ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 15:06:49    
ຈີນ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ມະ​ນຸດ​ສະ​ຍະ​ພາບ​ໃນ​ການ​ຄຸ້ມ​ຄອງ​ໂຮງ​ຮຽນ​ຊັ້ນ​ສູງ(ສຽງ)

cri Author: q

ປັດຈຸບັນ,ຈີນ​ມີ​ໂຮງຮຽນ​ຊັ້ນ​ສູງ​ເກືອບ2​ພັນ​ຫຼັງ,ມີ​ນັກ​ສຶກສາ​ລື່ນ​ກາຍ13​ລ້ານ​ຄົນ.​ເພື່ອ​ເຮັດ​ໃຫ້​ພວກ​ນັກ​ສຶກສາ​​ໃນ​ຂະນະ​ທີ່​ໄດ້​ຮັບ​ຄວາມ​ຮູ້,ດ້ານ​ຕ່າງໆ​ເຊັ່ນ​ຮ່າງກາຍ​ແລະ​ຈິດ​ໃຈ​ເປັນ​ຕົ້ນ​ກໍ​ໄດ້​ມີ​ການ​ພັດທະນາ​ຢ່າງ​ປອດ​ໄສ.ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ກະຊວງ​ສຶກສາ​ທິການ​ຈີນ​ໄດ້​ປະກາດຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກສາ​ໂຮງຮຽນ​ຊັ້ນ​ສູງ​ສາມັນ​ສະບັບ​ໃໝ່,​ແລະ​ຈະ​​ເລີ່​ມປະຕິບັດ​​ແຕ່​​ມື້​ໄຂ​ສົກ​ຮຽນ​ໃໝ່ຄື​ວັນ​ທີ1​ກັນຍາ​ປີ​ນີ້​​ເປັນ​ຕົ້ນ​ໄປ.​

ໃນ10​ກວ່າ​ປີ​ມາ​ນີ້,​ເສດຖະກິດ​ແລະ​ສັງຄົມ​ຈີນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວວາ,​ໂສມ​ໜ້າ​ຂອງ​ສັງຄົມ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ,​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ເກີດ​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຕໍ່​ທັດສະນະ​ຄະຕິ​ແລະ​ລະບອບ​ຂອງ​ການ​ສຶກສາ​ຊັ້ນ​ສູງ.​ໃນ​ຂະນະ​ດຽວ​ກັນ​ນັ້ນ,ຍ້ອນ​ວ່າ​ນັກ​ສຶກສາ​ຍຸກ​ປັດຈຸບັນ​ຂອງ​ຈີນ​ສ່ວນ​ຫຼາຍ​ແມ່ນ​ເກີດ​ຂຶ້ນ​ພາຍຫຼັງ​ລັດ​ຖະບານ​ຈີນ​​ໄດ້ປະຕິບັດ​ນະ​ໂຍບາຍ​ການ​ປະຕິ​ຮູບ​ແລະໄຂ​ປະຕູ​ສູ່​ພາຍ​ນອກ,​ເມື່ອ​ທຽບ​ກັບ​ນັກ​ສຶກສາ​ໃນ​ເມື່ອ​ກ່ອນ,ທັດສະນະຄະຕິ​ຂອງ​ພວກ​ເຂົາ​ເຈົ້າ​ຍິ່ງ​ປົດ​ປ່ອຍ​ແລະຍິ່ງ​ເປັນ​ແບບ​ສາກົນ​ກວ່າ​ເກົ່າ.ສ່ວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກສາ​ໂຮງຮຽນ​ຊັ້ນ​ສູງ​ສາມັນ​ທີ່​ຈີນ​ປະຕິບັດ​ໃນ​ປັດຈຸບັນ​ແມ່ນ​​ໄດ້​ວາງ​ອອກ​ເມື່ອ15​ປີ​ກ່ອນ,​ເນື້ອ​ໃນ​ຫຼາຍ​ຢ່າງ​ບໍ່​​ເໝາະ​ກັບ​ຍຸກ​ສະ​ໄໝປັດຈຸບັນ​ແລ້ວ.ກໍ​ແມ່ນ​ຢູ່​ໃຕ້​ເບື້ອງ​ຫຼັງ​ນີ້,ຈີນ​ໄດ້​ປະກາດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກສາ​ໂຮງຮຽນ​ຊັ້ນ​ສູງ​ສາມັນ​ສະບັບ​ໃໝ່.

ເມື່ອ​ທຽບ​ກັບ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ທີ່​ຍັງ​ຄົງ​ປະຕິບັດ​ໃນ​ປັດຈຸບັນ,ຂໍ້​ກຳນົດ​ສະບັບ​ໃໝ່​​ໄດ້​ແນ​ໃສ່​ຈຸດ​ພິ​ເສດ​ຂອງ​ນັກ​ສຶກສາ​ຍຸກ​ປັດຈຸບັນ,ທຳ​ການ​ປັບປຸງ​ຂ້ອນ​ຂ້າງ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນ​ການ​ກຳນົດ​ດ້ານ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ນັກ​ສຶກສາ​ແມ່ນ​ປະຈັກ​ຕາ​ຄົນ​​​ເປັນ​ພິ​ເສດ.ທ່ານ​ນາງ​ລິນ​ຮຸ້ຍຊິງ ຫົວໜ້າ​ພະ​ແນ​ກນັກ​ສຶກສາ​ກະຊວງ​ສຶກສາ​ທິການ​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ:

"ຂໍ້​ກຳນົດ​ສະບັບ​ໃໝ່​ໄດ້​ກຳນົດ​ມາດຖານ​ລົງ​ໂທດ​ນັກ​ສຶກສາ​ທີ່​ລ​ະ​ເມີດ​ວິ​ໄນ​ຢ່າງ​ແຈ່ມແຈ້ງ​ກວ່າ​ເກົ່າ.ລະບຽບ​ການ​ລົງ​ໂທດນັກ​ສຶກສາ​ທີ່​ລະ​ເມີດ​ວິ​ໄນ​ກໍ​ເປັນ​ແບບ​ສະບັບ​ກວ່າ​ເກົ່າ,ພ້ອມ​ກັນ​ນັ້ນ,ຂໍ້​ກຳນົດ​ສະບັບ​ໃໝ່​ຍັງ​ໄດ້​ເພີ່ມ​ມາດຕາ​ຕ່າງໆ​ເຊັ່ນ​ນັກ​ສຶກສາມີ​ສິດ​ອະທິບາຍ,ສິດ​ແກ້​ຕົວ​ແລະ​ສິດ​ຍື່ນອຸທອນ​ຕໍ່​ການ​ລົງ​ໂທດ.ຂໍ້​ກຳນົດ​ເຫຼົ່ານີ້​ມີ​ຄວາມ​ໝາຍ​ສຳຄັນຕໍ່​ການ​ປົກ​ປ້ອງສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​ນັກ​ສຶກສາ."

ທ່ານ​ນາງ​ລິນ​ຮຸ້ຍຊິງ​ເວົ້າ​ວ່າ,​ໃນ​ເມື່ອ​ກ່ອນ,​ໃນ​ເວລາ​ບັນດາ​ໂຮງຮຽນ​ຊັ້ນ​ສູງ​ລົງ​ໂທດ​ນັກ​ສຶກສາ​ທີ່​ລະ​ເມີດ​ວິ​ໄນ,​ໄດ້ໃຊ້ລະບຽບ​ການ​ແລະ​ມາດຖານ​ທີ່ບໍ່​ເປັນ​ເອກ​ກະສັນ​ກັນ​ປານ​ໃດ.​ແລະ​ນັກ​ສຶກສາ​ກໍບໍ່​ມີ​ສິດ​ແກ້​ຕົວ​ຕໍ່​ການ​ຕັດສິນ​ລົງ​ໂທດ,​ເຮັດ​​ແນວ​ນີ້​ໄດ້​​ພາ​ໃຫ້​ໂຮງຮຽນ​ບາງ​ແຫ່ງ​ມີ​ທ່າ​ທີ​ທີ່​ເຮັດ​ຕາມ​ໃຈ​ໃນ​ລະດັບ​ໃດ​ໜຶ່ງ​ໃນ​ເວລາ​ລົງ​ໂທດນັກ​ສຶກສາ​ທີ່​ລະ​ເມີດ​ວິ​ໄນ,​​ແລ້ວ​ກໍ​ທຳລາຍສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ນັກ​ສຶກສາ.ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກສາ​ໂຮງຮຽນ​ຊັ້ນ​ສູງ​ສາມັນ​ສະບັບ​ໃໝ່​ໄດ້​ທຳ​ການ​ດັດ​ແກ້​ຕໍ່​ເລື່ອງ​ດັ່ງກ່າວ,ຄື,ກຳນົດ​ວ່າ,ກ່ອນ​ຕັດສິນ​ລົງ​ໂທດ​ນັກ​ສຶກສາ,ທາງ​ໂຮງຮຽນ​ຄວນ​ຮັບ​ຟັງ​ການ​ອະທິບາຍ​ແລະ​ແກ້​ຕົວ​ຂອງ​ນັກ​ສຶກສາ​ແລະ​ຜູ້​ວ່າການ​ແທນ​ຂອງ​ເຂົາ,​ໃນ​ເວ​ລາ​ລົງ​ໂທດ​ນັກ​ສຶກສາ,ທາງ​ໂຮງຮຽນ​ຕ້ອງປະຕິບັດ​ຕາມ​ລະບຽບ​ການ​ຢ່າງ​ຖືກຕ້ອງ,ມີ​ຫຼັກ​ຖານ​ພຽງພໍ​ແລະ​ລົງ​ໂທດ​ຢ່າງ​ເໝາະ​ສົມ.ມີ​ແຕ່​ກອງ​ປະຊຸມ​ອະທິການ​ບໍດີ​ເທົ່າ​ນັ້ນ​ຈິ່ງ​ມີ​ສິດ​ທຳ​ການ​ຕັດສິນ​ລົງ​ໂທດ​​ໄລ່ນັກ​ສຶກສາ​ຜູ້​ໃດ​ຜູ້​ໜຶ່ງ​ອອກ​ຈາກ​ໂຮງຮຽນ​,​ໂຮງຮຽນ​ຕ້ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຊຳລະ​ການ​ຍື່ນ​ອຸທອນ​ຂອງ​ນັກ​ສຶກສາ,ຮັບ​ຊຳລະ​ການ​ຍື່ນ​ອຸທອນ​ຂອງ​ນັກ​ສຶກສາ​ກ່ຽວ​ກັບ​ການລົງ​ໂທດ​ການ​ກະທຳທີ່​ລະ​ເມີດ​ຂໍ້​ກຳນົດ​ແລະ​ລະບຽບ​ວິ​ໄນ,​ແລະ​ອື່ນໆ.ຂໍ້​ກຳນົດ​ເຫຼົ່າ​ນີ້​ໄດ້​ຈຳກັດ​ສິດ​ລົງ​ໂທດ​ຂອງ​ໂຮງຮຽນ​ຢູ່​ໃນ​ຂອບ​ເຂດ​ອັນ​ແນ່ນອນ.

ທ່ານ​ລີ​ປິນ ນັກ​ສຶກສາ​ປະລິນຍາ​ໂທ​ຂອງ​ມະຫາວິທະຍາ​ໄລ​ການ​ເມືອງ​ແລະ​ກົດໝາຍ​ຈີນ​ ​ຊົມ​ເຊີຍ​ຫຼາຍ​ຕໍ່ຂໍ້​ມາດຕາ​ດັ່ງກ່າວ​ໃນ​ຂໍ້​ກຳນົດ​ສະ​ບັບ​ໃໝ່.ທ່ານ​ຄິດ​ວ່າຂໍ້​ກຳນົດ​ໃໝ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ທີ່​ຖື​ຄົນ​ເປັນ​ກົກ.ທ່ານ​ເວົ້າ​ວ່າ:

"​ເວົ້າ​ສຳລັບ​ນັກ​ສຶກສາ​ແລ້ວ,ການ​ລົງ​ໂທດ​ເທື່ອ​ໜຶ່ງ​ອາດຈະ​ກະທົບກະ​ເທືອ​ນ​ເຖິງ​ຊີວິດ​ພາຍ​ໜ້າ​ຂອງ​ເຂົາ.ສະ​ນັ້ນ,ການ​ກຳນົດ​ວ່າ​ນັກ​ສຶກສາມີ​ສິດ​ອະທິບາຍ,ສິດ​ແກ້​ຕົວ​ແລະ​ສິດ​ຍື່ນ​ອຸທອນ,ຂ້າພະ​ເຈົ້າ​ແມ່ນ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ສຸດ.​ເພາະວ່າ,ຂ້າພະ​ເຈົ້າ​ເຫັນ​ວ່າ​ບາງ​ເລື່ອງທີ່​ໂຮງຮຽນ​ເຮັດ​ນັ້ນ​ບໍ່​ອາດ​ຈະ​ຖືກຕ້ອງ​ໝົດ,ລາງ​ເທື່ອ​ກໍ​ມີ​ຄວາມ​ຜິດພາດ​ຍ້ອນ​ມູນ​ເຫດ​ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ.ສະ​ນັ້ນ,ຂ້າພະ​ເຈົ້າ​ເຫັນ​ວ່າ​ການມອບ​ສິດ​ເຫຼົ່າ​ນີ້​ໃຫ້​ນັກ​ສຶກສາ​ແມ່ນ​ຈຳ​ເປັນ​ທີ່​ສຸດ."

1  2