ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-01 15:00:27    
ຄວາມ​ເວົ້າ​ຄວາມ​ໜຶ່ງ​ທີ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ຄົນ​ຜູ່​ໜຶ່ງ​(3)​(ສຽງ)

cri Author: huachunmei

ສະ​ບາຍ​ດີ, ​ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ, ​ໃນ​​ລາຍ​ການ​ພາກ​ນີ້, ​ສົມ​ບູນ​ຈະ​ເລົ່າ​​ເລື່ອງ​ແລະ​ຄວາມ​ເວົ້າ​ທີ່​​ໄດ້​ປ່ຽນ​ແປງ​ຊີ​ວິດ​ຄົນ​ຜູ່​ໜຶ່ງ​ສູ່​ຟັງ, ​ຫວັງ​ວ່າ, ​ທ່ານ​ຄົງ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເຊັ່ນ​ດຽວ​ກັນ​ກັບ​ບຸກ​ຄົນ​ໃນ​ເລື່ອງ​ດັ່ງ​ຕໍ່​ໄປ​ນີ້.

​ "ຊີ​ວິດ​ທີ່​ເທ​ວະ​ດາ​ບັນ​ດານ​ໃຫ້​ແກ່​ເຈົ້າ​ພຽງ​ແຕ່​ຫຼາຍ​ໆ​ນາ​ທີ​ທໍ່​ນັ້ນ, ​ເຈົ້າ​ຕ້ອງ​ຊົມ​ໃຊ້​ແຕ່​ລະ​ນາ​ທີ​ໃຫ້​ດີ​."

​ທ່ານ​​ເຄີດ ຮາ​ມິນ​ເທິ​ນ​ແມ່ນ​ນັກ​ກິ​ລາ​ໄຕ່​ນ້ຳກ້​າມ​ລວດ​ລາຍ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​. ​ແຕ່​​ເດີມ, ​ແມ່​ຂອງ​ທ່ານ​ພຽງ​ແຕ່​ແມ່ນ​ຄູ​ສອນ​ໂຮງ​ຮຽນ​ມັດ​ທະ​ຍົມ​ທຳ​ມະ​ດາ​ທໍ່​ນັ້ນ, ​ແຕ່​ຍ້ອນ​ເພິ່ນ​ຖະ​ນຸ​ຖະ​ໝອມ​ເວ​ລາ​ທີ່​ສຸດ, ​ໃຊ້​ທຸກ​ນາ​ທີ​ຮຽນ​ໂດຍ​ຕົນ​ເອງ, ​ພາຍ​ຫຼັງ​ມາ, ​ໄດ້​ກາຍ​ເປັນ​ຮອງ​ສາ​ດສະ​ດາ​ຈານ​ຂອງ​ຂະ​ແໜງ​ວິ​ຊາ​ສົມ​ລົດ​ແລະ​ຄອບ​ຄົວ​ມະ​ຫາ​ວິ​ທະ​ຍາ​ໄລ​ຫຼັງ​ໜຶ່ງ. ​ເພິ່ນ​ມັກ​ເວົ້າ​ຕໍ່​ທ່ານ​ຮາ​ມິນ​ເທິ​ນ​ວ່າ, ​"​ຊີ​ວິດ​ທີ່​ເທ​ວະ​ດາ​ບັນ​ດານ​ແກ່​ລູກ​ນັ້ນ​ມີ​ພຽງ​ແຕ່​ຫຼາຍ​ໆ​ນາ​ທີ​ທໍ່​ນັ້ນ, ​ມີ​ຈຳ​ກັດ​ທີ່​ສຸດ. ​ແຕ່​ມື້​ລູກ​ເກີດ​ຂອງ​ທ່ານ​ມາ, ​ລູກ​ກໍ​ມີ​ຊີ​ວິດ​ແຕ່​ທໍ່​ນັ້ນ​ນາ​ທີ. ​ສະ​ນັ້ນ, ​ລູກ​ຕ້ອງ​ໃຊ້​ທຸກ​ນາທີ​​ໃຫ້​ດີ."

​ໃນ​ຊີ​ວິດ​ຂອງ​ຄົນ​ເຮົາ, ​ແຕ່​ມື້​ໃດ, ​ພວກ​ເຮົາ​ກໍ​​ເລືອກ​ວິ​ທີ​ໃຊ້​​ເວ​ລາ​ແຕ່​ລະ​ນາ​ທີ​ຂອງ​ຕົນ​ໄດ້​ຕາມ​ໃຈ. ​ທ່ານ​ຈະ​ໄປ​ຂ້າ​​ເວ​ລາ​ຢູ່​​ໃນ​ຮ້ານ​ກາ​ເຟ​ຫຼື​ບາ​​ເຫຼົ້າ​ກໍ​ໄດ້, ​ຫຼື​ຈະ​ໃຊ້​ຢູ່​ໃນ​ຫ້ອງ​ຄົ້ນ​ຄວ້າ​ຫຼື​ສະ​ໜາມ​ກິ​ລາ​ກໍ​ໄດ້. ​ຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ແມ່, ​ທ່ານ​ຮາ​ມິນ​ເທິ​ນ​ກໍ​​ແພງ​ເວ​ລາ​ທີ່​ສຸດ. ​ຍາດ​ແຍ່ງ​ທຸກ​ນາ​ທີ​​ເຝິກ​ກິ​ລາ. ​ນ້ຳ​ເຫື່ອ​​ແຫ່ງ​ຄວາມ​ໝັ່ນ​ໄດ້​ປ່ຽນ​ເອົາ​ຄ່າ​ຕອບ​ແທນ​ອັນ​ອຸ​ດົມ​ສົມ​ບູນ​ໃນ​ທີ່​ສຸດ. ​ແຕ່​ປີ 1981 ຮອດ​ປີ 1984,​ ທ່ານ​ຊິງ​ໄດ້​ແຊມ​ປ່ຽນ​ໂລກ​ສີ່​ເທື່ອ​ຢ່າງ​ຕໍ່​ເນື່ອງ.

1  2