ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 15:06:49    
ຈີນ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ມະ​ນຸດ​ສະ​ຍະ​ພາບ​ໃນ​ການ​ຄຸ້ມ​ຄອງ​ໂຮງ​ຮຽນ​ຊັ້ນ​ສູງ(ສຽງ)

cri Author: q

ຂໍ້ມາດຕາ​​ກ່ຽວ​ກັບ​ນັກ​ສຶກສາ​ແຕ່ງ​ງານ​ທີ່​ລະບຸ​ໄວ້​ໃນ​ຂໍ້​ກຳນົດ​ສະບັບ​ໃໝ່​ກໍ​ແມ່ນ​ຫົວ​ຂໍ້​ໜຶ່ງ​ທີ່​ສື່​ມວນ​ຊົນ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​​ວິ​ພາກ​ວິຈານ​ຫຼາຍ​ກວ່າ​ໝູ່​ໃນ​ຊົ່ວ​ໄລຍະ​ມໍ່ໆ​ນີ້.​​ແຕ່​ກ່ອນ,​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກສາ​ໂຮງຮຽນ​ຊັ້ນ​ສູງ​ສາ​ມັນ​ທີ່​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ປະ​ກາດ​ນັ້ນ​ກຳ​ນົດ​ໄວ້​ຢ່າງ​ຈະ​ແຈ້ງວ່າ,​ໃນ​ໄລຍະ​ຮຽນ​ຢູ່​ໂຮງ​ຮຽນບໍ່​ໃຫ້​ນັກ​ສຶກ​ສາ​ແຕ່ງງານ,​ແຕ່​ກໍ່​ມີ​ໂຮງຮຽນ​ຊັ້ນ​ສູງບາງ​ແຫ່ງ​ໄດ້​ອີງ​ຕາມ​ກໍ​ລະ​ນີ​ລະ​ອຽດ,​ວາງ​ມາດ​ຕະ​ການ​ທີ່​ຄ່ອງ​ແຄ້ວ​ຈຳນວນ​ໜຶ່ງ,ອະນຸຍາດ​ໃຫ້​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ​ທີ່​ອາຍຸ​ອ່າວ​ສູງ​ຈຳ​ນວນ​ໜຶ່ງ​ແຕ່ງ​ງານ.ສ່ວນ​ຂໍ້​ກຳນົດ​ສະບັບ​ໃໝ່​ທີ່​ປະ​ກາດ​ເທື່ອ​ນີ້​ບໍ່​ໄດ້​ຈຳກັດ​ການ​ແຕ່ງ​ງານ​ຂອງ​ນັກ​ສຶກ​ສາ​ອີກ.​ຕໍ່​ເລື່ອງ​ນີ້,ນາງ​ວາງ​ລິນ​ຈິ່ນ ນັກ​ສຶກ​ສາ​ປະ​ລິ​ຍາ​ຕີ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ ​ໂຮງ​ຮຽນ​ຊັ້ນ​ສູງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​ເລົ່າ​ຄວາມ​ເຫັນ​ຂອງ​ຕົນ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ.ນາງ​ເວົ້າ​ວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ,ຍ້ອນ​ວ່າ​ໃນ​ຫຼາຍ​ປີ​ມໍ່ໆມາ​ນີ້, ລັດ​ບໍ່ຈຳກັດ​ອາຍຸ​ຂອງ​ນັກ​ສຶກສາ​ອີກ,ສະ​ນັ້ນ,ປັດຈຸບັນ,ອົງ​ປະກອບ​ຂອງ​ໝູ່​ນັກ​ສຶກສ​າ​ໃນ​ໂຮງຮຽນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ,ບໍ່​ຄື​ແຕ່​ກ່ອນ​ແລ້ວ.ສະ​ນັ້ນ,ນະ​ໂຍບາຍ​ດັ່ງກ່າວ​ແມ່ນ​ໄດ້​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຕິດ​ຕົວ​ຂອງ​ນັກ​ສຶກສາ,​​ໃຫ້​ນັກ​ສຶກສາມີ​ສິດ​ຄັດ​ເລືອກ​​​ເອົາ​ເອງ.​​ແຕ່​ເມື່ອ​ເບິ່ງ​ຈາກ​ສະພາບ​ໃນ​ປັດຈຸບັນ​ແລ້ວ​ເຫັນ​ວ່າ,ນັກ​ສຶກສາ​ໃນ​ໂຮງຮຽນມີ​ໃຈ​ສະຫງົບ​ຢູ່.​"

ນອກ​ນີ້,ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກສາ​ໂຮງຮຽນຊັ້ນ​ສູງ​ສາມັນ​ສະບັບ​ໃໝ່​ທີ່​ຈະ​ປະຕິ​ບັດ​ໃນ​ເດືອນ​ກັນຍາປີນີ້​ຍັ​ງ​ໄດ້​ມອບ​ສິດ​ເປັນ​​ເຈົ້າ​ຕົນ​ເອງ​ຫຼາຍ​ກວ່າ​ເກົ່າ​ໃນ​ດ້ານ​ຈັດ​ວາງ​ການ​ສຶກສາ​ໃຫ້​ແກ່​ບັນດາ​ໂຮງຮຽນ​ຊັ້ນ​ສູງ.ຕົວຢ່າງຄື,​ໄດ້​ຍົກ​​ເລີກ​ຄວາມ​ຮຽກ​ຮ້ອງ​ກ່ຽວ​ກັບ​ລະ​ບຽບ​ການ​ແລະ​ເວລາ​ປ່ຽນ​ວິຊາ​ສະ​ເພາະ​ຂອງ​ນັກ​ສຶກສາ,ຍົກ​ເລີກ​ຂໍ້​ກຳນົດ​ຕ່າງໆ​ຂອງ​ລັດ​ໃນ​ເມື່ອ​ກ່ອນ​ເຊັ່ນ,ການ​ສອບ​ເສັງ,​ການ​ສອບ​ເສັງ​ສະ​ເພາະ,​ຮູບ​ການ​ປະ​​ເມີນ​ຜົນ​ງານ​ການ​ຮຽນ,​ແລະ​ການ​ຕົກ​ຫ້ອງ,​ຫຼຸດ​ຊັ້ນ,​ຖອນ​ອອກ​ຈາກ​ໂຮງ​ຮຽນ​ຍ້ອນ​ຜົນ​ງານ​ການ​ຮຽນ​ເປັນ​ຕົ້ນ,​ໄດ້​ຍົກ​ເລີກ​ການ​ກຳນົດ​ເວລາ​ດົນ​ນານ​ທີ່​ສຸດ​ຂອງ​ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ໂຮງ​ຮຽນ​ແລະ​ອື່ນໆ.​ຕໍ່​ໄປ​ພາຍ​ໜ້າ,​ໂຮງ​ຮຽນ​ຊັ້ນ​ສູງ​ສາ​ມາດ​ອີງ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ໂຮງ​ຮຽນ​ຕົນ,​ວາງ​ຂໍ້​ກຳ​ນົດ​ລະ​ອຽດ​ໃນ​ດ້ານ​ຕ່າງໆ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ,​ອັນ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ໂຮງ​ຮຽນ​ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ອຸ​ປະ​ນິ​ໄສ​ຂອງ​ນັກ​ສຶກ​ສາ.​ພວກ​ນັກ​ສຶກ​ສາ​ແລະ​ອາ​ຈານ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ຈີນ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ນັ້ນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ພາຍ​ຫຼັງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນັກ​ສຶກ​ສາ​ໂຮງ​ຮຽນ​ຊັ້ນ​ສູງ​ສາ​ມັນ​ສະ​ບັບ​​ໃໝ່​​ໄດ້​ຮັບ​ການ​ປະ​ຕິ​ບັດ​ແລ້ວ,​ຈະ​​ເກີດ​ມີ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ທີ່​ຊຸກ​ຍູ້​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ຕື່ມ​ອີກ.


1  2