ຈາກຜູ້ມີໂທດສົງຄາມຮອດທູດສັນຕິພາບ---ເລື່ອງອັດສະຈັດກ່ຽວກັບຈີນດັດສ້າງອາຊະຍາກອນສົງຄາມໂລກຄັ້ງທີສອງ(ພາບ)(ສຽງ)
cri
Author: q
ພາຍຫຼັງອາຊະຍາກອນສົງຄາມຍີ່ປຸ່ນເຫຼົ່ານີ້ກັບຄືນປະເທດແລ້ວ,ພວກເຂົາເຈົ້າໄດ້ປະຕິຍານຕົວຈະກັບຮ້າຍເປັນດີ,ເປັນຄົນຄືນໃໝ່,ຈະທຳຄວາມພະຍາຍາມເພື່ອມິດຕະພາບຍີ່ປຸ່ນຈີນແລະສັນຕິພາບຂອງໂລກ.ພວກເຂົາເຈົ້າໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ,ແລະບໍ່ໄດ້ປ່ຽນແປງໃນເຄິ່ງສະຕະວັດທີ່ຜ່ານມາ.ປີ1957,ສະມາຄົມຕິດຕໍ່ພົວພັນຂອງຜູ້ທີ່ກັບຈາກຈີນໄດ້ສ້າງຕັ້ງຂຶ້ນ,ຜ່ານການເຄື່ອນໄຫວຕ່າງໆເຊັ່ນພິມຈຳໜ່າຍປຶ້ມໜັງສື,ຈັດງານວາງສະແດງເປັນຕົ້ນ,ສະມາຊິກທັງຫຼາຍໄດ້ເຜີຍແບໂທດກຳຂອງພວກລັດທິລັດຖະທະຫານຍີປຸ່ນທີ່ກໍ່ຂຶ້ນຢູ່ຈີນໃນຄາວນັ້ນ,ການກະທຳຂອງພວກສະມາຊິກໄດ້ສ້າງຜົນສະທ້ອນແກ້ຄົນຍີ່ປຸ່ນລຸ້ນໜຶ່ງ.ປີ2002, ລູກຫຼານຂອງພວກເຂົາເຈົ້າພ້ອມດ້ວຍຜູ້ຊົງຄຸນວຸດທິທີ່ຮັກຫອມສັນຕິພາບຈຳນວນໜຶ່ງໄດ້ສ້າງຕັ້ງສະມາຄົມສືບທອດອັດສະຈັນເມືອງຟູຊຸ້ນ,ເຊິ່ງໄດ້ສືບທອດແລະເຜີຍແຜ່ຈິດໃຈມິດຕະພາບຍີ່ປຸ່ນຈີນ.
ທ່ານຊຸຍເຢິນເຈ ພະນັກງານທີ່ໃຫ້ການສຶກສາຄຸ້ມຄອງໃນຄາວນັ້ນ,ຊູ່ມື້ນີ້ມີອາຍຸ80ປີແລ້ວ,ເມື່ອໄດ້ຜ່ານສົງຄາມບັ້ນນັ້ນ,ເຂົ້າຮ່ວມການດັດສ້າງອາຊະຍາກອນສົງຄາມ,ທ່ານໄດ້ເຫັນກັບຕາຕໍ່ການພົວພັນຈີນຍີ່ປຸ່ນໃນສະເພາະໜ້ານີ້ທີ່ໄດ້ປະສົບຄວາມຄົດລ້ຽວກ້ຽວກອດນາໆປະການ,ຜູ້ອາວຸໂສຜູ້ນີ້ໄດ້ຝາກຄວາມຫວັງໄວ້ນຳຊາວໜຸ່ມ ຈີນຍີ່ປຸ່ນ,ທ່ານເວົ້າວ່າ:
"ໃນນາມເປັນສັກຂີພິຍານຂອງປະຫວັດສາດ,ຂ້າພະເຈົ້າຫວັງວ່າຊາວໜຸ່ມຈີນຍີ່ປຸ່ນຢ່າສູ່ລືມປະຫວັດສາດ,ຕ້ອງກ້າປະເຊີນໜ້າກັບປະຫວັດສາດ,ຕໍ່ສະພາບການທີ່ອິດທິກຳລັງປີກຂວາຂອງຍີ່ປຸ່ນໂປໂລຂຶ້ນນັ້ນ,ຂ້າພະເຈົ້າຮູ້ສຶກເຈັບແຄ້ນແໜ້ນໃຈທີ່ສຸດ.ຫວັງວ່າຊາວໜຸ່ມສອງຊາດຈົ່ງຖະໜຸຖະໜອມສະພາບແວດລ້ອມສັນຕິພາບໃນປັດຈຸບັນ,ອວ່າຍໜ້າໄປສູ່ອະນາຄົດ." 1 2 3
|
|