູ່ສະຖານທີ່ສ້າງທາງລົດໄຟຊິງຫາຍຕິເບດ,ການຂັບລົດດຸດດິນຂອງທ່ານໂລຟາປິນໄດ້ສ້າງປະສິດພິພາບສູງສຸດຂອງບໍລິສັດ.ລົດຂອງເພິ່ນສິ້ນເປືອງນ້ຳມັນໜ້ອຍທີ່ສຸດ.ຢູ່ໃຕ້ສະພາບ ທີ່ອຸນຫະພູມພຽງ-20℃,ກາງຄືນຟ້າມືດອຶມຄື້ມນັ້ນ,ທ່ານໂລຟາປິນຍັງຂັບລົດຜູ້ໜຶ່ງຜູ້ດຽວເພື່ອສຳເລັດໜ້າທີ່ທັງມີຄຸນນະພາບດີແລະປອດໄພ.
ເມື່ອສື່ມວນຊົນໄດ້ລາຍງານເຕັກນິກທີ່ຊຳນິຊຳນານແລະແບບແຜນເຮັດວຽກຢ່າງເອົາຈິງເອົາຈັງຂອງທ່ານໂລຟາປິນແລ້ວ,ຄົນນັບມື້ນັບຫຼາຍໄດ້ຮູ້ຈັກກັບທ່ານໂລຟາປິນ.ໃນລະດູບານໃໝ່ປີກາຍນີ້,ນັກທຸລະກິດກໍ່ສ້າງຜູ້ໜຶ່ງຢາກ ຈ້າງທ່ານໂລຟາປິນຮັບປາກວ່າຈະໃຫ້ເງິນເດືອນຫຼາຍ,ແຕ່ທ່ານໂລຟາປິນໄດ້ປະຕິເສດ.ທ່ານເວົ້າວ່າ,ເຖິງວ່າຜູ້ສ້າງທາງລົດໄຟ ເຮັດວຽກຢູ່ກາງແຈ້ງເລື້ອຍໆ,ຊີວິການເປັນຢູ່ລຳບາກກາກກຳຫຼາຍ,ແຕ່ວ່າ,ທ່ານມັກວຽກສ້າງທາງລົດໄຟ.ເມື່ອໄດ້ສ້າງທາງລົດໄຟເສັ້ນໜຶ່ງສຳເລັດແລ້ວ,ໄດ້ເຫັນ ຄົນທັງຫຼາຍ ຂີ່ລົດໄຟໄປທ່ຽວໄປຫຼິ້ນ,ທ່ານກໍຮູ້ສຶກດີອົກດີໃຈແລະເອກອ້າງນະນົງໃຈ.ທ່ານມີຄວາມຮູ້ສຶກແຮງກ້າດັ່ງກ່າວເປັນພິເສດໃນເວລາສ້າງທາງລົດໄຟຊິງຫາຍຕິເບດ.ທ່ານເວົ້າວ່າ:
"ຍ້ອນຕິເບດບໍ່ມີທາງລົດໄຟຈັກເສັ້ນ,ຄົມມະນາຄົມບໍ່ສະດວກທີ່ສຸດ,ຢູ່ເມືອງນາສູ,ພໍ່ແມ່ປະຊາຊົນບາງຄົນຈົນຮອດອາຍຸ60,70ປີແລ້ວກໍ່ບໍ່ເຄີຍໄປນະຄອນລາຊາຈັກເທື່ອ.ປັດຈຸບັນ,ແຕ່ເມືອງນາສູໄປນະຄອນລາຊາ,ຂີ່ລົດເມຕ້ອງໃຊ້ເວລາ5ຊົ່ວໂມງປາຍ.ເມື່ອທາງລົດໄຟແລ່ນລົດໄດ້ແລ້ວ,ອາດຈະໃຊ້ເວລາພຽງຊົ່ວໂມງປາຍກໍຈະໄປຮອດ.ເມື່ອຮອດເວລານັ້ນ,ພວກເຂົາເຈົ້າຈະໄປລາຊາໄດ້ທຸກເວລາ."
ຫວ່າງກ່ອນນີ້ບໍ່ດົນ.ໂຄງການທາງລົດໄຟຊິງຫາຍຕິເບດຕອນທີ່ບໍລິສັດຂອງທ່ານໂລຟາປິນໄດ້ສ້າງສຳລັດແລ້ວ.ກະວ່າ,ຮອດລະດູຮ້ອນປີໜ້າ,ທາງລົດໄຟຊິງຫາຍຕິເບດຈະແລ່ນລົດໄດ້ຕະຫຼອດສາຍ,ເມື່ອຮອດເວລານັ້ນ,ປະຊາຊົນຢູ່ເທິງພູພຽງຊິງຫາຍຕິເບດອອກເດີນທາງກໍຈະສະດວກກວ່າເກົ່າຫຼາຍ. 1 2
|
|
|