ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 18:36:03    
ຈາກ​ຜູ້​ມີ​ໂທດ​ສົງ​ຄາມ​ຮອດ​ທູດ​ສັນ​ຕິ​ພາບ---​ເລື່ອງ​ອັດ​ສະ​ຈັດ​ກ່ຽວ​ກັບ​ຈີນ​ດັດ​ສ້າງ​ອາ​ຊະ​ຍາກ​ອນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ(ພາບ)(ສຽງ)

cri Author: q


ເດືອນກໍລະກົດປີ1956,ໃນເວລາໄຕ່ສວນອາຊະຍາກອນສົງຄາມຂອງຍີ່ປຸ່ນ,ຜູ້ປະກອບສຳນວນຄະດີຟ້ອງສານໄດ້ອ່ານສຳນວນຟ້ອງໃນສານ

ລະດູ​ຮ້ອນ ​ປີ1956,ສານ​ທະຫານ​ພິ​ເສດ​ຂອງສານ​ປະຊາຊົນ​ສູງ​ສຸດ​ສາທາລະນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ເປີດ​ສານ​ໄຕ່​ສວນ​ຕັດສິນ,ນອກຈາກ​​ໄດ້ຕັດສິນ​ລົງ​ໂທດ​ກັກ​ຂັງອາ​ຊະ​ຍາ​ກ​ອນ​ສົງ​ຄາມ​45​ຄົນ​ທີ່ມີ​ໂທດ​ໜັກ​ແລ້ວ,ຕໍ່​ອາ​ຊະ​ຍາກ​ອນສົງຄາມ1017​ຄົນ​ໄດ້​ອະ​ໄພ​ໂທດ​ໃຫ້​ແລະ​ບໍ່​ຟ້ອງ​ຕໍ່​ສານ,​ໄດ້​ປ່ອຍ​ຕົວ​ໃນ​ທັນ​ທີ.

      ເດືອນກໍລະກົດປີ1956,ໃນເວລາໄຕ່ສວນອາຊະຍາກອນສົງຄາມຂອງຍີ່ປຸ່ນ,
      ຜູ້ປະກອບສຳນວນຄະດີຟ້ອງສານພ້ອມດ້ວຍຜູ້ປະຕິບັດງານຖ່າຍຮູບນຳກັນ
      ຢູ່ໜ້າປະຕູສານທະຫານພິເສດ

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,​ໃນ​ເວລາ​ສານ​ສູງ​ສຸດ​ຂອງ​ຈີນ​ປະກາດ​ຜົນ​ການ​ຕັດສິນນັ້ນ,​​ໃນ​ໝູ່​ອາ​ຊະ​ຍາກ​ອນສົງຄາມ​ບໍ່​ມີ​ຈັກ​ຄົນ​ຄັດຄ້ານ​ການ​ກ້າວ​ຟ້ອງ,ອາ​ຊະ​ຍາກ​ອນສົງຄາມ​ທັງ​ໝົດ​ທີ່​ຖືກ​ຕັດສິນ​ມີ​ໂທດ​ນັ້ນ​ລ້ວນ​ແຕ່​ຮັບ​ເອົາໂທດ​ກຳ​ຂອງ​ຕົນ.ຢູ່​​ທີ່​ນັ່ງຈຳ​ເລີຍ​ໄດ້​ມີສ​ຽງຮ້ອງ​​ໄຫ້​ທີ່​ມີ​ຄວາມ​ກິນ​ແໜງ​ແຄງ​ໃຈ​ແລະ​ຄວາມຮູ້​ບຸນຄຸນຢ່າງ​ບໍ່​ຂາດ​ສາຍ.ນັກ​ຂ່າວ​ຕ່າງປະ​ເທດ​ທີ່​​ໄດ້​ນັ່ງ​ຟັງ​​ການ​ຕັດສິນ​​ໃນ​ຄາວ​ນັ້ນ​ໄດ້​ວິຈານ​ວ່າ,​ເຖິງ​ວ່າ​ຜູ້​ຕັດ​ສິນ​ແລະ​ຜູ້​ຖືກ​ຕັດສິນ​ມີຫຼັກ​ໝັ້ນ​ຕ່າງ​ກັນ,​ແຕ່​ໃນ​ສານ,ຄົນ​ທັງຫຼາຍ​ໄດ້​ພາກັນເຜີຍ​ແຜ​​ແບ​ທາລຸນ​ກຳ​ຂອງ​ລັດທິ​ຈັກ​ກະ​ພັດ​ຍີ່​ປຸ່ນ.ນີ້​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດ​ການ​ຕັດສິນ​ໃນ​ສາກົນ.

1  2  3